ພິທີເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ VI ໄດ້ໄຂຂຶ້ນໃນວັນທີ 11 ກັນຍາ 2026 ທີ່ສະໂມສອນຂອງໂຮງຮຽນການເມືອງ ແລະການປົກຄອງແຂວງຄໍາມ່ວນ ໂດຍການເປັນປະທານຂອງ ທ່ານ ປອ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການ ເມືອງ ແລະ ການປົກຄອງແຫ່ງຊາດ, ເຂົ້າຮ່ວມມີ ທ່ານ ສົມໃຈ ພານິຈັນ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ທ່ານ ສາຍຄໍາ ພະໄຊສິດທິເດດ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະອໍານວຍການໂຮງຮຽນ, ມີບັນດາພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ, ພະນັກງານ ຄູອາຈານ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.



ໃນພິທີ, ທ່ານ ແກ້ວວັນໄຊ ສຸກແສນທອງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຄໍາມ່ວນ ໄດ້ຜ່ານແຜນການຮຽນ-ການສອນ ລະບົບຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ VI ເຊິ່ງຊຸດຮຽນນີ້ມີຈໍານວນນັກສຶກສາຈໍານວນທັງໝົດ 60 ຄົນ, ຍິງ 21 ຄົນ, ໂດຍນັກສຶກສາຈະໄດ້ພ້ອມກັນ ຍົກສູງທາງດ້ານທິດສະດີ ກ່ຽວກັບໂຄງສ້າງຂອງຫຼັກສູດ ເຊິ່ງປະກອບມີກຸ່ມວິຊາຄື: ກຸ່ມວິຊາ ປັດຊະຍາມາກ-ເລນິນ ມີ 5 ບົດ, ລວມ 32 ຊົ່ວໂມງ; ກຸ່ມວິຊາ ເສດຖະສາດການເມືອງ ມາກ-ເລນິນ ມີ 8 ບົດ, ລວມ 51 ຊົ່ວໂມງ; ກຸ່ມວິຊາ ລັດທິສັງຄົມນິຍົມວິທະຍາສາດ ມີ 5 ບົດ, ລວມ 40 ຊົ່ວໂມງ; ແນວຄິດ ໄກສອນ ພົມວິຫານ ມີ 6 ບົດ, ລວມ 38 ຊົ່ວໂມງ; ກຸ່ມວິຊາປະຫວັດສາດພັກ ແລະ ກໍ່ສ້າງພັກ ມີ 9 ບົດ, ລວມ 53 ຊົ່ວໂມງ; ກຸ່ມວິຊາພື້ນຖານການຄຸ້ມຄອງບໍລິຫານລັດ ມີ 13 ບົດ, ລວມ 80 ຊົ່ວໂມງ; ກຸ່ມວິຊາບັງຄັບ ແລະ ຫົວຂໍ້ລາຍງານເພີ່ມ 28 ຊົ່ວໂມງ; ຂຽນບົດຈົບຂັ້ນ 50 ຊົ່ວໂມງ. ຈຸດປະສົງ ໃນການເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ VI ຄັ້ງນີ້ ກໍ່ເພື່ອແນໃສ່ໃນການບຳລຸງທິດສະດີການເມືອງໃຫ້ພະນັກງານນໍາພາຄຸ້ມຄອງ, ນາຍທະຫານ ແລະ ນາຍຕຳຫຼວດ ທີ່ພວມດຳລົງຕຳແໜ່ງບໍລິຫານ ປະເພດ 4 ເຖິງປະເພດ 6 ຢູ່ອົງການຈັດຕັ້ງພັກ-ລັດ ແລະ ອົງການຈັດຕັ້ງມະຫາຊົນ ຢູ່ສູນກາງ ແລະ ທ້ອງຖິ່ນ, ຍົກລະດັບຄວາມຮູ້, ຄວາມສາມາດດ້ານທິດສະດີການເມືອງ, ແນວຄິດໄກສອນ ພົມວິຫານ, ແນວທາງນະໂຍບາຍ ຂອງພັກ, ການຄຸ້ມຄອງ ຂອງລັດ, ເຮັດໃຫ້ຜູ້ເຂົ້າຮຽນມີແນວຄິດທັດສະນະຫຼັກໝັ້ນຊົນຊັ້ນກຳມະກອນ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ເຊື່ອໝັ້ນຕໍ່ອຸດົມການ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ, ມີຄວາມຫ້າວຫັນເປັນແບບຢ່າງໃນການປະຕິບັດໜ້າທີ່ການເມືອງ ຂອງຕົນດ້ວຍຄວາມຮັບຜິດຊອບສູງ, ສ້າງພະນັກງານລັດຖະກອນຢູ່ສູນກາງ ແລະທ້ອງຖິ່ ນໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີລະດັບຄວາມສາມາດໃນການຄຸ້ມຄອງ ແລະຈັດຕັ້ງປະຕິບັດຕາມ ແນວທາງນະໂຍບາຍ ຂອງພັກ ໃຫ້ເກີດດອກ ອອກຜົນຢ່າງແທ້ຈິງ, ພ້ອມກັນນັ້ນ, ກໍເຮັດໃຫ້ພະນັກງານ-ລັດຖະກອນ ຮູ້ໝູນໃຊ້ຄວາມຮູ້ທາງດ້ານທິດສະດີ ການເມືອງເຂົ້າໃນວຽກງານ ຂອງຕົນຮັບຜິດຊອບໃຫ້ມີປະສິດທິພາບສູງຂຶ້ນ.
ໃນພິທີຄັ້ງນີ້, ຍັງໄດ້ຮັບຟັງການມີຄໍາເຫັນໂອ້ລົມຂອງ ທ່ານ ປອ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການ ເມືອງ ແລະ ການປົກຄອງແຫ່ງຊາດ ເຊິ່ງ ທ່ານ ໄດ້ເນັ້ນໃຫ້ນັກສຶກສາ ຕ້ອງໄດ້ເອົາໃຈໃສ່ເຂົ້າໃນການຄົ້ນຄວ້າຮໍ່າຮຽນຢ່າງຄົບຖ້ວນຕາມທີ່ໂຮງຮຽນຈັດໃຫ້ ດ້ວຍການຮຽນ ແລະ ຮັບເອົາຄວາມຮູ້ຈາກຄູອາຈານ ໂດຍສະເພາະໃນບັນດາວິຊາຮຽນຕ່າງໆ ຂອງໂຮງຮຽນ ນໍາມາສິດສອນນັ້ນ ໃຫ້ເຂົ້າໃຈແຈ້ງຕໍ່ບັນດາເນື້ອໃນ, ບັນດາວິຊາຮຽນຢ່າງຖືກຕ້ອງ, ຄົ້ນຄວ້າຮໍ່າ ຮຽນໃນຫ້ອງຮຽນກັບການຊອກຮູ້ບັນດາແຫຼ່ງຂໍ້ມູນຂ່າວສານອັນໃໝ່, ຊອກຮູ້ດ້ານພຶດຕິກຳຕົວຈິງ ເພື່ອມາສົມທຽບໃສ່ທິດສະດີ, ສຶກສາຄົ້ນຄວ້າບັນດານິຕິກຳຕ່າງໆຂອງພັກລັດ, ບົດຮຽນຈາກແຫຼ່ງຂໍ້ມູນຄວາມຮູ້ອື່ນໆ ເພື່ອເຮັດໃຫ້ຕົນເອງກາຍເປັນຜູ້ທີ່ມີຜົນການຮຽນທີ່ດີ ຮຽນເກັ່ງ, ເອົາໃຈໃສ່ຈັດຕັ້ງປະຕິບັດລະບຽບຂອງໂຮງຮຽນ, ຕ້ອງມອບວຽກງານຕ່າງໆ ຂອງຕົນໄວ້ຢູ່ກົມກອງຢ່າງຂາດຕົວ, ຕ້ອງໄດ້ເປັນເຈົ້າການປະຕິບັດ ແລະເຄົາລົບຕໍ່ກົດລະບຽບໂຮງຮຽນວາງອອກມາໃຫ້ເຂັ້ມງວດ, ເອົາໃຈໃສ່ປະຕິບັດໂມງເວລາໃນການເຂົ້າຫ້ອງ, ເລີກຫ້ອງ, ຕ້ອງມາເຂົ້າໂຮງຮຽນໃຫ້ທັນເວລາ, ການຂຶ້ນຫ້ອງຕ້ອງຂຶ້ນກ່ອນຄູອາຈານ, ການລາພັກຕ່າງໆ ກໍໃຫ້ມີເຫດຜົນພຽງພໍໂດຍໄດ້ຮັບການອະນຸຍາດຈາກການຈັດຕັ້ງຄັກແນ່, ນອກນັ້ນ ການເຄື່ອນໄຫວອື່ນໆ ກໍໃຫ້ມີສະຕີສູງບໍ່ໃຫ້ມີຜົນກະທົບເຂົ້າໃນການຮຽນຂອງຕົນ, ເພື່ອເຮັດໃຫ້ການປະຕິບັດໂຄງການຫຼັກສູດໄດ້ຄົບຕາມໜ່ວຍກິດທີ່ໂຮງຮຽນກໍານົດອອກ.
ຂ່າວ/ພາບ: Khammouane News
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ
