ກອງປະຊຸມໃຫຍ່ຄັ້ງທີ III ຄະນະພັກຮາກຖານໂຮງຮຽນການເມືອງ ແລະການປົກຄອງນະ ຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 25 ສິງຫາ 2020 ຢູ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງນະຄອນຫຼວງວຽງຈັນ. ໂດຍເປັນປະທານຂອງ ສະຫາຍ ນ ວຽງພອນ ແກ້ວ ຄູນສີ ເລຂາຄະນະພັກຮາກຖານ, ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງນະຄອນຫຼວງ ວຽງຈັນ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ອຸດອນ ໄຊມຸນຕີ ຄະນະປະຈຳພັກ, ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ມີແຂກຖຶກ ເຊີນຈາກພະແນກການ, ເມືອງ ແລະເລຂາພັກບ້ານອ້ອມຂ້າງ ແລະສະມາຊິກພັກຄູ-ອາຈານ, ນັກສຶກ ສາ ອະນຸປະລິນຍາຮຸ່ນທີ XV, XVI, ຊັ້ນກາງຮຸ່ນທີ IX ຈຳນວນ 135 ສະຫາຍ, ຍິງ 36 ສະຫາຍເຂົ້າຮ່ວມຢ່າງພ້ອມພຽງ.

     ສະຫາຍ ນາງ ວຽງພອນ ແກ້ວຄູນສີ ເລຂາໜ່ວຍພັກຮາກຖານ, ຫົວໜ້າໂຮງຮຽນການ ເມືອງ ແລະການປົກຄອງນະຄອນຫຼວງວຽງຈັນ ໄດ້ຂຶ້ນຜ່ານບົດລາຍງານການເມືອງທັງສອງພາກ: ໃນນີ້ໄດ້ຕີລາຄາຜົນສໍາເລັດແຫ່ງການນໍາພາຂອງຄະນະໜ່ວຍພັກໃນ 5 ປີ ຜ່ານມາ (2015-2019) ໂດຍປະຕິບັດຫຼັກສູດບຳລຸງໄລຍະສັ້ນ, ຊັ້ນຕົ້ນ, ຊັ້ນກາງ, ອະນຸປະລິນຍາ ທີ່ ສມປຊ ວາງອອກ ໂດຍສະເພາະ ໄດ້ເປັນເຈົ້າການສົມ ທົບກັບບັນດາພະແນກການ, ບັນດາເມືອງ, ລັດວິສາຫະກິດ, ກະຊວງ-ອົງການຂັ້ນສູນກາງ ດຳເນີນໂຄງການບຳລຸງ ຍົກລະດັບທິດສະດີ ການເມືອງ ແລະການປົກຄອງ ໃຫ້ພະນັກງານ ແລະ ສະມາຊິກພັກ, ເຊີ່ງນັບແຕ່ປີ 2015 ມາຮອດປະຈຸບັນ ມີຜູ້ເຂົ້າຮຽນລະບົບຕ່າງໆ ຢູ່ໂຮງຮຽນ ທັດໝົດ 3.072 ຄົນ, ຍິງ 895 ຄົນ, ຮຽນຈົບໄປແລ້ວ 2.871 ຄົນ, ຍິງ 839 ຄົນ ແລະກຳລັງສືບຕໍ່ຄົ້ນຄ້ວາຮ່ຳຮຽນ 201 ຄົນ, ຍິງ 56 ຄົນ, ທຽບໃສ່ສະໄໝທີ II ມີຫ້ອງຮຽນທັງໝົດ 59 ຫ້ອງ, ເພີ່ມຂື້ນ 37 ຫ້ອງ, ເທົ່າກັບ 3 ເທືອ ( 310 %), ຈຳນວນນັກສຶກສາທີ່ເຂົ້າມາຮຽນເພີ່ມຂຶ້ນ 3 ເທື່ອ (282 %), ພ້ອມນີ້ບັນດາສະຫາຍ ທີຮຽນຈົບລະບົບຕ່າງໆ ໄດ້ກາຍເປັນພະນັກງານນຳພາຫຼັກແຫຼ່ງ ເປັນພະນັກງານສືບທອດທີດີ ຂອງ ພັກ-ລັດ ຢູ່ບັນດາເມືອງ, ພະແນກການ, ກະຊວງ-ອົງການ ແລະບັນດາແຂວງຕ່າງໆ, ອັນ ໄໝ່ພົ້ນເດັ່ນໂຮງຮຽນສາມາດສ້າງຫຼັກສູດປື້ມຕຳລາຮຽນຊັ້ນຕົ້ນ: ວິຊາເສດຖະສາດການເມືອງມາກ-ເລນິນ ແລະ ວິຊາຄຸ້ມຄອງເສດຖະກິດໄດ້ສຳເລັດ. ນອກນັ້ນ, ໂຮງຮຽນຍັງໄດ້ເອົາໃຈໃສ່ປັບ ປຸງແຜນການຮຽນ-ການສອນ ປົກກະຕິປະຈຳປີແຕ່ລະສົກຮຽນ ເພື່ອຄັດເລືອກຊັບຊ້ອນຄູ-ອາຈານ ສອນດີ-ສອນເກັ່ງ ຕາມລະດັບຄວາມຮູ້ຄວາມສາມາດ-ປະສົບການສິດສອນຕົວຈິງຕາມສາຍວິຊາ ທີຮຽນຈົບມາ ຕິດພັນກັບການບຳລຸງ-ກໍ່ສ້າງອາຈານໜຸ່ມ ເພື່ອສືບທອດເປັນອາຈານສອນດີ-ສອນເກັ່ງ ທີ່ມີຄຸນນະພາບໃນອານາຄົດ ໃນໄລຍະຜ່ານມາ ຄະນະພັກຮາກຖານໂຮງຮຽນ ຍັງໄດ້ ເອົາໃຈໃສ່ຢ່າງຕັ້ງໜ້າຊີ້ນຳ-ນຳພາຈັດຕັ້ງປະເມີນຜົນການຄົ້ນຄົ້ວຮ່ຳຮຽນ ຂອງນັກສືກສາຢ່າງເປັນ ປົກກະຕິຕາມການກຳນົດ ໃນແຕ່ລະຫຼັກສູດຢ່າງເຂັ້ມງວດ ດ້ວຍວິທີການກວດກາປະຈຳວິຊາ, ສອບເສັງລະດັບ ສມປຊ, ສອບເສັງລະດັບໂຮງຮຽນ, ຂຽນບົດປ້ອງກັນຕາມທິດຊີ້ນຳ ຮຽນເກັ່ງ ມີວິໃນດີ ໃນແຕ່ລະສົກ ຮຽນ ເຮັດໃຫ້ນັກສຶກສາສາມາດຍາດໄດ້ຄະແນນລະດັບດີເລີດບໍ່ຫຼຸດ 65 %, ນັກສຶກສາຮຽນເກັ່ງ, ມີວິໃນດີເພີ່ມຂຶ້ນ.

ນອກນັ້ນ, ຍັງໄດ້ຕີລາຄາຢ່າງພາວະວິໄສຕໍ່ກັບຂໍ້ຄົງຄ້າງ ເພື່ອໃຫ້ແກ້ໄຂໃຫ້ຕົກໄປໃນຕໍ່ໜ້າ.     ກອງປະຊຸມຍັງໄດ້ບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກຮາກຖານໂຮງຮຽນ 3 ສະຫາຍ ປະກອບມີ ສະຫາຍ ນາງ ວຽງພອນ ແກ້ວຄູນສີ ເປັນເລຂາໜ່ວຍພັກຮາກຖານ, ສະຫາຍ ພວນສະຫວັດ ອອນລັດບຸນມີ ເປັນຮອງເລຂາ ທັງເປັນປະທານກວດກາພັກ, ສະຫາຍ ບຸນທັນ ທັນຫົງສາ ເປັນຄະນະໜ່ວຍພັກ ແລະບົ່ງຕົວ ສະຫາຍ ນາງ ພິມພາ ອິນທະວົງ ເປັນຮອງປະທານກວດກາ.

     ກອງປະຊຸມຍັງໄດ້ ປ່ອນບັດເອົາຜູ້ແທນ ສົມບູນ ແລະສຳຮອງໄປເຂົ້າຮ່ວມກອງປະຊຸມ ໃຫຍ່ ຄັ້ງທີ VII ອົງຄະນະພັກນະຄອນຫຼວງວຽງຈັນ 3 ສະຫາຍ ແລະສຳຮອງ 1 ສະຫາຍ.

ຂ່າວ/ພາບ: ນັກຂ່າວ ໂຮງຮຽນການເມືອງ-ການປົກຄອງນະຄອນຫຼວງ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ