ໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ໄດ້ມີການຈັດພິທີເປີດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ I ໄລຍະ 2 ເດືອນ ແລະຂັ້ນກາງຮຸ່ນທີ I ໄລຍະ 4 ເດືອນ ປະຈໍາປີ 2026 ໃນຕອນເຊົ້າຂອງວັນທີ 11 ກັນຍາ 2026, ພິທີດັ່ງກ່າວໄດ້ຮັບກຽດເປັນປະທານຮ່ວມໂດຍ ສະຫາຍ ຮສ ປອ ດາວສະຫວັນ ເຄືອມີໄຊ ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການ ປົກຄອງແຫ່ງຊາດ ແລະ ທ່ານ ປອ ສີສອນພັນ ບຸນສີ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານຈັດຕັ້ງ-ພະນັກງານ ມີບັນດາຄະນະພັກ, ຄູ-ອາຈານ ແລະນັກສຶກສາທີ່ເປັນພະນັກງານນຳພາ-ຄຸ້ມຄອງເຂົ້າຮ່ວມຢ່າງພ້ອມພຽງ.

ການເປີດຊຸດຮຽນໃນຄັ້ງນີ້ ແມ່ນການສືບຕໍ່ຈັດຕັ້ງປະຕິບັດແຜນການບໍາລຸງ ແລະກໍ່ສ້າງພະນັກງານນໍາພາ-ຄຸ້ມຄອງ ຢູ່ແຂວງໄຊຍະບູລີ ໃຫ້ມີຄວາມຕໍ່ເນື່ອງ. ເປົ້າໝາຍເຂົ້າຮຽນແມ່ນແນໃສ່ບັນດາພະນັກງານ, ນາຍທະຫານ ແລະນາຍຕໍາຫຼວດ ຈາກບັນດາພະແນກການຂອງແຂວງ, ຫ້ອງການເມືອງ, ຕາແສງ ແລະອົງການຈັດຕັ້ງມະຫາຊົນ. ຊຸດຮຽນທິດສະດີຂັ້ນຕົ້ນຮຸ່ນທີ I ມີນັກສຶກສາເຂົ້າຮ່ວມຈຳນວນ 50 ສະຫາຍ, ຍິງ 17 ສະຫາຍ. ຊຸດຮຽນທິດສະດີຂັ້ນກາງມີນັກສຶກສາເຂົ້າຮ່ວມຈໍານວນ 52 ສະຫາຍ, ຍິງ 9 ສະຫາຍ. ການເປີດຊຸດຮຽນດັ່ງກ່າວ ແມ່ນແຜນຍຸດທະສາດການປົກປັກຮັກສາແນວຄິດ ແລະອຸດົມການຂອງພັກ ເພື່ອແນ່ໃສ່ສ້າງໃຫ້ຜູ້ຮຽນກໍາແໜ້ນໄດ້ບັນດາຫຼັກມູນພື້ນຖານທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະແນວທາງນະໂຍບາຍຂອງພັກໃນໄລຍະໃໝ່, ຍົກສູງທັດສະນະຫຼັກໝັ້ນຊົນຊັ້ນກໍາມະກອນ, ປັບປຸງຄຸນສົມບັດສິນທໍາປະຕິວັດ ແລະຈໍາແນກມິດ-ສັດຕູໃຫ້ຈະແຈ້ງ. ສ້າງກຳແພງປ້ອງກັນທາງດ້ານແນວຄິດ ທີ່ໂລບມາກໂລພາ, ຕ້ານການສໍ້ລາດບັງຫຼວງ ແລະພະຍາດອາດຍາສິດ ທີ່ພາໃຫ້ຫ່າງເຫີນຈາກມະຫາຊົນ ແລະເພີ່ມທະວີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ ແລະສ້າງແນວຄິດໃຫ້ເປັນເອກະພາບກັບແນວທາງນະໂຍບາຍຂອງພັກ-ລັດ.

ເພື່ອຮັບປະກັນຄຸນນະພາບທາງດ້ານທິດສະດີ ແລະພຶດຕິກຳ, ໂຄງການຫຼັກສູດໄດ້ຖືກອອກແບບມາຢ່າງຮັດກຸມ:

1. ຫຼັກສູດຂັ້ນຕົ້ນ (2 ເດືອນ): ປະກອບມີ 7 ກຸ່ມວິຊາຮຽນ, ລວມເວລາຮຽນຕົວຈິງ 315 ຊົ່ວໂມງ.

2. ຫຼັກສູດຂັ້ນກາງ (4 ເດືອນ): ປະກອບມີ 7 ກຸ່ມວິຊາ, ລວມເວລາຮຽນທັງໝົດ 630 ຊົ່ວໂມງ.

ວິທີການຮຽນ-ການສອນ ແມ່ນເນັ້ນໃສ່ການຮຽນ-ການສອນແບບໃໝ່ໂດຍເອົາຜູ້ຮຽນເປັນໃຈກາງ, ຕິດພັນກັບການຍົກບັນຫາເຈາະຈີ້ມ, ກໍລະນີສຶກສາ ແລະການສົມທຽບທິດສະດີໃສ່ກັບພຶດຕິກໍາຕົວຈິງ ຢູ່ກົມກອງ ແລະ ທ້ອງຖິ່ນຂອງນັກສຶກສາເອງ.

ໂອກາດດັ່ງກ່າວ, ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການ ປົກຄອງແຫ່ງຊາດ ປະທານພິທີ ໄດ້ມີຄຳເຫັນໂອ້ລົມ ແລະຊີ້ນຳຢ່າງເລິກເຊິ່ງ ໂດຍໄດ້ຮຽກຮ້ອງໃຫ້ນັກສຶກສາທຸກສະຫາຍ ເຊີດຊູຄວາມຮັບຜິດຊອບທາງການເມືອງ, ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ ເພື່ອຫັນເອົາຄວາມຮູ້ພື້ນຖານທິດສະດີມາກ-ເລນິນ ແລະແນວຄິດ ໄກສອນ ພົມວິຫານ ໃຫ້ກາຍເປັນແຜນການ ແລະໂຄງການປະຕິບັດອັນລະອຽດ ຂອງຂະແໜງການຕົນ. ທ່ານຍັງໄດ້ເນັ້ນໜັກໃຫ້ຜູ້ຮຽນໝູນໃຊ້ຄວາມຮູ້ດັ່ງກ່າວ ເພື່ອເປັນເສນາທິການທີ່ດີໃຫ້ແກ່ການນໍາແຕ່ລະຂັ້ນ, ກາຍເປັນພະນັກງານທີ່ຫ້າວຫັນໃນການປຸກລະດົມຂົນຂວາຍກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະມີຄວາມອົດທົນຜ່ານຜ່າທຸກຄວາມຫຍຸ້ງຍາກ ເພື່ອເຮັດຫຼ້ອນໜ້າທີ່ ທີ່ພັກ ແລະປະຊາຊົນມອບໝາຍໃຫ້.

—————-

ຂ່າວ ຕາອັອດ ແສນທະວີສຸກ

ຮູບພາບ: ໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ

ບັນນທິການ: ບຸນປັນ ສຸມຸນທອງ

ຂ່າວອື່ນໆ