ຄະນະຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລົງຖອດຖອນບົດຮຽນຢູ່ ແຂວງ ຫຼວງນໍ້າທາ
ວັນທີ 21 ມິຖຸນາ 2024 ຢູ່ທີ່ຫ້ອງປະຊຸມໂຮງຮຽນການເມືອງ-ການປົກຄອງແຂວງຫຼວງນໍ້າທາ ໄດ້ຈັດຕັ້ງກອງປະຊຸມຖອດຖອນບົດຮຽນການປະຕິບັດຫຼັກສູດການຮຽນ-ການສອນຂຶ້ນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວຽງສະຫວັດ ສີພັນດອນ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຫຼວງນໍ້າທາ, ມີທ່ານ ປອ ຄຳພັນ ເຈອາ ກໍາມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ທ່ານ ປອ ສຸພາວະດີ ຫຼ້າຄຳສາຍ ຫົວໜ້າກົມຄຸ້ມຄອງການຮຽນ – ການສອນ ສະຖາບັນກນເມືອງ ແລະ…
