ພິທີເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະການປົກຄອງໄລຍະສັ້ນ 10 ວັນໃຫ້ແກ່ເລຂາພັກບ້ານ, ນາຍບ້ານທົ່ວເມືອງແກ່ນທ້າວ, ແຂວງໄຊຍະບູລີໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 28 ຕຸລາ 2020ຢູ່ທີ່ສະໂມສອນຂອງເມືອງແກ່ນທ້າວ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ປະເສີດ ອິນວົງຄຳ ຮອງເລຂາພັກເມືອງປະທານແນວລາວສ້າງຊາດເມືອງ, ໃຫ້ກຽດເຂົ້າຮ່ວມ ຂອງທ່ານ ປອ ສີສອນພັນ ບຸນສີ ກໍາມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ ມີບັນດາທ່ານຫົວໜ້າຫ້ອງການອ້ອມຂ້າງເມືອງພ້ອມດ້ວຍບັນດາທ່ານເລຂາພັກບ້ານ, ນາຍບ້ານທົ່ວເມືອງເຂົ້າຮ່ວມ 45 ສະຫາຍ, ຍິງ 4 ສະຫາຍ.

ທ່ານ ນາງ ສຸລິຍັນ ສູນວິໄລ ຄະນະປະຈຳພັກເມືອງ ຫົວໜ້າໂຄສະນາອົບຮົມເມືອງໄດ້ລາຍງານແຜນການຮຽນການສອນທິດສະດີການເມືອງ ແລະການປົກຄອງ ໃຫ້ແກ່ຄະນະພັກຮາກຖານ ແລະນາຍບ້ານທົ່ວເມືອງແກ່ນທ້າວວ່າ: ຈຸດປະສົງໃນການຝຶກອົບຮົມນີ້ເພື່ອສ້າງໃຫ້ຄະນະພັກຮາກຖານ ແລະນາຍບ້ານ, ອົງການຈັດຕັ້ງມະຫາຊົນຂັ້ນບ້ານມີລະດັບຄວາມຮູ້ທາງດ້ານທິດສະດີການເມືອງ ແລະການປົກຄອງ, ມີອຸດົມການປະຕິວັດທີ່ໝັກແໜ້ນ, ມີຄວາມເຂົ້າໃຈໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກ, ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ, ມີຄວາມຫ້າວຫັນເປັນແບບຢ່າງໃນໜ້າທີ່ວຽກງານເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ວຽກງານມີຄຸນນະພາບສູງຍິ່ງຂຶ້ນ. ເຊິ່ງໄລຍະຝຶກອົບຮົມຈະໄດ້ດໍາເນີນເປັນເວລາ 10 ວັນ, ອາທິດໜຶ່ງຮຽນ 5 ວັນ, ວັນໜຶ່ງຮຽນ7 ຊົ່ວໂມງ, ມີທັງໝົດ 18 ບົດ ເຊິ່ງຈະໃຊ້ເວລາ 70 ຊົ່ວໂມງ.

ຈາກນັ້ນ, ບັນດາສະຫາຍໄດ້ຮັບຟັງການໂອ້ລົມ ແລະກ່າວເປີດຂອງທ່ານ ປອ ສີສອນພັນ ບຸນສີ ກໍາມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ບັນດາສຳມະນາກອນທຸກສະຫາຍຈົ່ງຕັ້ງໃຈໃນການສຶກສາຄົ້ນຄົ້ນຮ່ຳຮຽນ, ແລກປ່ຽນບົດຮຽນກັບບັນດາຄູ-ອາຈານເພື່ອໃຫ້ເຂົ້າໃຈແຈ້ງໃນທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ແລະແນວທາງນະໂຍບາຍຂອງພັກ-ລັດ. ເພື່ອໃຫ້ຜູ້ທີ່ເປັນຫຼັກແຫຼ່ງໃນຮາກຖານກາຍເປັນກຳລັງແຮງອັນສຳຄັນໃນການສືບຕໍ່ເຮັດວຽກງານກໍ່ສ້າງຮາກຖານການເມືອງຕິດພັນກັບການພັດທະນາຊົນນະບົດຮອບດ້ານຕາມ 4 ເນື້ອໃນ, 4ຄາດໝາຍ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ຫຼຸດລົງເທື່ອລະກ້າວ ແລະສືບຕໍ່ຈັດຕັ້ງປະຕິບັດວຽກງານ 3 ສ້າງໃຫ້ເຂົ້າສູ່ລວງເລິກ ເພື່ອນໍາໄປຈັດຕັ້ງປະຕິບັດຢູ່ຂັ້ນຮາກຖານຕົນໃຫ້ມີແນວຄິດເປັນເອກະພາບ ກັບແນວທາງນະໂຍບາຍຂອງພັກ ແລະກົດໝາຍຕ່າງໆຂອງລັດ, ເພີ່ມທະວີຄວາມຈົ່ງຮັກພັກດີຕໍ່ປະເທດຊາດໃຫ້ມີແນວຄິດຮັກຊາດ, ຮັກລະບອບໃໝ່, ເສີມຂະຫຍາຍຄວາມສາມັກຄີສົມທົບແໜ້ນແນວຄິດ ໄກສອນ ພົມວິຫານເພື່ອພ້ອມກັນສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະໜັກແໜ້ນຢ່າງບໍ່ຢຸດຢັ້ງ.

ຂ່າວ: ອຸທິດ ເກດດົມລິ
ພາບ: ຄະນະໂຄສະນາອົບຮົມເມືອງແກ່ນທ້າວ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ