ສະມາຊິກແມ່ຍິງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມຝຶກອົບຮົມການເຮັດເຂົ້າໜົມ ສົ່ງເສີມວິຊາຊີບ ແລະສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ
ເພື່ອເປັນການສ້າງຄວາມເຂັ້ມແຂງ, ສົ່ງເສີມວິຊາຊີບ ແລະຍົກລະດັບສີມືແຮງງານໃຫ້ແກ່ເອື້ອຍນ້ອງແມ່ຍິງໃນຍຸກປັດຈຸບັນ, ພາຍໃຕ້ການສະໜັບສະໜູນທຶນການຝຶກອົບຮົມຈາກ ວິທະຍາໄລເຕັກນິກປາກປ່າສັກ, ຄະນະສະຫະພັນແມ່ຍິງຮາກຖານວິທະຍາໄລເຕັກນິກປາກປ່າສັກ ໄດ້ຈັດຕັ້ງຊຸດຝຶກອົບຮົມວິຊາຊີບໄລຍະສັ້ນ ໃນຫົວຂໍ້ “ການເຮັດເຂົ້າໜົມ ແລະເບເກີຣີ” ຂຶ້ນຢ່າງເປັນທາງການໃນວັນທີ 12 ມີນາ 2026. ການຝຶກອົບຮົມຄັ້ງນີ້ໄດ້ຈັດຂຶ້ນທີ່ສູນເມຊານ (Maysan Center), ເຊິ່ງຕັ້ງຢູ່ຊັ້ນ 4 ຂອງສູນການຄ້າ ວຽງຈັນເຊັນເຕີ (Vientiane Center). ພິທີເປີດການຝຶກອົບຮົມໃນຄັ້ງນີ້ ໄດ້ຮັບກຽດເຂົ້າຮ່ວມ ແລະ ຊີ້ນຳຢ່າງໃກ້ຊິດໂດຍທ່ານ ອຈ ຈັນແກ້ວ ບູລົມ,…
