ໃນສະພາບການທີ່ໂລກ ແລະ ສັງຄົມມີການປ່ຽນແປງຢ່າງວ່ອງໄວ ທັງດ້ານການເມືອງ, ເສດຖະກິດ, ສັງຄົມ, ວິທະຍາສາດ-ເຕັກໂນໂລຊີ ແລະ ການສື່ສານຂໍ້ມູນຂ່າວສານ, ການຍົກສູງຄຸນນະພາບດ້ານແນວຄິດທິດສະດີ ແລະ ວຽກງານຄົ້ນຄວ້າວິທະຍາສາດ ຈຶ່ງມີຄວາມສຳຄັນຍິ່ງຕໍ່ການສ້າງຄວາມເຂັ້ມແຂງດ້ານການເມືອງ, ການສຶກສາອົບຮົມແນວຄິດ ແລະ ການບຳລຸງສ້າງບຸກຄະລາກອນໃຫ້ມີຄວາມຮູ້, ຄວາມສາມາດ ແລະ ວິໄສທັດທັນກັບຍຸກສະໄໝ.

ໃນນີ້, ວາລະສານທິດສະດີການເມືອງ-ການປົກຄອງ ຖືເປັນສື່ກາງທີ່ມີບົດບາດສຳຄັນ ໃນການເຜີຍແຜ່ແນວຄິດທິດສະດີ, ແນວທາງ ແລະ ນະໂຍບາຍຂອງພັກ, ພ້ອມທັງເປັນເວທີໃນການນຳສະເໜີຜົນງານຄົ້ນຄວ້າ, ແລກປ່ຽນອົງຄວາມຮູ້ ແລະ ບົດຮຽນຈາກພາກປະຕິບັດ ເພື່ອປະກອບສ່ວນໃນການພັດທະນາທິດສະດີ ແລະ ການປົກຄອງໃຫ້ສອດຄ່ອງກັບສະພາບຕົວຈິງ. ດັ່ງນັ້ນ, ການປັບປຸງ ແລະ ຍົກລະດັບວາລະສານໃຫ້ມີຄຸນນະພາບ, ທັນສະໄໝ ແລະ ມີມາດຕະຖານທາງວິຊາການສູງຂຶ້ນ ຈຶ່ງເປັນວຽກງານຈຳເປັນທີ່ຕ້ອງໄດ້ຮັບການເອົາໃຈໃສ່ຢ່າງຈິງຈັງ.

ດ້ວຍຈຸດປະສົງດັ່ງກ່າວ, ໃນໂອກາດຄົບຮອບ 30 ປີ (21.11.1996-21.11.2026) ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈຶ່ງໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້ “ປັບປຸງວາລະສານທິດສະດີການເມືອງ-ການປົກຄອງ ສູ່ຄຸນນະພາບໃໝ່” ເພື່ອລວມລວມສະຕິປັນຍາ, ປຶກສາຫາລື ແລກປ່ຽນບົດຮຽນ ແລະ ກຳນົດທິດທາງການພັດທະນາວາລະສານໃຫ້ມີຄຸນນະພາບສູງຂຶ້ນ, ສາມາດຕອບສະໜອງຕໍ່ພາລະກິດທາງການເມືອງ, ວິຊາການ ແລະ ການພັດທະນາປະເທດຊາດໃນໄລຍະໃໝ່. ໃນຕອນເຊົ້າວັນທີ 24 ພະຈິກ 2026 ນີ້, ໂດຍການເປັນປະທານຂອງ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີບັນດາຄະນະນຳສະຖາບັນ, ຜູ້ຕາງໜ້າຈາກພາກສ່ວນຕ່າງໆ, ນັກຄົ້ນຄວ້າ, ນັກຂຽນ ແລະ ບຸກຄະລາກອນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີເປີດກອງປະຊຸມ, ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ໄດ້ກ່າວເປີດ ແລະ ເນັ້ນໃຫ້ເຫັນວ່າ ການປັບປຸງວາລະສານທິດສະດີການເມືອງ-ການປົກຄອງ ໃຫ້ກ້າວສູ່ຄຸນນະພາບໃໝ່ ແມ່ນວຽກງານທີ່ມີຄວາມໝາຍສຳຄັນທັງດ້ານວິຊາການ ແລະ ດ້ານການເມືອງ, ເປັນການຍົກສູງບົດບາດຂອງວາລະສານໃນການເຜີຍແຜ່ແນວຄິດທິດສະດີ, ແນວທາງ ແລະ ນະໂຍບາຍຂອງພັກ, ເສີມຂະຫຍາຍອົງຄວາມຮູ້ທາງວິຊາການ, ຜົນການຄົ້ນຄວ້າ ແລະ ບົດຮຽນຈາກພາກປະຕິບັດ ເພື່ອຮັບໃຊ້ວຽກງານການສຶກສາອົບຮົມ, ການບຳລຸງສ້າງພະນັກງານ ແລະ ການພັດທະນາລະບົບການເມືອງ-ການປົກຄອງຂອງປະເທດ.

ປະທານຍັງໄດ້ຊີ້ໃຫ້ເຫັນວ່າ ພາຍໃຕ້ສະພາບການສາກົນ ແລະ ພາຍໃນປະເທດທີ່ມີການຜັນແປຢ່າງໄວວາ, ສັບສົນ ແລະ ຄາດຄະເນໄດ້ຍາກ, ປະກອບກັບກະແສໂລກາພິວັດ, ການພັດທະນາວິທະຍາສາດ-ເຕັກໂນໂລຊີ, ປັນຍາປະດິດ ແລະ ເຕັກໂນໂລຊີດິຈິຕອນ ພວມສ້າງທັງໂອກາດ ແລະ ສິ່ງທ້າທາຍໃໝ່. ດັ່ງນັ້ນ, ວາລະສານຈຶ່ງຕ້ອງປັບປຸງທັງດ້ານເນື້ອໃນ ແລະ ຮູບແບບ, ເພີ່ມທະວີຄຸນນະພາບທາງວິຊາການ, ຄວາມທັນສະໄໝ ແລະ ຄວາມສາ ມາດໃນການວິເຄາະບັນຫາຢ່າງມີຫຼັກການ, ມີເຫດມີຜົນ ແລະ ສອດຄ່ອງກັບສະພາບຕົວຈິງ.

ຈາກນັ້ນ, ບັນດານັກວິຊາການ ແລະ ນັກຄົ້ນຄວ້າ ໄດ້ຂຶ້ນນຳສະເໜີບົດລາຍງານວິທະຍາສາດຈຳນວນ 5 ຫົວຂໍ້, ພ້ອມທັງໄດ້ມີການປຶກສາຫາລື ແລກປ່ຽນຄຳຄິດເຫັນຢ່າງກວ້າງຂວາງ ແລະ ເລິກເຊິ່ງ ໂດຍສຸມໃສ່ຫຼາຍປະເດັນສຳຄັນ ຄື: ຈາກບົດກ່າວເປີດ ແລະ ບົດກ່າວປິດຂອງທ່ານ ຮສ.ປອ ດາວສະຫວັນ ເຄືອມີໄຊ ສາມາດຄັດເອົາເນື້ອໃນສຳຄັນ 5 ຫົວຂໍ້ ທີ່ເປັນປະເດັນຫຼັກຂອງກອງປະຊຸມໄດ້ດັ່ງນີ້:

1. ຍົກສູງບົດບາດວາລະສານທິດສະດີການເມືອງ-ການປົກຄອງ ຕິດພັນກັບພາລະກິດ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນໄລຍະໃໝ່;

ຂຽນໂດຍ: ທ່ານ ປອ ນ. ຄຳແພນ ເພັງພັກດີ.

– ເນັ້ນການພັດທະນາວາລະສານໃຫ້ເປັນເວທີເຜີຍແຜ່ຄວາມຮູ້, ຜົນງານຄົ້ນຄວ້າ, ບົດຮຽນຈາກພາກປະຕິບັດ ແລະ ເຊື່ອມໂຍງກັບວຽກງານການຮຽນ-ການສອນ, ການຝຶກອົບຮົມ ແລະ ການຄົ້ນຄວ້າວິທະຍາສາດ.

2. ຍົກສູງຄຸນນະພາບ ວາລະສານທິດສະດີການເມືອງ-ການປົກຄອງ ໃຫ້ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ; ຂຽນໂດຍ: ທ່ານ ປອ ໂພທອງ ໄຊທິບວົງສາ.

– ເນັ້ນການຍົກລະດັບມາດຕະຖານບົດຄວາມວິຊາການ, ການຄົ້ນຄວ້າທີ່ເປັນລະບົບ, ການອ້າງອີງແຫຼ່ງຂໍ້ມູນທີ່ໜ້າເຊື່ອຖື ແລະ ການສ້າງເຄືອຂ່າຍຮ່ວມມືທາງວິຊາການກັບພາຍໃນພາກພື້ນ ແລະ ສາກົນ.

3. ບົດບາດຂອງວາລະສານທິດສະດີການເມືອງ-ການປົກຄອງ ໃນການປົກປ້ອງພື້ນຖານແນວຄິດທິດສະດີ ແລະ ແນວທາງຂອງພັກ; ຂຽນໂດຍ: ທ່ານ ຄຳໝັ້ນ ພົມມະຈັນ.

– ເນັ້ນການເຜີຍແຜ່ແນວຄິດທິດສະດີ, ແນວທາງ ແລະ ນະໂຍບາຍຂອງພັກຢ່າງຖືກຕ້ອງ, ມີຫຼັກການ ແລະ ມີເຫດມີຜົນ, ພ້ອມທັງສົ່ງເສີມການວິເຄາະບັນຫາການເມືອງ-ສັງຄົມຢ່າງເລິກເຊິ່ງ.

4. ເພີ່ມທະວີການບຳລຸງສ້າງນັກຂຽນ, ນັກວິຊາການຮຸ່ນໃໝ່ ເພື່ອພັດທະນາວາລະສານທິດສະດີການເມືອງ-ການປົກຄອງ; ຂຽນໂດຍ: ທ່ານ ທະວີພອນ ສຸດທິວົງນໍລາດ.

– ເນັ້ນການສ້າງແຫຼ່ງນັກຂຽນຢ່າງຕໍ່ເນື່ອງ, ຍົກສູງທັກສະການຄົ້ນຄວ້າ, ການວິເຄາະ ແລະ ການຂຽນບົດຄວາມວິຊາການ ເພື່ອສ້າງທີມງານນັກວິຊາການທີ່ມີຄຸນນະພາບ ແລະ ສາມາດສືບທອດວຽກງານວາລະສານໃນອະນາຄົດ.

5. ຫັນຮູບແບບວາລະສານທິດສະດີການເມືອງ ແລະ ການປົກຄອງ ຈາກວາລະສານແບບຕີພິມ ສູ່ວາລະສານດີຈິຕອນ: ໂອກາດ ແລະ ທິດທາງພັດທະນາໃນຕໍ່ໜ້າ. ຂຽນໂດຍ: ທ່ານ ປອ ນ. ຄຳຮູ້ ວິລະທອນ.

– ເນັ້ນການນຳໃຊ້ເຕັກໂນໂລຊີທັນສະໄໝໃນການບໍລິຫານຈັດການບົດຄວາມ, ການກວດກາ, ການຈັດພິມ ແລະ ການເຜີຍແຜ່ຜ່ານເວັບໄຊ ແລະ ແພລດຟອມດິຈິຕອນ ເພື່ອໃຫ້ຜູ້ອ່ານເຂົ້າເຖິງຄວາມຮູ້ໄດ້ຢ່າງກວ້າງຂວາງ.

ນອກນັ້ນ, ກອງປະຊຸມໄດ້ເນັ້ນໃຫ້ເຫັນວ່າ ວາລະສານທິດສະດີການເມືອງ-ການປົກຄອງ ບໍ່ຄວນຈຳກັດບົດບາດຢູ່ພຽງການເປັນສື່ສິ່ງພິມເຜີຍແຜ່ບົດຄວາມເທົ່ານັ້ນ, ແຕ່ຕ້ອງພັດທະນາໃຫ້ເປັນເວທີສຳຄັນໃນການສ້າງຄວາມເຂົ້າໃຈທາງທິດສະດີ, ເຜີຍແຜ່ຜົນງານຄົ້ນຄວ້າ, ເຊື່ອມໂຍງລະຫວ່າງທິດສະດີກັບພາກປະຕິບັດ ແລະ ປະກອບສ່ວນໃນການສ້າງຄວາມເຂັ້ມແຂງດ້ານແນວຄິດໃຫ້ແກ່ພະນັກງານ ແລະ ສັງຄົມ. ພ້ອມກັນນັ້ນ, ຕ້ອງສ້າງກົນໄກການກວດກາປະເມີນບົດຄວາມຕາມຫຼັກວິຊາການ, ພັດທະນາຖານຂໍ້ມູນ ແລະ ຊ່ອງທາງເຜີຍແຜ່ດິຈິຕອນ ຄວບຄູ່ກັບການສ້າງແຫຼ່ງນັກຂຽນທີ່ມີຄຸນນະພາບ.

ໃນຕອນທ້າຍກອງປະຊຸມ, ທ່ານ ຮສ.ປອ ດາວສະຫວັນ ເຄືອມີໄຊ ໄດ້ໂອ້ລົມ, ສະຫຼຸບ ໂດຍສະແດງຄວາມຂອບໃຈຕໍ່ບັນດາຜູ້ນຳສະເໜີບົດລາຍງານ, ນັກວິຊາການ ແລະ ຜູ້ເຂົ້າຮ່ວມທຸກທ່ານ ທີ່ໄດ້ປະກອບຄຳຄິດເຫັນ ແລະ ຂໍ້ສະເໜີອັນມີຄຸນຄ່າ. ພ້ອມທັງເນັ້ນໃຫ້ຄະນະບັນນາທິການ ແລະ ພາກສ່ວນກ່ຽວຂ້ອງ ນຳເອົາຜົນການສຳມະນາໄປສັງລວມ, ວິເຄາະ ແລະ ກັ່ນຕອງ ເພື່ອກຳນົດເປັນແຜນພັດທະນາທີ່ຊັດເຈນ, ກຳນົດຜູ້ຮັບຜິດຊອບ, ໄລຍະເວລາ ແລະ ກົນໄກຕິດຕາມປະເມີນຜົນ ເພື່ອຫັນຂໍ້ສະເໜີໃຫ້ກາຍເປັນການປະຕິບັດຢ່າງແທ້ຈິງ.

ພ້ອມນີ້, ປະທານຍັງໄດ້ເນັ້ນຢ້ຳຫຼັກການສຳຄັນວ່າ: “ຄຸນນະພາບເປັນຈຸດສຸມ, ຜູ້ອ່ານເປັນຈຸດໝາຍ, ຄວາມຖືກຕ້ອງທາງວິຊາການເປັນຫຼັກການ ແລະ ນະວັດຕະກຳເປັນພະລັງຂັບເຄື່ອນ”. ນັບວ່າກອງປະຊຸມສຳມະນາຄັ້ງນີ້ ເປັນເວທີສຳຄັນໃນການລວມສະຕິປັນຍາ, ແລກປ່ຽນບົດຮຽນ ແລະ ກຳນົດທິດທາງການປັບປຸງວາລະສານໃຫ້ມີຄຸນນະພາບສູງຂຶ້ນ, ມີບົດບາດເດັ່ນຊັດໃນການຮັບໃຊ້ພາລະກິດດ້ານການເມືອງ, ການສຶກສາອົບຮົມ, ການຄົ້ນຄວ້າວິທະຍາສາດ ແລະ ການພັດທະນາປະເທດຊາດໃນຍຸກໃໝ່.


———————-

ຂ່າວ/ພາບ: ຕາອັອດ ແສນທະວີສຸກ

ບັນນາທິການ: ວຽງສະຫວັນ ຈັນທະວິໄຊ

———————-

ຂ່າວອື່ນໆ

situs slottotoslotpkv gameslk21slot777slot777slottoto 4dslot thailandslotslot gacor hari inislot gacorslot gacorslot thailandzonawin777zonawin777zonawin777slot777link slot gacor hari inizonawin777zonawin777zonawin777toto 4dsitus totoslot gacorzonawin777zonawin777zonawin777zonawin777zonawin777zonawin777zonawin777zonawin777zonawin777zonawin777zonawin777zonawin777zonawin777zonawin777zonawin777Zonawin777Zonawin777Zonawin777zonawin777zonawin777Zonawin777Zonawin777Zonawin777Zonawin777Zonawin777Zonawin777tempur777slot gacorslot gacorslot gacorslot gacorslot gacoratatotoatatotototo 4dtoto 4dtoto 4dtoto 4dtoto 4dtoto 4dtoto 4dtoto 4dtoto 4dtogel 4dtogel 4datatotototo 4dtoto 4dtoto 4datatotototo 4dtoto 4dligabolapkv gamespkv gameshttps://uniqueagency.pl/kompozytka/