ສະພາທິດສະດີສູນກາງພັກ, ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ສະຖາບັນ ການເມືອງ ແລະການປົກຄອງແຫ່ງຊາດ ແລະວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ສົມທົບກັນ ຈັດກອງປະຊຸມສຳມະນາວິທະຍາສາດລະດັບຊາດ ພາຍໃຕ້ຫົວຂໍ້ “ແນວຄິດປະທານໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ໃນຂົງ ເຂດວຽກງານປ້ອງກັນຊາດ” ຂຶ້ນໃນຕອນເຊົ້າຂອງວັນທີ 04 ພະຈິກ 2020, ທີ່ສະໂມສອນສອນໃຫຍ່ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ, ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກໍາມະການກົມການເມືອງສູນກາງພັກ, ທີ່ປຶກສາຄະນະບໍລິຫານງານສູນກາງພັກສະໄໝທີ X, ເຂົ້າຮ່ວມເປັນຄະນະປະທານ ມີບັນດາສະຫາຍໃນສະພາທິດສະດີສູນກາງພັກ, ພະນັກງານການນຳຫຼັກແຫຼ່ງຂັ້ນສູນກາງ ແລະ ກົມກອງອ້ອມຂ້າງ, ມີບັນດາທ່ານໃນຄະນະຜູ້ຮັບຜິດຊອບ ການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ພ້ອມດ້ວຍພະນັກງານ, ຄູ-ອາຈານ ຈາກສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ຈາກວິທະຍາຄານປ້ອງກັນຊາດ ໄກສອນ ເຂົ້າຮ່ວມຢ່າງພ້ອມ ພຽງ ມີຈຳນວນທັງໝົດ 350 ກວ່າຄົນ.

ຈຸດປະສົງ ຂອງກອງປະຊຸມສຳມະນາໃນຄັ້ງນີ້ ແມ່ນເພື່ອສ້າງກິດຈະກຳສະເຫຼີມສະຫຼອງວັນບຸນໃຫຍ່ ຂອງຊາດ ຂອງປີ 2020 ຄື: ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ, ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ, ວັນເກີດ ປະທານໄກສອນ ພົມວິຫານ ຄົບຮອບ 100 ປີ ແລະ ວັນສຳຄັນອື່ນໆ ຂອງຊາດ, ຂອງພັກ.

ກອງປະຊຸມສໍາມະນາ ໄດ້ພ້ອມກັນຄົ້ນຄວ້າຫຼາຍບັນຫາປິ່ນອ້ອມແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ໃນຂົງເຂດວຽກງານປ້ອງກັນຊາດ ທີ່ຄະນະຮັບຜິດຊອບໄດ້ຕັ້ງຂຶ້ນ ເປັນຕົ້ນແມ່ນ ແນວຄິດໄກສອນ ພົມວິຫານ ກ່ຽວກັບການກໍ່ສ້າງພື້ນຖານປ້ອງກັນຊາດທົ່ວປວງຊົນ, ຮອບດ້ານ; ແນວຄິດໄກສອນ ພົມວິຫານ ກ່ຽວກັບການກໍ່ສ້າງກຳລັງປະກອບອາວຸດປະຊາຊົນ; ແນວຄິດໄກສອນ ພົມວິຫານ ກ່ຽວກັບພັກນໍາພາກໍ່ສ້າງພື້ນຖານປ້ອງກັນຊາດທົ່ວປວງຊົນຮອບດ້ານ; ແນວຄິດໄກສອນ ພົມວິຫານ ກ່ຽວກັບການດໍາເນີນສົງຄາມປະຊາຊົນປົກປັກຮັກສາປະເທດຊາດ ແລະໝູນໃຊ້ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານປ້ອງກັນຊາດເຂົ້າໃນການປົກປັກຮັກສາປະເທດຊາດ ໃນໄລຍະໃໝ່. ເຊິ່ງນັກວິທະຍາສາດ ແລະ ຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າປະກອບຄຳເຫັນ ຢ່າງເລິກເຊິ່ງ, ສ້າງຄວາມກະຈ່າງແຈ້ງຫຼາຍບັນຫາ.

ປັດຈຸບັນ, ພາລະກິດປະຕິວັດຂອງປະຊາຊົນເຮົາ ກຳລັງກ້າວເຂົ້າສູ່ໄລຍະການ ຂະຫຍາຍຕົວໃໝ່ທີ່ມີທັງກາລະໂອກາດ ແລະສິ່ງທ້າທ້າຍບໍ່ໜ້ອຍສະຫຼັບຊັບຊ້ອນກັນ. ໜ້າທີ່ໃນການປົກປັກຮັກສາປະເທດຊາດ,  ປົກ ປັກຮັກສາໝາກຜົນຂອງການປະຕິວັດ ທີ່ປະຊາຊົນເຮົາໄດ້ຕໍ່ສູ້ຍາດມາໄດ້ ດ້ວຍການເລືອດເນື້ອບໍ່ຈັກວ່າເທົ່າ ໃດ ຕິດພັນຢ່າງແໜ້ນແຟ້ນກັບພາລະກິດສ້າງສາພັດທະນາປະເທດຊາດ. ຕໍ່ໜ້າສະພາບການດັ່ງກ່າວ ມັນຮຽກ ຮ້ອງໃຫ້ພວກເຮົາຕ້ອງໄດ້ສືບຕໍ່ລົງເລິກຄົ້ນຄວ້າ, ໝູນໃຊ້ຢ່າງປະດິດສ້າງແນວຄິດໄກສອນ ພົມວິຫານ ເຂົ້າໃນ ພາລະກິດການສ້າງກຳລັງປ້ອງກັນຊາດ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ແລະນັບມື້ນັບທັນສະໄໝ່.

ຜ່ານກອງ​ປະ​ຊຸມ​ໃນ​ຄັ້ງ​ນີ້ ພວກເຮົາ ເຂົ້າໃຈເຖິງເນື້ອໃນທີ່ອຸດົມສົມບູນ, ທິດຊີ້ນຳອັນໜັກແໜ້ນ, ເລິກເຊິ່ງ, ແທດເຖິງ, ຮອບດ້ານ, ຍົກໃຫ້ເຫັນຄຸນຄ່າຍຸກສະໄໝ ຂອງແນວຄິດໄກສອນ ພົມວິຫານ ກ່ຽວກັບການ ປ່ຽແປງໃໝ່ໃນຂົງເຂດວຽກງານປ້ອງກັນຊາດ. ສຳລັບຜົນຂອງກອງປະຊຸມສຳມະນາໃນຄັ້ງນີ້, ຄະນະຮັບຜິດຊອບຈະນຳໄປປັບປຸງລາຍງານ ແລະຂໍຄໍາເຫັນຈາກກົມການເມືອງ, ຄະນະເລຂາທິການ ພິຈາລະນາອະນຸ ມັດໃຫ້ຈັດພິມເຜີຍແຜ່ຢ່າງເປັນທາງການ.

ຂ່າວ: ປທ ນ. ອາພອນ ຂາວພັນ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ