ກອງປະຊຸມໃຫຍ່ຄັ້ງທີ ll ຂອງອົງການຈັດຕັ້ງ ມະຫາຊົນ ສມປຊ
ໃນຕອນແລງວັນທີ 4ມິຖຸນາ2024 ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງ 302 ຕຶກຫັດ ຄະນະຊາວໜຸ່ມຮາກຖານຄະນະປັດຊະຍາ ແລະ ຄະນະກໍ່ສ້າງພັກ ແລະປະຫວັດສາດພັກ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ ll ຂອງຮາກຖານຕົນເອງຂຶ້ນ ພາຍໃຕ້ການເປັນປະທານໂດຍ: ທ່ານ ປທ ສົມສີ ຈັນທະພົມ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ສມປຊ ປະທານກວດກາ ຮອງຫົວໜ້າກົມກວດກາ ມີບັນດາແຂກຮັບເຊີນຈາກບັນດາຮາກຖານຊາວໜຸ່ມອ້ອມຂ້າງ; ຄະນະໜ່ວຍພັກ; ພະແນກອົງການຈັດຕັ້ງມະຫາຊົນ, ກໍາມະບານ ແລະແມ່ຍິງ ລວມທັງໝົດ 28…
