ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ປະກາດການຈັດຕັ້ງພະນັກງານການນຳຂັ້ນສູງອອກພັກການ-ຮັບອຸດໜູນບຳນານ ໃນວັນທີ 8 ຕຸລາ 2021 ໄດ້​ຈັດ​ຂຶ້ນ​ຢູ່​ທີ່​ຫ້ອງປະຊຸມ (ຕຶກສູນຂໍ້ມູນຂ່າວສານ)​ ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະພັກ ແລະ ເຂົ້າຮ່ວມມີ ທ່ານ ດວງຕາ ຈູມພາວັນ ຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ, ຕາງໜ້າຫ້ອງການ, ກົມ, ຄະນະຕ່າງໆ, ສູນຕ່າງໆ ພາກສ່ວນລະ 1 ທ່ານ.

ໃນ​ພິທີ​ ສະຫາຍ ດວງຕາ ຈູມພາວັນ ໄດ້ຕາງໜ້າໃຫ້ ຄະນະຈັດຕັ້ງສູນກາງພັກ ຜ່ານ​ມະຕິ​ຕົກລົງ ສະບັບ​ເລກ​ທີ 162/ຄລສພ ລົງ​ວັນ​ທີ 4 ສິງຫາ 2021 ວ່າ​ດ້ວຍ​ການ​ອະນຸມັດ​ໃຫ້​ພະນັກງານ​ການ​ນຳ​ຂັ້ນ​ສູງອອກ​ພັກ​ການ​-​ຮັບ​ອຸດ​ໜູນ​ບຳນານ ຕົກລົງ​ໃຫ້​ສະຫາຍ ຮສ ສະໝຸດທອງ ສົມພານິດ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ອອກ​ພັກ​ການ​-​ຮັບ​ອຸດ​ໜູນ​ບຳນານ. ຊຶ່ງທ່ານໄດ້ເກີດເມື່ອ ວັນທີ 01 ມັງກອນ 1957 ລວມອາຍຸກະສຽນ 64 ປີ, ເຂົ້າສັງກັດລັດ ວັນທີ 23 ກໍລະກົດ 1984 ລວມອາຍຸການ 37 ປີ.

ຕະຫຼອດໄລຍະ 37 ປີ ທີ່ຜ່ານມາ ສະຫາຍ ສະໝຸດທອງ ສົມພານິດ ໄດ້ປະກອບສ່ວນປະຕິບັດໜ້າທີ່ການເມືອງ ຂອງຕົນດ້ວຍຄວາມຮັບຜິດຊອບສູງ ໃຫ້ແກ່ປະເທດຊາດ. ເວົ້າລວມ, ແມ່ນໄດ້ປະກອບສ່ວນເຮັດວຽກ ຢູ່ກະຊວງສຶກສາ 7 ປີ ແລະເວົ້າສະເພາະ ເຮັດວຽກຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດເປັນເວລາ 30 ປີ, ທ່ານມີຄວາມບາກບັ່ນຂະຫຍັນພຽນຕໍ່ໜ້າທີ່ວຽກງານທີ່ຕົນເອງຮັບຜິດຊອບ ພ້ອມທັງອຸທິດຕົນເອງທາງດ້ານສະຕິປັນຍາ ແລະເຫື່ອແຮງຈົນເຮັດໃຫ້ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆມາເຊັ່ນ: ທາງດ້ານກົງຈັກການຈັດຕັ້ງກໍ່ນັບມື້ນັບມີຄວາມເຂັ້ມແຂງ ແລະ ມີບົດບາດທີ່ພົ້ນເດັ່ນ ຢູ່ໃນສັງຄົມຢ່າງຕໍ່ເນື່ອງ. ພິເສດແມ່ນການເຄື່ອນໄຫວວຽກງານວິຊາການ ຂອງສະຖາບັນພວກເຮົາ ໂດຍສະເພາະກໍແມ່ນກົມການຮຽນ-ການສອນ (ນໍາພາ-ຊີ້ນຳວຽກງານວິຊາການ); ເຊິ່ງຜົນສໍາເລັດທັງໝົດນັ້ນ ກໍແມ່ນການປະກອບສ່ວນໃນການຊີ້ນຳວຽກງານວິຊາການໂດຍກົງຈາກ ສະຫາຍ ເຊິ່ງສະຫາຍເອງ ຍາມໃດກໍໄດ້ເອົາໃຈໃສ່ເບິ່ງແຍງດູແລ, ຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານວິຊາສະເພາະ ກໍຄືວຽກງານລວມ ຂອງສະຖາບັນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຮັບຜົນສໍາເລັດເລື່ອຍໆມາ.

ສະຫາຍ ຮສ ພູວົງ ອຸ່ນຄຳແສນ ຕາງໜ້າໃຫ້ຄະນະພັກ-ຄະນະນໍາ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາທັງໝົດ ຂອງສະຖາບັນ ກໍຄືພາກສ່ວນທີ່ກ່ຽວຂ້ອງ ຂໍສະແດງຄວາມຂອບໃຈຢ່າງຈິງໃຈນຳ ສະ ຫາຍ ຮສ ສະໝຸດທອງ ສົມພານິດ ທີ່ໄດ້ເສຍສະຫຼະເຫື່ອແຮງທັງກາຍ ແລະ ໃຈປະກອບສ່ວນປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍໃນແຕ່ລະໄລຍະ ຈົນປະສົບຜົນສໍາເລັດດ້ວຍດີຕະຫຼອດມາ, ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ຂອງສະຫາຍທີ່ຜ່ານມານັ້ນ ຈະກາຍເປັນບົດຮຽນອັນລໍ້າຄ່າ ໃຫ້ແກ່ພະນັກງານນໍາພາ-ຄຸ້ມຄອງຮຸ່ນຫຼັງ ໄປເປັນແບບຢ່າງໃນການຊີ້ນຳວຽກງານໃນຕໍ່ໜ້າໃຫ້ມີຜົນສຳເລັດ ແລະ ຫວັງຢ່າງຍິ່ງວ່າ ສະຫາຍ ຈະຍັງສືບຕໍ່ໃຫ້ຄຳຄິດຄຳເຫັນ, ຊ່ວຍເຫຼືອ, ປຶກສາຫາລືໃຫ້ແກ່ຄະນະພັກ, ຄະນະນໍາ ຂອງພວກເຮົາ ໂດຍສະເພາະປະກອບສ່ວນໃນການຄົ້ນຄວ້າວິທະຍາສາດ, ຂຶ້ນຫ້ອງສິດສອນ ແລະ ອື່ນໆໃນຕໍ່ໜ້າ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ