Month: September 2021

ພິທີເຜີຍແຜ່ ແລະ ເຊື່ອມຊຶມ ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI ໃຫ້ແກ່ນັກສຶກສາຫ້ອງຮຽນອະນຸປະລິນຍາ ຮຸ່ນທີ XIX

ເພື່ອ​​​​​​ເຮັດ​ໃຫ້ການ​ຈັດ​ຕັ້ງ​ເຜີ​ຍ​ແຜ່ ແລະເຊື່ອມ​ຊຶມບັນດາ​ມະຕິ, ຄໍາ​ສັ່ງ ແລະ ນິຕິ​ກຳ​ຕ່າງໆ ຂອງ​ຂັ້ນ​ເທິງວາງ​ອອກ ​​​​ໃຫ້ໄດ້​ຮັບ​ການຈັດ​ຕັ້ງ​​​ເຊື່ອມ​ຊຶມຢ່າງ​ທົ່ວ​ເຖິງ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ​ເວົ້າ​ລວມ, ເວົ້າ​ສະ​ເພາະກໍ່​ແມ່ນ​ຢູ່​ໃນ​ສະ​ຖາ​ບັນ​ການ​ເມືອງ ແລະ ການ​ປົກຄອງ​ແຫ່ງ​ຊາດ ​​ໃຫ້ໄດ້​ຮັບ​ການຈັດ​ຕັ້ງ​ເຜີຍ​ແຜ່ ແລະ​ເຊື່ອມ​ຊຶມໃຫ້​ບັນດາ​ສະມາຊິກ​ພັກ, ຄູ​-ອາຈານ ​ແລະ ນັກ​​ສຶກສາທຸກ​ຮຸ່ນ, ທຸກ​ລະບົບໃນທົ່ວ​ສະ​ຖາ​ບັນ ສມປຊ ຢ່າງ​ທົ່ວ​ເຖິງ ​ແລະໄດ້​ຮັບ​ຜົນ​ສໍາ​ເລັດ​ຕາມ​ລະດັບ​ຄາດໝາຍ.           ດັ່ງ​ນັ້ນ, ໃນ​ຕອນບ່າຍຂອງວັນ​ທີ 10 ກັນຍາ 2021 ເວລາ 13:00 ​ໂມງ ຢູ່​ໃນຫ້ອງຮຽນອະນຸປະລິນຍາຮຸ່ນທີ…

ກອງປະຊຸມສຳມະນາວິທະຍາສາດ ໃນຫົວຂໍ້: ສ້າງຄວາມເຂັ້ມແຂງ ໃຫ້ແກ່ໂຮງຮຽນ ການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ແລະ ແຂວງຫົວພັນ

ເພື່ອເປັນການປະຕິບັດຕາມມະຕິກອງປະຊຸມຜູ້ບໍລິຫານ ໂຮງຮຽນການເມືອງ ແລະການປົກຄອງ ແຂວງ, ນະຄອນຫຼວງ, ທີ່ແຂວງ ອຸດົມໄຊ. ສະນັ້ນ, ໃນວັນທີ 3 ກັນຍາ 2021 ໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ແລະ ໂຮງຮຽນຮຽນການເມືອງ ແລະ ການປົກຄອງ ແຂວງຫົວພັນໄດ້ເປີດກອງປະຊຸມສຳມະນາວິທະຍາສາດຂຶ້ນ(ແບບທາງໄກ) ໃຫ້ກຽດເຂົ້າຮ່ວມເປັນປະທານພິທີ ໂດຍ ທ່ານ ປທ ຄຳຜຸຍ ໂນລາ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ…