ກອງປະຊຸມໃຫຍ່ຂອງໜ່ວຍພັກນັກຄົ້ນຄ້ວາປະລິນຍາໂທຮຸ່ນທີ XIX ຫ້ອງຂໍ ໄດ້ໄຂຂຶ້ນຢ່າງເປັນທາງການຂອງວັນທີ 14 ກຸມພາ 2024 ທີ່ຫ້ອງປະຊຸມ 110, ຊັ້ນ 1 ຕຶກ 5 ຊັ້ນກົມຈັດຕັ້ງ-ພະນັກງານ ສມປຊ, ໂດຍການເປັນປະທານຮ່ວມໂດຍສະຫາຍ: ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານພັກຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີສະຫາຍ ອິດສະຫຼະ ພິມມະສອນ ເຂລາໜ່ວຍພັກ, ຫົວໜ້າຫ້ອງຮຽນນັກຄົ້ນຄວ້າປະລິນຍາໂທຮຸ່ນທີ XIX ຫ້ອງຂໍ ແລະສະຫາຍ ນາງ ພອນໄຊ ລາດຊະວົງ ຄະນະບໍລິຫານງານພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ກອງປະຊຸມໄດ້ດໍາເນີນເປັນເວລາເຄິ່ງວັນ: ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 75 ສະຫາຍ, ຍິງ 21 ສະຫາຍ. ໃນນັ້ນ, ຜູ້ແທນສົມບູນມີ 62 ສະຫາຍ, ຍິງ 17 ສຫາຍ, ແຂກທີ່ຮັບເຊີນ 13ສະຫາຍ, ຍິງ 4ສະຫາຍ.

        ໃນກອງປະຊຸມໄດ້ໃຫ້ ສະຫາຍ ອິດສະຫຼະ ພິມມະສອນ ໄດ້ຂຶ້ນລາຍງານການເມືອງຂອງໜ່ວຍພັກ, ເຊິ່ງໄດ້ຕີລາຄາດ້ານດີ ແລະຜົນງານໃນການນໍາພາ-ຊີ້ນໍາ, ການເຄື່ອນໄຫວຂອງໜ່ວຍພັກໃນຕະຫຼອດໄລຍະ 3ເດືອນທີ່ຜ່ານມາ ແລະໄດ້ຮັບຮອງເອົາທິດທາງແຜນການ ໃນການເຄື່ອນໄຫວວຽກງານ ຂອງໜ່ວຍພັກໃນຕໍ່ໜ້າໂດຍ: ໄດ້ມອບ

       ໝາຍໃຫ້ຄະນະໜ່ວຍພັກຊຸດໃໝ່ ເປັນໃຈກາງໃນການສືບຕໍ່ຜັນຂະຫຍາຍແຜນການ ໃຫ້ເປັນແຜນອັນລະອຽດ ແລະນໍາພາການຈັດຕັ້ງປະຕິບັດໃຫ້ສຳເລັດຜົນຕາມຄາດໝາຍທີ່ໄດ້ວາງໄວ້.

       ນອກຈາກນັ້ນ, ຜູ້ແທນກອງປະຊຸມໃຫຍ່ໄດ້ພ້ອມກັນໃຊ້ສິດ ປະຊາທິປະໄຕ ຂອງຕົນປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ເຊິ່ງມີຜູ້ອອກຮັບສະໝັກເລືອກຕັ້ງຈຳນວນ 7ສະຫາຍ, ຍິງ1ສະຫາຍ; ໃນນີ້ໄດ້ເລືອກເອົາ 5ຫາຍ.

ຜົນຂອງກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະພາບກັນເລືອກເອົາຄະນະພັກ, ຄະນະຫ້ອງດັ່ງນີ້:

  1. ສະຫາຍ ອິດສະຫຼະ ພິມມະສອນ ເປັນເລຂາໜ່ວຍພັກ, ຫົວໜ້າຫ້ອງ;
  2. ສະຫາຍ ບົດວິໄລ ເພັດມີໄຊ ເປັນຮອງເລຂາໜ່ວຍພັກ, ປະທານກວດກາ, ຮອງຫົວໜ້າຫ້ອງ;
  3. ສະຫາຍ ກໍລະພົງ ລາດສະວົງ ເປັນຄະນະໜ່ວຍພັກ, ຮອງຫົວຫ້ອງຫ້ອງ;
  4. ສະຫາຍ ນ. ມອນສະຫວັນ ແສນໄຕ ເປັນຄະນະຫ້ອງ;
  5. ສະຫາຍ ທອງດຳທໍາມະວົງ ເປັນຄະນະຫ້ອງ.

        ກອງປະຊຸມໄດ້ຮັບກຽດໂອລົມໂດຍ: ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍ ລິຫານພັກຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ໃຫ້ທິດຊີ້ນໍາເພື່ອສືບຕໍ່ເສີມຂະ ຫຍາຍດ້ານດີທີ່ຕັ້ງໜ້າທີ່ ແລະປັບປຸງແກ້ໄຂດ້ານອ່ອນ-ຂໍ້ຄົງຄ້າງແຕ່ລະດ້ານໃຫ້ຕົກໄປ ແລະຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ສືບຕໍ່ນໍາພາ-ຊີ້ນໍາ, ຈັດຕັ້ງຜັນຂະຫຍາຍ ແລະປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ມີຜົນສຳເລັດ, ໃຫ້ສອດ ຄ່ອງຕາມມະຕິກອງປະຊຸມໃຫຍ່ກໍ່ຄືແຜນຍຸດທະສາດການສຶກສາ ຂອງ ສມປຊ ເວົ້າລວມ, ເວົ້າສະເພາະກໍ່ແມ່ນວຽກງານການສຶກສາຂອງນັກຄົ້ນຄວ້າປະລິນຍາໂທຮຸ່ນທີ XIX ຫ້ອງຂໍ ໃຫ້ມີຜົນສຳເລັດຕາມແຜນການທີ່ໄດ້ກຳນົດ.

ຂ່າວ: ນ. ທິດດາວອນ ດວງປະເສີດ
ຮູບພາບ:ຄອນສະຫວັນ ແສນຍານຸພາບ
ບັນນາທິການ: ປທ ບຸນປັນ ສຸມຸນທອງ