ຫຼັງຈາກໄດ້ດຳເນີນວາລະການປະຊຸມ, ຄົ້ນຄວ້າ, ປະກອບຄຳເຫັນ ແລະ ແລກປ່ຽນບົດຮຽນຢ່າງ ຟົດຟື້ນມາເປັນເວລາຫຼາຍວັນ, ໃນຕອນເຊົ້າຂອງວັນທີ 13 ພະຈິກ 2026 ນີ້, ພິທີປິດກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ທົ່ວປະເທດ ປະຈຳສົກປີ 2025-2026 ແລະ ທິດທາງແຜນການ ສົກປີ 2026-2027 ກໍໄດ້ດຳເນີນ ແລະ ປິດລົງຢ່າງເປັນທາງການ ທີ່ແຂວງຫຼວງນ້ຳທາ ຢ່າງຈົບງາມ.
ພິທີອັນທີ່ມີຄວາມໝາຍຄວາມສຳຄັນໄດ້ຈັດຂຶ້ນໂດຍ ໃຫ້ກຽດເປັນປະທານຮ່ວມອັນສູງຂອງ ທ່ານ ປອ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ແລະ ທ່ານ ຄຳກິ່ງ ຜຸຍຫຼ້າມະນີວົງ ກຳມະການສູນກາງພັກ, ເລຂາພັກແຂວງຫຼວງນ້ຳທາ ພ້ອມດ້ວຍຄະນະນຳ, ບັນດາຫົວໜ້າກົມ, ຫ້ອງວ່າການ, ສູນ, ຄະນະຕ່າງໆ, ຕະຫຼອດຮອດ ຕາງໜ້າຄະນະອຳນວຍການ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.









ໃນວາລະກອງປະຊຸມ, ທີ່ປະຊຸມໄດ້ຮັບຟັງ ການຜ່ານມະຕິກອງປະຊຸມ ຈາກ ທ່ານ ປອ ພອນວິໄລ ພົມວຽງໄຊ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ເຊິ່ງໄດ້ສະຫຼຸບສັງລວມເນື້ອໃນຈິດໃຈ ແລະ ມະຕິຕົກລົງຕ່າງໆ ທີ່ໄດ້ຜ່ານການເຫັນດີເປັນເອກະພາບຈາກຜູ້ແທນກອງປະຊຸມທຸກທ່ານ ເພື່ອເປັນເຂັມຊີ້ທິດທາງໃນການຈັດຕັ້ງປະຕິບັດວຽກງານຕົວຈິງ.
ຈາກນັ້ນ, ໄດ້ກ້າວເຂົ້າສູ່ວາລະອັນສະຫງ່າລາສີ ແລະ ເປັນຮູບປະທຳ ຄື: ພິທີມອບ-ຮັບ ໃບຍ້ອງຍໍ ໂຮງຮຽນສອນດີ-ສອນເກັ່ງ ໃຫ້ແກ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ທີ່ໄດ້ຜ່ານການຄັດເລືອກ ແລະ ຈັດປະເພດ ຊຶ່ງປະກອບມີ ປະເພດ I ມີ 07 ໂຮງຮຽນ, ປະເພດ II ມີ 09 ໂຮງຮຽນ ແລະ ປະເພດ III ມີ 2 ໂຮງຮຽນ. ການມອບຍ້ອງຍໍດັ່ງກ່າວ ໄດ້ສະທ້ອນໃຫ້ເຫັນເຖິງການຕີລາຄາຢ່າງພາວະວິໄສ ແລະ ການຍ້ອງຍໍຊົມເຊີຍຕໍ່ຜົນງານອັນພົ້ນເດັ່ນຂອງບັນດາໂຮງຮຽນທ້ອງຖິ່ນ ໃນການປະຕິບັດໜ້າທີ່ການເມືອງອັນມີກຽດສະຫງ່າ ໃນການກໍ່ສ້າງ-ບຳລຸງພະນັກງານ. ພາຍຫຼັງພິທີມອບ-ຮັບໃບຍ້ອງຍໍ, ທ່ານ ປອ ອານຸພາບ ຕຸນາລົມ ໄດ້ໃຫ້ກຽດ ໂອ້ລົມ ແລະ ໃຫ້ທິດຊີ້ນຳອັນເລິກເຊິ່ງ ຕໍ່ກອງປະຊຸມ, ທ່ານໄດ້ເນັ້ນໜັກໃຫ້ບັນດາຜູ້ບໍລິຫານ ແລະ ຄູ-ອາຈານ ທົ່ວປະເທດ ໄປຈັດຕັ້ງຜັນຂະຫຍາຍ 4 ວຽກງານຈຸດສຸມ ຄື:
1. ເອົາໃຈໃສ່ຈັດຕັ້ງປະຕິບັດຫຼັກສູດທິດສະດີການເມືອງ (ປັບປຸງໃໝ່ 2026) ໃຫ້ເຂົ້າສູ່ລວງເລິກ ແລະ ເປັນເອກະພາບທົ່ວປະເທດ.
2. ສ້າງບາດກ້າວບຸກທະລຸໃນວິທີວິທະຍາການສອນ ໂດຍ “ເອົານັກສຶກສາເປັນໃຈກາງ”, ປ່ຽນແປງຈາກການບັນຍາຍຝ່າຍດຽວ ມາສູ່ການສົນທະນາແລກປ່ຽນ ແລະ ແກ້ໄຂກໍລະນີສຶກສາຕົວຈິງຈາກທ້ອງຖິ່ນ.
3. ຍົກລະດັບການຄຸ້ມຄອງບໍລິຫານ ດ້ວຍການຫັນເປັນທັນສະໄໝ ເພື່ອແກ້ໄຂຄວາມຊັກຊ້າ ແລະ ເຊື່ອມໂຍງສາຍຕັ້ງ-ສາຍຂວາງໃຫ້ໂລ່ງລ່ຽນ.
4. ຍົກສູງບົດບາດການນຳພາ-ຊີ້ນຳ ແລະ ລະບອບການຕິດຕາມ-ປະເມີນຜົນ ຢ່າງພາວະວິໄສ ເພື່ອຮັບປະກັນຄຸນນະພາບຂອງ “ສົ້ນເຂົ້າ” ແລະ “ສົ້ນອອກ” ໃຫ້ສົມກັບເປັນ “ເບົ້າຫຼໍ່” ອັນສັກສິດຂອງພັກ.
ໃນຕອນທ້າຍ, ທ່ານ ປອ ອານຸພາບ ຕຸນາລົມ ໄດ້ກ່າວປິດກອງປະຊຸມສະຫຼຸບຖອດຖອນບົດຮຽນ ປະຈຳສົກປີ 2025-2026 ຢ່າງເປັນທາງການ ພ້ອມທັງອວຍພອນໄຊອັນປະເສີດ ໃຫ້ບັນດາຜູ້ແທນກອງປະຊຸມທຸກສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ຍາດໄດ້ຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການປະຕິບັດໜ້າທີ່ວຽກງານ ຢູ່ແຕ່ລະທ້ອງຖິ່ນ.
————————————————-
ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ
————————————————–
