ເພື່ອເປັນການປະຕິບັດຕາມມະຕິກອງປະຊຸມຜູ້ບໍລິຫານ ໂຮງຮຽນການເມືອງ ແລະການປົກຄອງ ແຂວງ, ນະຄອນຫຼວງ, ທີ່ແຂວງ ອຸດົມໄຊ. ສະນັ້ນ, ໃນວັນທີ 3 ກັນຍາ 2021 ໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ແລະ ໂຮງຮຽນຮຽນການເມືອງ ແລະ ການປົກຄອງ ແຂວງຫົວພັນໄດ້ເປີດກອງປະຊຸມສຳມະນາວິທະຍາສາດຂຶ້ນ(ແບບທາງໄກ) ໃຫ້ກຽດເຂົ້າຮ່ວມເປັນປະທານພິທີ ໂດຍ ທ່ານ ປທ ຄຳຜຸຍ ໂນລາ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ແລະ ທ່ານ ປທ ນ. ແຍງເພັດ ບຸນມີໄຊ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫົວພັນ ໃຫ້ກຽດເຂົ້າຮ່ວມກອງປະຊຸມສໍາມະນາວິທະຍາສາດ ໂດຍ ທ່ານ ປອ ຄຳມອນ ຈັນທະຈິດ ຫົວໜ້າກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ສມປຊ ແລະ ບັນດາຄູ-ອາຈານ ແລະນັກຄົ້ນຄວ້າແຂວງຫົວພັນ ແລະແຂວງຊຽງຂວາງກໍໄດ້ໃຫ້ກຽດເຂົ້າຮ່ວມ.

ຫົວຂໍ້ທີ່ນຳມາສຳມາວິທະຍາສາດໃນຄັ້ງນີ້ ມີ 7 ຫົວຂໍ້. ໃນນັ້ນ ແຂວງຊຽງຂວາງ 4 ຫົວຂໍ້ຄື: ຍົກສູງຄຸນນະພາບພະນັກງານ, ຄູ-ອາຈານ ຢູ່ໂຮງຮຽນການເມືອງ ແຂວງຊຽງຂວາງ; ຍົກສູງຄຸນນະພາບການບໍລິການຂໍ້ມູນ-ຂ່າວສານ ຢູ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ; ພັດທະນາວຽກງານບໍລິຫານ ຢູ່ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ: ຍົກສູງຄຸນນະພາບການຄຸ້ມຄອງນັກສຶກສາ ຢູ່ໂຮງຮຽນການ ເມືອງ ແລະ ການປົກຄອງແຂວງຊຽງຂວາງ. ສ່ວນແຂວງຫົວພັນມີ 3 ຫົວຂໍ້: ການກໍ່ສ້າງພະນັກງານທາງດ້ານທິດສະດີການເມືອງ ແລະ ການປົກຄອງ ຢູ່ໂຮງຮຽນ ແຂວງຫົວພັນ; ສ້າງໜ່ວຍຊາວໜຸ່ມ ເປັນໜ່ວຍພັດທະນາຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫົວພັນ; ຄຸ້ມຄອງບໍລິຫານ ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫົວພັນ. ຫົວຂໍ້ທີ່ນຳມາສຳມະນາໃນຄັ້ງນີ້ ແມ່ນມີຄວາມຕິດພັນກັບວຽກງານຕົວຈິງຂອງສອງໂຮງຮຽນ.

ໃນຕອນທ້າຍພິທີ ທ່ານປະທານ ກອງປະຊຸມໄດ້ປະກອບຄຳເຫັນຕໍ່ກອງປະຊຸມ ເຊິ່ງສະຫາຍ ໄດ້ຍົກໃຫ້ເຫັນຄວາມຮຽກຮ້ອງຕ້ອງການ ແລະຄວາມຈໍາເປັນໃນການຄົ້ນຄ້ວາວິທະຍາສາດ. ເວົ້າລວມ, ເວົ້າສະເພາະກໍຄືການສໍາມະນາວິທະຍາສາດໃນຄັ້ງນີ້ ແລະພ້ອມກັນນັ້ນ, ພວກເຮົາກໍຕ້ອງໄດ້ສືບຕໍ່ເສີມຂະຫຍາຍຫົວຄິດປະດິດສ້າງ, ຊຸກຍູ້ສົ່ງເສີມໃຫ້ ຄູ-ອາຈານອາວຸດໂສ ແລະອາຈານໜຸ່ມ ໄດ້ນໍາເອົາເນຶ້ອໃນຈິດໃຈຂອງການຄົ້ນຄວ້າວິທະຍາສາດໄປຈັດຕັ້ງຜັນຂະຫຍາຍ ເຂົ້າສູ່ວຽກງານຕົວຈິງ ໃຫ້ມີຄຸນນະພາບເທື່ອລະກ້າວ.

ຂ່າວ-ພາບໂດຍ: ທ່ານ ຈັນເພັງ ນັນທະວົງ
ຄູ-ອາຈານ ໂຮງຮຽນການເມືອງ ແລະການປົກຄອງ ແຂວງຊຽງຂວາງ.
ບັນນາທິການ: ປທ ບຸນປັນ ສຸມຸນທອງ