ວັນທີ 26 ພະຈິກ 2020 ຢູ່ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີສະຫຼຸບການລົງກໍ່ສ້າງຮາກຖານການເມືອງຢູ່ເມືອງປາກງື່ມ ຂອງນັກສຶກສາ ປະລິນຍາຕີ ຮຸ່ນທີ XXIV ໃຫ້ກຽດເປັນຄະນະປະທານ ປະກອບມີ ທ່ານ ຮສ ສະໝຸດທອງ ສົມພານິດ ຮອງຫົວໜ້າ ສມປຊ ແລະທ່ານ ຄຳໝູນ ຕຽງທະລາດ ເລຂາພັກເມືອງ, ເຈົ້າເມືອງ ເມືອງປາກງື່ມ, ມີຄະນະພັກເມືອງປາກງື່ມ, ອົງການປົກຄອງບ້ານ 13 ບ້ານ, ພະນັກງານ-ຄູອາຈານ, ນັກສຶກສາ ແລະພະນັກງານຊ່ວຍວຽກຂອງເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.

      ໃນພິທີ ທ່ານ ປອ ນາງ ໄກສອນ ຈັນສີນາ ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ຜ່ານບົດສະຫຼຸບລາຍງານການລົງກໍ່ສ້າງຮາກຖານການເມືອງ ຂອງນັກສຶກສາລະບົບປະລິນຍາຕີ ຮຸ່ນທີ XXIV ຈໍານວນທັງໝົດ 118 ທ່ານ, ເຊິ່ງໄດ້ແບ່ງລົງກໍ່ສ້າງຮາກຖານໃນ 13 ບ້ານ ຂອງເມືອງປາກງື່ມ ໃນໄລຍະ 30 ວັນ (ນັບທັງວັນເສົາ ແລະວັນອາທິດ) ນັບແຕ່ວັນທີ 15 ຕຸລາ ຫາ 15 ພະຈິກ 2020. ເຊິ່ງເຫັນວ່ານັກສຶກສາໄດ້ເອົາໃຈໃສ່ຢ່າງຕັ້ງໜ້າປະກອບສ່ວນເຂົ້າໃນທຸກຂົງເຂດວຽກງານ ໂດຍສະເພາະແມ່ນປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍ, ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 34/ນຍ, ລົງວັນທີ 23/8/2016 ວ່າດ້ວຍທິດທາງ, ເປົ້າໝາຍ ແລະມາດຕະການ ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ ໂດຍສຸມໃສ່ປະຕິບັດວຽກງານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະວຽກງານທີ່ປິ່ນອ້ອມຢ່າງເປັນຂະບວນຟົດຟື້ນ ແລະຍາດໄດ້ຜົນສຳເລັດຈໍານວນໜຶ່ງທີ່ໜ້າເພິ່ງພໍໃຈທາງດ້ານການເມືອງ-ແນວຄິດ ຂອງອົງການປົກຄອງບ້ານ ແມ່ນໄດ້ຖືເອົາການສຶກສາອົບຮົມການເມືອງແນວຄິດເປັນກົກ ເພື່ອຮັບປະກັນຄວາມເປັນເອກະພາບ ແລະຄວາມສາມັກຄີເປັນປຶກແຜ່ນເພື່ອຮັບປະຊາຊົນພາຍໃນບ້ານມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ເຄົາລົບລະບຽບ, ກົດໝາຍຂອງລັດຢ່າງເຂັ້ມງວດ. ພ້ອມກັນນັ້ນ, ອົງການປົກຄອງບ້ານກໍ່ໄດ້ສົມທົບກັບຄະນະນັກສຶກສາ ແລະຄູອາຈານ ໄດ້ຈັດຕັ້ງເຊື່ອມຊຶມເຜີຍແຜ່ບັນດານິຕິກຳ ແລະເອກະສານມູນເຊື້ອວັນສໍາຄັນຕ່າງໆຂອງພັກ-ຊາດ, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງປາກ ງື່ມຄັ້ງທີ V; ລະບຽບຂອງອົງການປົກຄອງບ້ານ, ວຽກງານການພັດທະນາການສຶກສາ ຢູ່ ສປປ ລາວ, ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 120 /ນຍ, ລົງວັນທີ 24 ກັນຍາ 2012 ວ່າດ້ວຍການປະຕິບັດພັນທະ ແລະການປະກອບສ່ວນຂອງປະຊາຊົນລາວໃນການພັດທະນາບ້ານ, ເຊື່ອມຊຶມພາລະບົດບາດ, ສິດ ແລະໜ້າທີ່ ຂອງຊາວໜຸ່ມປະຊາຊົນປະຕິວັດ, ເນື້ອໃນຂໍ້ແຂ່ງຂັນ 4 ບຸກ ແລະກົດລະບຽບ ຂອງສະຫະພັນແມ່ຍິງລາວ ແລະຄໍາຂວັນຂໍ້ແຂ່ງ ຂັນແມ່ຍິງ 3 ດີ ຂອງສູນກາງສະຫະພັນແມ່ຍິງລາວວາງອອກ, ເອກະສານສໍາຄັນຂອງພັກ, ຂອງລັດ, ລະບຽບການ, ແຈ້ງການ ແລະຂໍ້ກໍານົດຕ່າງໆຂອງເມືອງ ແລະບ້ານ ດ້ວຍຮູບການປະກາດທາງໂທລະໂຄ່ງ, ຈັດພິທີປາຖະກະຖາ, ເລົ່າມູນເຊື້ອ ແລະຈັດຕັ້ງນຳພາຂະບວນການຕົວຈິງ ຢູ່ພາຍໃນບ້ານໄດ້ທັງໝົດ 11 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 1.254 ເທື່ອຄົນ, ຍິງ 374 ເທື່ອຄົນ.

      ເພື່ອເປັນການສະແດງຄວາມຊົມເຊີຍ ແລະຢັ້ງຢືນເຖິງຜົນສຳເລັດລົງກໍ່ສ້າງຮາກຖານການເມືອງໃນຄັ້ງນີ້, ທ່ານ ຮສ ສະໝຸດທອງ ສົມພານິດ ແລະທ່ານ ຄຳໝູນ ຕຽງທະລາດ ໄດ້ໂອ້ລົມ ໂດຍເນັ້ນໜັກໃຫ້ອໍານາດການປົກຄອງບ້ານ ໃຫ້ຖືສຳຄັນຕໍ່ວຽກງານອົບຮົມການເມືອງແນວຄິດ ໃຫ້ຖັນແຖວພະນັກງານ ຂັ້ນຮາກຖານບ້ານ ຕະຫຼອດຮອດປະຊາຊົນບັນດາເຜົ່າໃຫ້ເຂົາເຈົ້າຊາບຊຶມແນວຄິດການເມືອງ ແລະວຽກງານຕ່າງໆ ທີ່ ນັກສຶກສາລົງກໍ່ສ້າງຮາກຖາການເມືອງຢ່າງເລິກເຊິ່ງ ຊ່ຶງເຫັນໄດ້ວ່າ ຄະນະພັກບ້ານຕະຫຼອດຮອດພໍ່ແມ່ປະຊາຊົນມີຄວາມເຂົ້າໃຈໃນແນວທາງນະໂຍບາຍຂອງພັກ-ລັດ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ ແລະລັດ, ສ້າງໃຫ້ປະຊາຊົນມີຄວາມຮຸ່ງເຮືອງສີລິໄລມັ່ງຄັ້ງເຂັ້ມແຂງມີຄວາມສະຫງົບປອດໄພຕິດພັນ ກັບການສ້າງປະຖົມປັດໄຈ ເອຶື້ອອຳນວຍໃຫ້ແກ່ການຜະລິດ ແລະກາຍເປັນສິນຄ້າ.

      ນອກນັ້ນ, ຍັງໄດ້ສະແດງຄວາມຊົມເຊີຍຕໍ່ກັບ ພະນັກງານ, ຄູ-ອາຈານ ສມປຊ ທີ່ລົງຕິດຕາມນັກສຶກສາໃນແຕ່ລະບ້ານ ໃນການຄຸ້ມຄອງ, ຕິດຕາມ, ກວດກາ ແລະປະເມີນຜົນການລົງກໍ່ສ້າງຮາກຖານການເມືອງ, ຊຸກຍູ້ສົ່ງເສີມດ້ານຕັ້ງໜ້າແກ້ໄຂ ຈຸດອ່ອນ, ຂໍ້ຄົງຄ້າງ ໃຫ້ທັນເວລາ, ຖືກຕ້ອງກັບຄວາມເປັນຈິງ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ