ກອງປະຊຸມໃຫຍ່ ຄັ້ງທີ VI ຂອງສະຫະພັນກໍາມະບານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ
ໃນຕອນເຊົ້າວັນທີ 24 ທັນວາ 2024 ທີ່ສະໂມສອນໃຫຍ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ສະຫະພັນກໍາມະບານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ VI ຂອງຕົນຂຶ້ນ. ໃຫ້ກຽດເປັນປະທານໂດຍ: ທ່ານ ເລັດ ໄຊຍະພອນ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານ ສູນກາງສະຫະພັນກໍາມະບານລາວ, ມີທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ,…
