ພິທີປິດເຝິກອົບຮົມພາສາຈີນ ຂອງຫ້ອງຮຽນຂົງຈື ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດສົກປີ 2023-2024
ຫ້ອງຮຽນຂົງຈື ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປັນວຽກໜຶ່ງທີ່ຂຶ້ນກັບພະແນກພົວພັນຕ່າງປະເທດ ຊີ້ນຳໂດຍ: ຫ້ອງການສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ສະນັ້ນຕອນເຊົ້າໃນວັນທີ 16 ກໍລະກົດ 2024 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປິດເຝິກອົບຮົມພາສາຈີນ ຂອງຫ້ອງຮຽນຂົງຈື ສົກປີ 2023-2024 ພາຍໃຕ້ການເປັນປະທານໂດຍ: ທ່ານ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ກຳມະການຄະນະພັກ, ຮອງຫົວໜ້າ ສມປຊ, ມີ ທ່ານ…
