ວັນທີ 11 ກັນຍາ 2026 ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ປອ. ອານຸພາບ ຕຸນາລົມ, ຄະນະເລຂາທິການສູນກາງພັກຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມຄະນະ ໃນໂອກາດເດີນທາງມາເຮັດວຽກຢູ່ແຂວງຄໍາມ່ວນ ແລະເຂົ້າຮ່ວມພິທີເປີດຊຸດຮຽນທິດສະດີການເມືອງຂັ້ນກາງ 4 ເດືອນ ຊຸດທີ 6 ໄດ້ເຂົ້າພົບປະ ທ່ານ ໄຊຊະນະ ໂຄດພູທອນ, ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ. ໃນການພົບປະຄັ້ງນີ້ ມີຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     ໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ທ່າແຮງດ້ານການທ່ອງທ່ຽວ ຕະຫຼອດເຖິງບັນຫາ ແລະອຸປະສັກທີ່ແຂວງກໍາລັງປະເຊີນໂດຍສະເພາະບັນຫາດ້ານພື້ນຖານໂຄງລ່າງ, ເສັ້ນທາງຄົມມະນາຄົມ, ຜົນກະທົບຈາກນໍ້າຖ້ວມ, ສາທາລະນະສຸກ ແລະການສຶກສາ. ສໍາລັບວຽກງານການເມືອງ-ການປົກຄອງ, ແຂວງໄດ້ປັບປຸງກົງຈັກອົງການບາງສ່ວນ ແລະປັດຈຸບັນໄດ້ດໍາເນີນການຮຽນ-ການສອນໃຫ້ແກ່ພະນັກງານ ແລະສະມາຊິກພັກເປັນປົກກະຕິ. ໃນຕໍ່ໜ້າທາງແຂວງຈະສຸມໃສ່ຍົກສູງຄຸນນະພາບວຽກງານດັ່ງ ກ່າວໃຫ້ດີຂຶ້ນ ແລະສະເໜີໃຫ້ຂັ້ນເທິງເພີ່ມການລົງມາຊຸກຍູ້, ຊີ້ນໍາ ແລະສະໜັບສະໜູນເພື່ອໃຫ້ວຽກງານກໍ່ສ້າງພະນັກງານ ສະມາຊິກພັກໃຫ້ມີຄວາມເຂັ້ມແຂງ.

     ທ່ານ ປອ. ອານຸພາບ ຕຸນາລົມ ໄດ້ສະແດງຄວາມຂອບໃຈຕໍ່ການນໍາແຂວງຄໍາມ່ວນທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງແລກປ່ຽນຄໍາເຫັນກ່ຽວກັບທິດທາງການພັດທະນາແຂວງຄໍາມ່ວນ ໂດຍເນັ້ນໃຫ້ແຂວງເລັ່ງດຶງໃຊ້ທ່າແຮງທີ່ມີຢູ່ໃຫ້ເກີດປະໂຫຍດ ແລະສ້າງລາຍຮັບເປັນຮູບປະທໍາ, ໂດຍສະເພາະທ່າແຮງດ້ານການທ່ອງທ່ຽວ ແລະຄົມມະນາຄົມ-ທາງຜ່ານວ່າ : ການພັດທະນາຄວນຫັນທ່າແຮງດ້ານຄົມມະນາຄົມໃຫ້ເປັນໂອກາດທາງທຸລະກິດ ບໍ່ຄວນຈໍາກັດຢູ່ພຽງແຕ່ການມີເສັ້ນທາງແຕ່ຄວນສ້າງຈຸດບໍລິການຕາມເສັ້ນທາງ ແລະຈຸດຜ່ານແດນໃຫ້ສາມາດສ້າງມູນຄ່າ ແລະລາຍຮັບໃຫ້ແກ່ແຂວງ.  ໃຫ້ສຸມໃສ່ຍົກລະດັບການທ່ອງທ່ຽວ, ພັດທະນາຈຸດບໍລິການ ແລະອໍານວຍຄວາມສະດວກໃຫ້ແກ່ປະຊາຊົນ ແລະນັກທ່ອງທ່ຽວ.

ພ້ອມກັນນີ້ ຄວນເລັ່ງແກ້ໄຂບັນຫາດ້ານຄົມມະນາຄົມ ແລະການບໍລິການໃຫ້ມີຄວາມວ່ອງໄວ, ເປັນລະບຽບ, ປອດໄພ ແລະເດັດຂາດ, ເພື່ອສ້າງບັນຍາກາດທີ່ດີໃນການເດີນທາງ, ການຄ້າ ແລະການລົງທຶນ. ການພົບປະຄັ້ງນີ້ ເປັນໂອ ກາດສໍາຄັນໃນການແລກປ່ຽນຄໍາເຫັນ, ກໍານົດທິດທາງ ແລະຈຸດສຸມການພັດທະນາແຂວງຄໍາມ່ວນ ໂດຍເນັ້ນການນໍາໃຊ້ທ່າແຮງດ້ານການທ່ອງທ່ຽວ ແລະຄົມມະນາຄົມມາສ້າງລາຍຮັບ ຄວບຄູ່ກັບການແກ້ໄຂບັນຫາພື້ນຖານທີ່ຍັງຄ້າງຄາ ເພື່ອສ້າງແຮງຂັບເຄື່ອນໃໝ່ໃຫ້ແກ່ການພັດທະນາແຂວງຄໍາມ່ວນໃນຕໍ່ໜ້າ.
———————————–
ຂ່າວ ນາງ ມະນີວັນ ນາມວົງ
ບັນນາທິການ: ບຸນປັນ ສຸມຸນທອງ