ໃນວັນທີ 18 ກັນຍາທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ຈັດພິທີປີດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງໃນຫົວຂໍ້ສະເພາະໃຫ້ຄະນະບໍລິຫານງານລັດວິສາຫະກິດຊຸດທີ II ພາຍໃຕ້ການເປັນປະທານຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າ ສມປຊ, ມີຕາງໜ້າຫ້ອງການ, ກົມ, ຄະນະຕ່າງໆ, ສູນຂໍ້ມູນຂ່າວສານ, ສູນຄົ້ນຄວ້າແນວຄິດໄກສອນພົມວິຫານ  ແລະ ນັກສໍາມະນາກອນເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ປທ ແສງແກ້ວ ວົງລຳພັນ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ສມປຊ ໄດ້ສະຫຼຸບຜົນຂອງການຈັດຕັ້ງຝຶດອົບຮົມເປັນເວລາ 5 ວັນ 14-18 ກັນຍາ 2020 ເຫັນໄດ້ວ່າການຝຶກອົບຮົມຄັ້ງນີ້ມີສຳມະນາກອນຈາກບັນດາລັດວິສາຫະກິດ ຂັ້ນສູງກາງທີ່ໄດ້ຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງໃນຫົວຂໍ້ສະເພາະ ເຊິ່ງໄດ້ຮັບຟັງການບັນຍາຍຈາກຄູ-ອາຈານໃນຫົວຂໍ້ຕ່າງໆ, ອັນໄດ້ສ້າງຄວາມເຂົ້າໃຈໃນທິດທາງການພັດທະນາວິສາຫະກິດທີ່ພັກໄດ້ກໍານົດໃວ້  ແລະ ຮັບຮູ້ສະພາບການທາງດ້ານການພັດທະນາໃນຂົງເຂດຕ່າງໆໃນພາກພື້ນ  ແລະ ໃນໂລກ ເຊິ່ງເຮັດໃຫ້ນັກຝຶກອົບຮົມມີຄວາມສາມາດໃນການສັງລວມບັນຫາ, ວິເຄາະສະພາບການພາຍນອກ  ແລະ ພາຍໃນທີ່ມີຜົນກະທົບຕໍ່ທຸລະກິດຂອງລັດ; ເພື່ອໝູນໃຊ້ຄວາມສາມາດໃນການຊີ້ນຳ-ນຳພາເຂົ້າໃນການຊອກຊ່ອງທາງໃຫ້ແກ່ການຍົກສູງຂີດຄວາມສາມາດໃນການແຂ່ງຂັນໃນທ່າມກາງສະພາບການມີການແປປ່ຽນທີ່ຄາດເດົາໄດ້ຍາກຂອງພາກພື້ນ  ແລະ ສາກົນ.

ຫຼັງຈາກນັ້ນ ເພື່ອເປັນການຢັງຢືນການຝຶກອົບຮົມຕະຫຼອດໄລຍະ 5 ວັນ ຈຶ່ງໄດ້ມອບໃບຢັ້ງຢືນການຝຶກອົບຮົມຈຳນວນ 38 ທ່ານ, ຍິງ 3 ທ່ານພ້ອມທັງຮັບຟັງຄຳໂອ້ລົມຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນສຳເລັດຂອງສຳມະນາກອນ  ແລະ  ຕົ່ງນຳເອົາຜົນຂອງດານຝຶກອົບຮົມນຳໄປຈັດຕັ້ງຜົນຂະຫຍາຍເຂົ້າສູ່ໜ້າວຽກ  ແລະ  ປຶກສາຫາລືໃນຄະນະບໍລິຫານງານລັດວິສາຫະກິດ ເຊື່ອມຊຶມກ່ຽວກັບພື້ນຖານທິດສະດີມາກ-ເລນິນ, ທິດສະດີການເມືອງ  ແລະ  ການປົກຄອງ, ແນວຄິດໄກສອນພົມວິຫານ, ແນວທາງນະໂຍບາຍຂອງພັກ  ແລະ ລະບຽບກົດໝາຍຂອງລັດໃຫ້ມີຄວາມໜັກແໜ້ນຍິ່ງຂຶ້ນເພື່ອນໍາພາຫົວໜ່ວຍລັດວິສາຫະກິດທີ່ຕົນຮັບຜິດຊອບໃຫ້ໄດ້ຮັບການພັດທະນາໄປຕາມທິດທາງທີ່ພັກວາງໄວ້.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ