ໃນວັນທີ 16 ຕຸລາ 2020 ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຄະນະພັນພົວຕ່າງປະເທດສູນກາງພັກ ສົມທົບກັບສະຖານທູດອົດສະຕຣາລີ ໄດ້ຈັດປາຖາກະຖາ ໃນຫົວຂໍ້: “ນະໂຍບາຍການຕ່າງປະເທດ ຂອງອົດສະຕຣາລີ ແລະສາຍພົວພັນສອງຝ່າຍ ລາວ-ອົດສະຕຣາລີ ຄົບຮອບ 68 ປີ” ເຊິ່ງເປັນຄັ້ງທຳອິດ ທີ່ສະຖານທູດໄດ້ມາບັນລະຍາຍ. ໃນໂອກາດດັ່ງກ່າວໃຫ້ກຽດການບັນລະຍາຍຂອງ ທ່ານ ຊ໋ອງ-ເບີນາດ ຄາຣາສະໂກ, ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ, ທ່ານ ຫົງແກ້ວ ສຸກສະຫວັດ ຮອງຫົວໜ້າກົມອາຊີ-ປາຊີຟິກ ແລະ ອາຟຣິກາ, ຄະນະພົວພັນສູນກາງພັກ, ມີທ່ານ ປທ ນາງ ຄໍາຫຼ້າ ແກ້ວອຸ່ນຄໍາ ກໍາມະການຄະນະບໍລິຫານງານພັກ ສມປຊ, ຫົວໜ້າຫ້ອງການ ສມປຊ, ມີຄະນະບໍລິຫານງານພັກ ສມປຊ, ຄະນະນໍາໜ່ວຍງານຂັ້ນກົມ ທົ່ວ ສມປຊ, ມີພະນັກງານ, ຄູ-ອາຈານ ແລະນພັກສຶກສາເຂົ້າຮ່ວມຮັບຟັງ.

      ໃນພິທີ ທ່ານ ທູດອົດສະຕຣາລີ ມາແລກປ່ຽນດ້ານນະໂຍບາຍການຕ່າງປະເທດໂດຍສະເພາະແມ່ນ ສປປ ລາວ ທີ່ເປັນປະເທດປະສານງານຂອງອາຊຽນ ເຊິ່ງປະເທດອົດສະຕຣາລີ ແລະ ປະເທດລາວ ມີສາຍພົວພັນ ແລະ ມີການຮ່ວມມື ທີ່ໃກ້ຊິດ ແລະ ອົບອຸ່ນຮ່ວມກັນມາ ເປັນເວລາ 68 ປີ ແລະ ສາຍພົວພັນນີ້ ຈະສືບຕໍ່ເຂັ້ມແຂງຕື່ມໃນອະນາຄົດ.

      ທ່ານ ເອກອັກຄະລັດຖະທູດໄດ້ເວົ້າເຖິງເຫດການສຳຄັນ ຂອງປີນີ້ ທີ່ທັງສອງປະເທດໄດ້ຮ່ວມກັນສະເຫຼີມສະຫຼອງ ແລະ ເຮັດໃຫ້ສາຍພົວພັນສອງຝ່າຍມີຄວາມເຂັ້ມແຂງຂຶ້ນກວ່າເກົ່າ ເຊັ່ນ ສະຫຼອງສາຍພົວພັນ ອາຊຽນ-ອົດສະຕຣາລີ ຄົບຮອບ 45 ປີ (ປະເທດອົດສະຕຣາລີ ເປັນປະເທດຄູ່ຮ່ວມເຈລະຈາທີ່ຍາວນານທີ່ສຸດຂອງອາຊຽນ); ສະຫຼອງ ຂົວມິດຕະພາບລາວ-ໄທ ຄົບຮອບ 25 ປີ (ປະເທດອົດສະຕຣາລີໃຫ້ທຶນໃນການກໍ່ສ້າງ 30 ລ້ານໂດລາສະຫະລັດ); ສະຫຼອງ ການຮ່ວມມືດ້ານປ້ອງກັນຄວາມສະຫງົບລາວ-ອົດສະຕຣາລີ ຄົບຮອບ 20 ປີ ແລະສະຫຼອງການຮ່ວມຈັດກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ສະໄໝພິເສດ ຄັ້ງທຳອິດ ຢູ່ ອົດສະຕຣາລີ.

      ລັດຖະບານອົດສະຕຣາລີ ສືບຕໍ່ເປັນຄູ່ຮ່ວມພັດທະະນາ ທີ່ໜ້າເຊື່ອຖືຂອງ ສປປ ລາວ. ພວກເຮົາມີຄວາມເປັນມິດທີ່ດີ, ມີສາຍພົວພັນແບບສ້າງສັນ ແລະ ມີຄວາມຈິງໃຈ ໂດຍມີຄວາມເຄົາລົບເຊິ່ງກັນ ແລະ ກັນ ແລະ ມີການປະສານງານແບບເປີດເຜີຍ.

      ທ່ານທູດ ໄດ້ກ່າວຕື່ມວ່າ ອົດສະຕຣາລີ ແລະ ສປປ ລາວ ກໍຢູ່ຄຽງບ່າຄຽງໄຫຼ່ ເຊິ່ງກັນແລະກັນທຸກສະຖານະການເຊັ່ນ: ໃຫ້ການຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກເຫດການໄພພິບັດ ເປັນເງິນຈຳນວນ 3.4 ລ້ານໂດລາ ລວມທັງໄດ້ສົ່ງຍົນໃຫຍ່ C-17 ຂອງກອງທັບ ມາລາວ ເພື່ອຂົນເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳ ແລະ ຢາປິ່ນປົວທີ່ຈຳເປັນມາມອບໃຫ້ ສປປ ລາວ ໃນທັນທີທັນໃດ. ໃນເວລາໃກ້ຄຽງກັນ ທ່ານທູດຍັງໄດ້ເວົ້າເຖິງ ການສະໜັບສະໜູນ ແລະຂໍ້ຄວາມໃຫ້ກຳລັງໃຈ ທີ່ມີຄວາມໝາຍຄວາມສຳຄັນ ທີ່ໄດ້ຮັບຈາກບັນດາລັດຖະມົນຕີ. ວຽກງານການຄວບຄຸມການລະບາດຂອງພະຍາດໂຄວິດ-19, ລັດຖະບານອົດສະຕຣາລີ ໄດ້ມອບງົບປະມານສະຫນັບສະໜູນ ເປັນເງິນຈຳນວນ 4.8 ລ້ານໂດລາ ໃນການສ້າງຄວາມເຂັ້ມແຂງດ້ານຄວາມປອດໄພດ້ານສາທາລະນະສຸກ, ສ້າງຄວາມເຂັ້ມແຂງດ້ານສັງຄົມ ແລະ ສາມາດຟື້ນຟູເສດຖະກິດໄດ້, ເຊິ່ງໜຶ່ງໃນການຊ່ວຍເຫຼືອ ຈາກງົບປະມານນີ້ ແມ່ນການປະກອບສ່ວນ ເປັນເງິນຈຳນວນ 80 ລ້ານໂດລາ ໃຫ້ແກ່ສູນ COVAX ທົ່ວໂລກ ທີ່ຈະຊ່ວຍຮັບປະກັນການເຂົ້າເຖິງ ວັກແຊງໂຄວິດ-19 ແບບສະເໝີພາບກັນຂອງທຸກໆປະເທດ ລວມທັງ ສປປ ລາວ.

      ທ່ານທູດ ໄດ້ເນັ້ນຢໍ້າເຖິງສາຍພົວພັນແບບພິເສດ ລະຫວ່າງ ສອງປະເທດ ແບບເລິກ ແລະກ້ວາງຂວາງໂດຍສະເພາະຜ່ານການຊ່ວຍເຫຼືອເພື່ອການພັດທະນາ ໃນຮູບແບບທັງສອງຝ່າຍ ແລະ ຫຼາຍຝ່າຍ ເຊິ່ງລວມມີ:

  • ໂຄງການສຶກສາຊັ້ນປະຖົມ ສຳລັບຄົນຮຸ່ນຕໍ່ໄປຂອງ ສປປ ລາວ;
  • ສະໜັບສະໜູນການພັດທະນາຊັບພະຍາກອນມະນຸດ ຜ່ານການໃຫ້ທຶນການສຶກສາ ແລະ ການຝຶກອົບຮົມຮູບແບບຕ່າງໆ;
  • ຊ່ວຍເຫຼືອໃນການນຳໃຊ້ຊັບພະຍາກອນນໍ້າຈາກແມ່ນໍ້າຂອງ ແບບຍືນຍົງສຳລັບປະເທດລາວ ແລະ ບັນດາປະເທດແມ່ນໍ້າຂອງອື່ນໆ;
  • ສະໜັບສະໜູນ ລັດຖະບານລາວ ໃນການພັດທະນາດ້ານການຄ້າ ແລະ ສົ່ງເສີມພາກເອກະຊົນ ໃຫ້ມີການແຂ່ງຂັນ ແລະ ເປີດກວ້າງໃນການດຳເນີນທຸລະກິດ ແລະ ດຶງດູດການລົງທຶນຈາກຕ່າງປະເທດທີ່ມີປະສິດຕິພາບ ເຂົ້າມາລົງທຶນໃນ ສປປ ລາວ.

   ຫຼັງຈາກສຳເລັດການບັນລະຍາຍ ທ່ານ ຊ໋ອງ-ເບີນາດ ຄາຣາສະໂກ ຍັງໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມມີຄຳຖາມແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາ.

ຂ່າວ: ສະຖານທູດອົດສະຕຣາລີ
ຮູບພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ