ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຍົກລະດັບຄວາມຮູ້ຄວາມສາມາດ ການຂຽນໂຄງການລົງທຶນຂອງລັດ ໃຫ້ພະນັກງານ, ຄູ-ອາຈານ
ການລົງທຶນຂອງລັດແມ່ນການນຳໃຊ້ງົບປະມານແຫ່ງລັດ, ຊັບພະຍາກອນທຳມະຊາດ, ຊັບສິນ, ລິຂະສິດຂອງລັດ ແລະທຶນຊ່ວຍເຫຼືອທາງການເພື່ອການພັດທະນາທີ່ຜ່ານລະບົບງົບປະມານເຂົ້າໃສ່ໂຄງການກໍ່ສ້າງພື້ນຖານໂຄງລ່າງທີ່ຮັບໃຊ້ສາທາລະນະປະໂຫຍດ, ສະໜອງອຸປະກອນ ແລະສົ່ງເສີມວິຊາການເພື່ອຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ສະນັ້ນ, ເພື່ອຄວາມເອກະພາບໃນການຂຽນໂຄງການລົງທຶນຂອງລັດໃຫ້ຖືກຕ້ອງ ແລະຄວາມເອກະພາບກັນ ຫ້ອງການ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈຶ່ງໄດ້ຈັດເຝິກອົບຮົມການຂຽນໂຄງການລົງທຶນຂອງລັດ ໃຫ້ພະນັກງານ, ຄູ-ອາຈານ ໃນວັນທີ 3 ສິງຫາ 2023 ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ແລະຍັງເປັນການກໍ່ສ້າງພະນັກງານທີ່ຮັບຜິດຊອບວຽກງານດັ່ງກ່າວ ແລະໄດ້ປະກອບສ່ວນອັນສຳຄັນໃຫ້ແກ່ວຽກງານຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໃນການຂຽນໂຄງການຕ່າງໆ. ໃຫ້ກຽດເປັນປະທານການເຝິກອົບຮົມໂດຍ: ທ່ານ…
