ໜ່ວຍພັກຮາກຖານ ສູນຂໍ້ມູນຂ່າວສານ ແລະສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານຈັດຕັ້ງເຊື່ອມຊຶມ 4 ເອກະສານສໍາຄັນ ແລະທາບທາມບຸກຄະລາກອນໃສ່ກອງປະຊຸມໃຫຍ່ໜ່ວຍພັກຮາກຖານ
ໃນຕອນເຊົ້າວັນທີ 14 ມິຖຸນາ 2024 ໜ່ວຍພັກຮາກຖານ ສຂມປ-ສນຫ ໄດ້ຈັດຕັ້ງກອງປະຊຸມເຊື່ອມ 4 ເອກະສານສໍາຄັນ, ປະກອບຄໍາເຫັນໃສ່ຮ່າງລົດລາຍງານການເມືອງ ແລະທາບບຸກຄະລາກອນໃສ່ກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍພັກຮາກຖານ, ພາຍໃຕ້ເປັນປະທານຂອງ ສະຫາຍ ປອ ນາງ ລຳພູນ ດວນສຸວັນ ເລຂາໜ່ວຍພັກຮາກຖານ ສຂມປ-ສນຫ, ໃຫ້ກຽດເຂົ້າຮ່ວມ ມີ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈໍາພັກ, ຮອງຫົວໜ້າ…
