ກອງປະຊຸມໃຫຍ່ ຂອງໜ່ວຍພັກຮາກຖານ ນັກສຶກສາປະລິນຍາຕີຕໍ່ເນື່ອງ ຮຸ່ນທີ XV
ຕອນບ່າຍວັນທີ 18 ມີນາ 2026 ນີ້ ໜ່ວຍພັກຮາກຖານ ນັກສຶກສາ ປະລິນຍາຕີຕໍ່ເນື່ອງ ຮຸ່ນທີ XV ໄດ້ຈັດກອງປະຊຸມໃຫຍ່ໜ່ວຍພັກຂອງຕົນຂຶ້ນ ຢູ່ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ໂດຍເປັນກຽດເຂົ້າຮ່ວມ ຂອງສະຫາຍ ຮສ ປອ ດາວສະຫວັນ ເຄືອມີໄຊ ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປັນປະທານກອງປະຊຸມ, ມີສະຫາຍ ປອ ນ. ຈັນທະໜອມ…
