ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຮ່ວມກັບ ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນ້ຳທາ ຈັດກອງປະຊຸມສຳມະນາວິທະຍາສາດທົ່ວປະເທດ ພາຍໃຕ້ຫົວຂໍ້: “ພັດທະນາໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ໃຫ້ເຂັ້ມແຂງ” ຈັດຂຶ້ນໃນວັນທີ 11 ພະຈິກ 2026.

ກອງປະຊຸມຄັ້ງນີ້ ໄດ້ຮຽນເຊີນ ທ່ານ ປອ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປັນປະທານ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການ; ໂດຍມີ ທ່ານ ປອ ສຸພາວະດີ ຫຼ້າຄຳສາຍ ຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ ເປັນຜູ້ດຳເນີນການສຳມະນາ. ເຂົ້າຮ່ວມກອງປະຊຸມມີ ຄະນະພັກ, ຄະນະອຳນວຍການ, ຄູ-ອາຈານ, ນັກວິທະຍາ ສາດ ແລະ ຄະນະຮັບຜິດຊອບ ຕາງໜ້າໃຫ້ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ທັງ 18 ໂຮງຮຽນ ໃນທົ່ວປະເທດ.
ໃນບົດຄຳເຫັນກ່າວເປີດພິທີ, ທ່ານ ປອ ອານຸພາບ ຕຸນາລົມ ໄດ້ຕີລາຄາຢ່າງເລິກເຊິ່ງເຖິງສະພາບການພູມສາດການເມືອງໂລກ ແລະ ເສດຖະກິດ-ສັງຄົມ ທີ່ມີການຜັນແປຢ່າງໄວວາ, ສັບສົນ ແລະ ຄາດເດົາໄດ້ຍາກ. ສະພາບການດັ່ງກ່າວ ໄດ້ສ້າງທັງໂອກາດ ແລະ ສິ່ງທ້າທາຍ ຕໍ່ການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ຂອງລັດຖະບານ.
ເພື່ອຮັບປະກັນການສ້າງເສດຖະກິດເອກະລາດ-ເປັນເຈົ້າຕົນເອງ ແລະ ການປັບປຸງການບໍລິຫານລັດ, “ຄົນ” ຈຶ່ງເປັນປັດໄຈຕັດສິນ. ການສຶກສາອົບຮົມທິດສະດີການເມືອງ ບໍ່ແມ່ນຮຽນພຽງເພື່ອໃຫ້ໄດ້ໃບຢັ້ງຢືນ ຫຼື ວຸດທິການສຶກສາ, ແຕ່ຕ້ອງ “ປ່ຽນຄວາມຮູ້ເປັນຄວາມສາມາດ, ປ່ຽນຄວາມສາມາດເປັນຜົນງານ ແລະ ປ່ຽນຜົນງານໃຫ້ເປັນການພັດທະນາ”.















ທ່ານ ປອ ອານຸພາບ ຕຸນາລົມ ໄດ້ເນັ້ນໃສ່ທິດທາງການປ່ຽນແປງໃໝ່ດ້ານການສິດສອນ ແລະ ການຄຸ້ມຄອງວ່າ:
“ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ຕ້ອງກ້າວຈາກການ “ສອນໃຫ້ຮູ້” ໄປສູ່ “ສອນໃຫ້ຄິດເປັນ, ສອນໃຫ້ວິເຄາະເປັນ, ສອນໃຫ້ຮູ້ຈັກວິທີການແກ້ບັນຫາເປັນ ແລະ ນຳໄປປະຕິບັດມີປະສິດທິຜົນຕົວຈິງ”. ໂຮງຮຽນຕ້ອງເປັນເບົ້າຫຼໍ່ອັນໜັກແໜ້ນ ໃນການກໍ່ສ້າງ, ບຳລຸງ, ພັດທະນາ ແລະ ກັ່ນຕອງພະນັກງານ ໃຫ້ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້-ຄວາມສາມາດທັນຍຸກສະໄໝ ເພື່ອຮັບໃຊ້ປະຊາຊົນຢ່າງແທ້ຈິງ”.
ນອກຈາກນີ້, ຍັງໄດ້ຜັນຂະຫຍາຍທິດຊີ້ນຳ ຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ທີ່ໄດ້ເນັ້ນໃຫ້ ສມປຊ ເຮັດໜ້າທີ່ເປັນສະຖາບັນແມ່ ຢ່າງສະໜິດແໜ້ນກັບທ້ອງຖິ່ນ; ພ້ອມທັງຮຽກຮ້ອງໃຫ້ ອົງຄະນະພັກ ແລະ ອຳນາດການປົກຄອງແຂວງ ເອົາໃຈໃສ່ຊີ້ນຳ, ສະໜອງງົບປະມານ ແລະ ເງື່ອນໄຂທີ່ເອື້ອອຳນວຍ ໃຫ້ໂຮງຮຽນການເມືອງທ້ອງຖິ່ນ ເຄື່ອນໄຫວຢ່າງມີປະສິດທິພາບສູງສຸດ.
ໃນກອງປະຊຸມ, ຕາງໜ້າຈາກ 18 ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ໄດ້ຜ່ານບົດສຳມະນາວິທະຍາສາດ, ເຊິ່ງໄດ້ສ່ອງແສງໃຫ້ເຫັນຜົນການຄົ້ນຄວ້າ, ຂໍ້ສະດວກ, ບັນຫາຕັ້ງຂຶ້ນ ແລະ ວິທີການແກ້ໄຂ ຕາມ 5 ຂົງເຂດວຽກງານຕົ້ນຕໍ ດັ່ງນີ້:
1. ການພັດທະນາການສິດສອນ: ເອົາທິດສະດີຕິດພັນກັບພຶດຕິກຳ ແລະ ການແຕ່ງບົດສອນ.
– ໂຮງຮຽນການເມືອງ-ການປົກຄອງ ແຂວງຜົ້ງສາລີ: ໄດ້ເນັ້ນໃສ່ຫຼັກມູນ “ທິດສະດີຕິດພັນກັບພຶດຕິກຳ, ການຮຽນສົມທົບກັບການປະຕິບັດຕົວຈິງ” ຕາມມະຕິ XII ຂອງພັກ. ຜ່ານການຈັດທັດສະນະສຶກສາ, ການສ້າງສື່ການສອນ (PowerPoint, ວິດີໂອ) ແລະ ຈັດຊຸດຮຽນຂັ້ນຕົ້ນ-ຂັ້ນກາງ. ຢ່າງໃດກໍດີ, ຍັງມີບັນຫາອຸປະກອນບໍ່ພຽງພໍ ແລະ ການປະເມີນຜົນຍັງເນັ້ນຄວາມຈື່ຈຳຫຼາຍກວ່າພຶດຕິກຳ; ເຊິ່ງໄດ້ສະເໜີໃຫ້ປັບປຸງວິທີສອນແບບເອົານັກສຶກສາເປັນໃຈກາງ ແລະ ເພີ່ມກິດຈະກຳທັດສະນະສຶກສາ.
– ໂຮງຮຽນການເມືອງ-ການປົກຄອງ ແຂວງອັດຕະປື: ໄດ້ສະເໜີບົດຮຽນການສ້າງຂະບວນການກິດຈະກຳຕິດພັນກັບການຮຽນ-ການສອນ, ການແລກປ່ຽນບົດຮຽນຂ້າມແຂວງ ແລະ ຂະບວນການ 3 ມະຫາຊົນ.
– ໂຮງຮຽນການເມືອງ-ການປົກຄອງ ແຂວງໄຊສົມບູນ: ໄດ້ລົງເລິກ “ການຍົກສູງຄຸນນະພາບການແຕ່ງບົດສອນຂອງຄູ”, ໂດຍຊີ້ໃຫ້ເຫັນວ່າບົດສອນແມ່ນແຜນແມ່ບົດທີ່ຕັດສິນຄຸນນະພາບການສອນ. ໂຮງຮຽນໄດ້ສະເໜີໃຫ້ປັບປຸງໂຄງຮ່າງບົດສອນໃຫ້ເປັນເອກະພາບ, ປະກອບຄອມພິວເຕີໃຫ້ຄູ ແລະ ໃສ່ລະຫັດບົດສອບເສັງ (ຕັດຫົວຂວັ້ນ) ເພື່ອຮັບປະກັນຄວາມໂປ່ງໃສ.
– ໂຮງຮຽນການເມືອງ-ການປົກຄອງ ແຂວງບໍ່ແກ້ວ: ໄດ້ຍົກໃຫ້ເຫັນ ຄູ-ອາຈານ ຕ້ອງຖືເອົາຫຼັກການສິດສອນທີ່ຕິດພັນລະຫວ່າງທິດສະດີກັບພຶດຕິກຳ ແລະ ວຽກງານຕົວຈິງຂອງທ້ອງຖິ່ນຢ່າງໃກ້ຊິດ. ການກະກຽມ ຕ້ອງເອົາໃຈໃສ່ກະກຽມ ແລະ ແຕ່ງບົດສອນໃຫ້ລະອຽດທຸກຄັ້ງກ່ອນຂຶ້ນຫ້ອງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຜູ້ຮຽນ.
2. ການຍົກສູງຄຸນນະພາບການຮຽນ, ການຮຽນດ້ວຍຕົນເອງ ແລະ ວຽກງານຫໍສະໝຸດ.
– ໂຮງຮຽນການເມືອງ-ການປົກຄອງ ແຂວງອຸດົມໄຊ: ໄດ້ສະເໜີການພັດທະນາວຽກງານຫໍສະໝຸດໃຫ້ຮັບປະກັນຄຸນນະພາບ, ເຊິ່ງໄດ້ໃຫ້ບໍລິການແກ່ຄູ-ນັກສຶກສາຫຼາຍກວ່າ 37,000 ເທື່ອຄົນ ແລະ ຈັດຫາປື້ມໄດ້ 16,560 ຫົວ. ວິທີການຕໍ່ໜ້າ ແມ່ນການຫັນເປັນດິຈິຕອນ, ສ້າງຖານຂໍ້ມູນອອນລາຍ ແລະ ສົ່ງເສີມວັດທະນະທຳການອ່ານ.
– ໂຮງຮຽນການເມືອງ-ການປົກຄອງ ແຂວງຊຽງຂວາງ: ໄດ້ເນັ້ນ “ການຮໍ່າຮຽນດ້ວຍຕົນເອງຂອງຜູ້ຮຽນ”, ໂດຍຈັດຝຶກອົບຮົມທັກສະການອ່ານ-ວິເຄາະເອກະສານ ແລະ ປັບປຸງລະບົບໄອທີ.
– ໂຮງຮຽນການເມືອງ-ການປົກຄອງ ແຂວງວຽງຈັນ: ໄດ້ເນັ້ນການຍົກສູງຄຸນນະພາບການຮຽນ ຜ່ານການຄັດເລືອກ ສົ້ນເຂົ້າ (ນັກສຶກສາ) ໃຫ້ຖືກຕາມແຜນກຳນົດ, ການຍົກລະດັບຄູໜຸ່ມ ແລະ ການສ້າງບັນຍາກາດການຮຽນ-ການສອນ ໂດຍບໍ່ມີການຈຳແນກ.
– ໂຮງຮຽນການເມືອງ-ການປົກຄອງ ນະຄອນຫຼວງ: ໄດ້ຍົກໃຫ້ເຫັນ ການສະໜອງ, ຄຸ້ມຄອງ ແລະ ສະໜັບສະໜູນແຫຼ່ງຄົ້ນຄວ້າເອກະສານ, ຂໍ້ມູນ-ຂ່າວສານທີ່ຖືກຕ້ອງ, ຮັບປະກັນເອກະສານອ້າງອີງ ແລະ ເຕັກໂນໂລຊີ ເພື່ອຮັບຮອງຮັບການຮຽນ-ການສອນຢ່າງມີປະສິດທິພາບ.
3. ວຽກງານຄຸ້ມຄອງຫຼັກສູດ, ຄຸ້ມຄອງນັກສຶກສາ ແລະ ການປະເມີນຜົນ.
– ໂຮງຮຽນການເມືອງ-ການປົກຄອງ ແຂວງເຊກອງ: ສະເໜີການຍົກສູງຄຸນນະພາບການຄຸ້ມຄອງຫຼັກສູດ ໂດຍການປັບປຸງນິຕິກຳ, ການສ້າງແຜນກຳນົດຄູ-ອາຈານ (ດ້ານໄອທີ, ພາສາຕ່າງປະເທດ) ແລະ ການປະສານງານສາຍຕັ້ງ-ສາຍຂວາງ.
– ໂຮງຮຽນການເມືອງ-ການປົກຄອງ ແຂວງຫຼວງນໍ້າທາ: ໄດ້ຜ່ານຜົນການຈັດຕັ້ງປະຕິບັດຫຼັກສູດຂັ້ນຕົ້ນ, ຂັ້ນກາງ ແລະ 10 ວັນ; ພ້ອມທັງເນັ້ນການປັບປຸງແບບແຜນວິທີເຮັດວຽກຂອງຄູ ແລະ ການປະເມີນສົ້ນອອກ.
– ໂຮງຮຽນການເມືອງ-ການປົກຄອງ ແຂວງຄຳມ່ວນ: ສະເໜີ “ການຍົກສູງຄຸນນະພາບວຽກງານຄຸ້ມຄອງນັກສຶກສາ”, ໂດຍການສຶກສາອົບຮົມການເມືອງ-ແນວຄິດ, ການຄຸ້ມຄອງວິໄນ, ການສ້າງຄະນະຮັບຜິດຊອບຫ້ອງຮຽນເພື່ອຄຸ້ມຄອງກັນເອງ ແລະ ການນຳໃຊ້ລະບົບດິຈິຕອນຕິດຕາມນັກສຶກສາ.
– ໂຮງຮຽນການເມືອງ-ການປົກຄອງ ແຂວງຈຳປາສັກ: ເນັ້ນການຍົກສູງຄຸນນະພາບການປະເມີນຜົນການຮຽນ ໃຫ້ມີຄວາມຮັດກຸມ, ຍຸດຕິທຳ ແລະ ຫຼາກຫຼາຍຮູບແບບ.

















4. ການຄົ້ນຄວ້າວິທະຍາສາດ, ການຕິດຕາມອະດີດນັກສຶກສາ ແລະ ພື້ນຖານໂຄງລ່າງ.
– ໂຮງຮຽນການເມືອງ-ການປົກຄອງ ແຂວງສະຫວັນນະເຂດ: ໄດ້ສະເໜີຜົນງານການຂຽນບົດວິທະຍາສາດ 13 ບົດ, ບົດວາລະສານ 8 ບົດ ແລະ ການຮ່ວມມືສຳມະນາກັບ ໂຮງຮຽນການເມືອງຈາກ ສສ ຫວຽດນາມ.
– ໂຮງຮຽນການເມືອງ-ການປົກຄອງ ແຂວງສາລະວັນ: ໄດ້ຜ່ານບົດສຳມະນາ “ການຕິດຕາມກວດກາ ແລະ ປະເມີນຜົນນັກສຶກສາທີ່ຮຽນຈົບ”. ຜ່ານການຕິດຕາມອະດີດນັກສຶກສາ 663 ທ່ານ (ປີ 2020-2024), ພົບວ່າ 90% ຍັງຮັກສາໄດ້ຄຸນທາດການເມືອງ, 27.45% ໄດ້ຮັບຕຳແໜ່ງໃໝ່ສູງຂຶ້ນ; ພ້ອມສະເໜີໃຫ້ຕອບສະໜອງງົບປະມານ ແລະ ເຮັດການຕິດຕາມຢ່າງຕໍ່ເນື່ອງ.
– ໂຮງຮຽນການເມືອງ-ການປົກຄອງ ແຂວງບໍລິຄຳໄຊ: ສະເໜີການພັດທະນາພື້ນຖານໂຄງລ່າງ (ອາຄານ, ຫໍພັກ, ລະບົບໄອທີ) ຕິດພັນກັບຍຸດທະສາດ “2 ຝຶກ 3 ດີ 4 ພັດທະນາ” ແລະ ການຍາດແຍ່ງທຶນຊ່ວຍ ເຫຼືອຈາກຕ່າງປະເທດ.
5. ການປະຕິບັດນະໂຍບາຍ ແລະ ການຄຸ້ມຄອງງົບປະມານ.
– ໂຮງຮຽນການເມືອງ-ການປົກຄອງ ແຂວງຫຼວງພະບາງ: ສະເໜີການເພີ່ມທະວີປະຕິບັດນະໂຍບາຍ ຕໍ່ຄູ-ອາຈານ (ການເລື່ອນຊັ້ນ, ເງິນເດືອນ, ຍົກລະດັບ) ແລະ ນັກສຶກສາ (ເພີ່ມເງິນເບ້ຍລ້ຽງຈາກ 20,000 ກີບ ເປັນ 30,000 ກີບ/ວັນ, ເງິນອຸດໜູນຂຽນບົດ).
– ໂຮງຮຽນການເມືອງ-ການປົກຄອງ ແຂວງຫົວພັນ: ສະເໜີບົດຮຽນ “ການສ້າງແຜນ ແລະ ຄຸ້ມຄອງງົບປະມານຢ່າງມີປະສິດທິຜົນສູງ”, ໂດຍການປັບປຸງໜ່ວຍງານການເງິນ, ປະຕິບັດກົດໝາຍງົບປະມານຢ່າງເຂັ້ມງວດ ແລະ ຫ້າມການໃຊ້ຈ່າຍນອກແຜນ.
– ໂຮງຮຽນການເມືອງ-ການປົກຄອງ ແຂວງໄຊຍະບູລີ: ການປະຕິບັດນະໂຍບາຍໄດ້ສຸມໃສ່ການສະໜອງງົບປະມານສະໜັບສະໜູນການບຳລຸງກໍ່ສ້າງ ແລະ ຍົກລະດັບຄວາມຮູ້ ຂອງພະນັກງານ, ຄູ-ອາຈານທັງພາຍໃນ ແລະ ຕ່າງປະເທດ. ພ້ອມທັງປະຕິບັດນະໂຍບາຍສະຫວັດດີການ ແລະ ການຊ່ວຍເຫຼືອດ້ານງົບປະມານໃນກໍລະນີຕ່າງໆ ເຊັ່ນ: ການເຈັບເປັນ, ເກີດລູກ, ຮັບເບ້ຍບຳນານ ແລະ ການເສຍຊີວິດ.
ຜ່ານການແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ ແລະ ມີວິທະຍາສາດ, ກອງປະຊຸມສຳມະນາວິທະຍາສາດ ໄດ້ຕົກລົງເປັນເອກະພາບກັນ ກ່ຽວກັບທິດທາງ ແລະ ມາດຕະການຕົ້ນຕໍ ເພື່ອພັດທະນາໂຮງຮຽນການເມືອງ ແລະ ການປົກຄອງທ້ອງຖິ່ນ ໃຫ້ເຂັ້ມແຂງໃນຕໍ່ໜ້າ ດັ່ງນີ້:
1. ດ້ານການເມືອງ-ແນວຄິດ: ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ຢ່າງເລິກເຊິ່ງ, ຍຶດໝັ້ນລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ແນວທາງຂອງພັກ.
2. ດ້ານການສິດສອນ ແລະ ຫຼັກສູດ: ປັບປຸງວິທີການສິດສອນຕາມທິດ “ທິດສະດີຕິດພັນກັບພຶດຕິກຳ”, ຫັນປ່ຽນສູ່ການສອນແບບເອົານັກສຶກສາເປັນໃຈກາງ, ເອົາໃຈໃສ່ຍົກສູງຄຸນນະພາບການແຕ່ງບົດສອນ ແລະ ການຄຸ້ມຄອງຫຼັກສູດ.
3. ດ້ານບຸກຄະລາກອນຄູ ແລະ ການບໍລິຫານ: ເພີ່ມທະວີການບຳລຸງ-ກໍ່ສ້າງຄູ-ອາຈານ ໃຫ້ມີຄວາມຊ່ຽວ ຊານ, ຮູ້ທັດສະນະການເມືອງ ແລະ ທັນສະໄໝດ້ານໄອທີ/ພາສາຕ່າງປະເທດ; ພ້ອມທັງປັບປຸງກົນໄກການຄຸ້ມຄອງງົບປະມານ ແລະ ການປະຕິບັດນະໂຍບາຍຢ່າງຍຸດຕິທຳ.
4. ດ້ານພື້ນຖານໂຄງລ່າງ ແລະ ເຕັກໂນໂລຊີ: ສຸມໃສ່ພັດທະນາອາຄານສະຖານທີ່, ຫໍສະໝຸດດິຈິຕອນ ແລະ ອຸປະກອນໄອທີ ເພື່ອຮັບໃຊ້ການຮຽນ-ການສອນ.
5. ດ້ານການຕິດຕາມ ແລະ ປະສານງານ: ເພີ່ມທະວີການຕິດຕາມ, ກວດກາ ແລະ ປະເມີນຜົນອະດີດນັກ ສຶກສາ, ພ້ອມທັງເພີ່ມທະວີການປະສານງານແໜ້ນແຟ້ນ ລະຫວ່າງ ສມປຊ, ຄະນະພັກແຂວງ ແລະ ໂຮງຮຽນການເມືອງແຂວງ, ນະຄອນຫຼວງ.
ກອງປະຊຸມສຳມະນາວິທະຍາສາດທົ່ວປະເທດ ພາຍໃຕ້ຫົວຂໍ້: “ພັດທະນາໂຮງຮຽນການເມືອງ ແລະ ການປົກຄອງທ້ອງຖິ່ນ ໃຫ້ເຂັ້ມແຂງ” ໃນຄັ້ງນີ້ ທ່ານ ອານຸພາບ ຕຸນາລົມ ໄດ້ມີຄຳເຫັນຕໍ່ກອງປະຊຸມ ແລະສະແດງຄວາມຊົມເຊີຍທີ່ໄດ້ປະສົບຜົນສຳເລັດຢ່າງງົດງາມ, ພ້ອມທັງມອບໃຫ້ ທ່ານ ປອ ສຸພາວະດີ ຫຼ້າຄຳສາຍ ເປັນປະທານກ່າວປິດ ແລະ ໂອ້ລົມ ຕໍ່ກອງປະຊຸມທີ່ອັນເປັນບາດກ້າວສຳຄັນໃນການຍົກລະດັບຄຸນນະພາບການສຶກສາທິດສະດີການເມືອງ ແລະ ການປົກຄອງ ເພື່ອກໍ່ສ້າງຖັນແຖວພະນັກງານນຳພາ-ຄຸ້ມຄອງ ທັງປະລິມານ ແລະ ຄຸນນະພາບ ຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນໄລຍະໃໝ່.
————————————–
ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ
