ໃນວັນທີ 23 ກໍລະກົດ 2021 ທີ່ຜ່ານມາສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ປິດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງ ປະຈຳສົກ 2020-2021 ເພື່ອສະຫຼຸບຕີລາຄາຜົນການຮຽນ-ການສອນ ແລະມອບໃບປະກາສະນີຍະບັດໃຫ້ ນັກສຶກສາ ທີ່ໄດ້ຈົບການສຶກສາຄົ້ນຄວ້າ.

ການປິດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງ ຄັ້ງນີ້ໂດຍແມ່ນ ທ່ານ ຮສ ພູວົງ ອຸ່ນຄຳແສນ ຄະນະກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດເປັນປະທານ, ມີຕາງໜ້າຫົວໜ້າຫ້ອງການ, ກົມ, ຄະນະຕ່າງໆ, ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ແລະ ພະນັກງານຂັ້ນພະແນກເຂົ້່າຮ່ວມ.

          ທ່ານ ປອ ນ. ໄກສອນ ຈັນສີນາ ກໍາມະການຄະນະພັກ, ຫົວໜ້າກົມຄຸຸ້ມຄອງການຮຽນ-ການສອນ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດໂຄງການຫຼັກສູດການຮຽນ-ການສອນໃນໜຶ່ງສົກຮຽນຜ່ານມາ ພະນັກງານ-ຄູອາຈານ ແລະນັກສຶກສາ ໄດ້ຕັ້ງໜ້າເອົາໃຈໃສ່ປະຕິບັດໜ້າທີ່ການເມືອງຂອງຕົນ ທີ່ພັກ-ລັດໄດ້ມອບ   ໝາຍໃຫ້ ເຊິ່ງສາມາດຈັດຕັ້ງປະຕິບັດສໍາເລັດຕາມໂຄງການຫຼັກສູດການຮຽນ-ການສອນ ທີ່ສະຖາບັນວາງອອກໄດ້ເປັນຢ່າງດີ. ພະນັກງານ, ຄູ-ອາຈານໄດ້ຕັ້ງໜ້າປະຕິບັດວຽກງານວິຊາສະເພາະ ຕາມພາລະບົດບາດໃນຂອບເຂດຄວາມຮັບຜິດຊອບຂອງຕົນຢາງເປັນເຈົ້າການເປັນຕົ້ນແມ່ນ: ຄຸ້ມຄອງການຮຽນ-ການສອນ, ໄດ້ປະຕິບັດໂຄງການຫັຼກສູດຮຽນ-ການສອນ ທັງພາຍໃນ ແລະພາຍນອກຢ່າງມີຜົນສໍາເລັດ, ພ້ອມກັນນັ້ນກໍຍັງໄດ້ເຂົ້າຮ່ວມການຄົ້ນຄວ້າວິທະຍາສາດພາຍໃນສະຖາບັນ, ລະດັບຊາດ, ພາກພື້ນ ແລະສາກົນ. ສໍາລັບນັກສຶກສາ ກໍໄດ້ເປັນເຈົ້າການໃນການຄົ້ນຄວ້າຮໍ່າຮຽນ ແລະພ້ອມກັນປະຕິບັດລະບຽບ, ກົດໝາຍ ແລະນິຕິກໍາຕ່າງໆຂອງພັດ ແລະຂອງລັດ ກໍຄືນິຕິກໍາຕ່າງໆ ຂອງສະຖາບັນວາງອອກ, ເຊິ່ງໃນສົກຮຽນຜ່ານມາກໍເຫັນໄດ້ຂໍ້ສະດວກ ແລະຂໍ້ຫຍຸ້ງຍາກ, ແຕ່ພະນັກງານ, ຄູ-ອາຈານ ແລະນັກສຶກສາ ກໍມີຄວາມຕັ້ງໜ້າບຸກບືນຫ້າວຫັນ, ສູ້ຊົນຜ່ານຜ່າອຸປະສັກຕ່າງໆ ຍາດໄດ້ຜົນສໍາເລັດອັນພົ້ນເດັ່ນໃນຫຼາຍດ້ານເຊິ່ງມັນສະແດງອອກຄື:

          ນັກສຶກສາປີສຸດທ້າຍສໍາເລັດການຮຽນ-ການສອນ 100%.ໃນນັ້ນມີ: ນັກສຶກສາລະບົບ ຊັ້ນສູງເລັ່ງລັດ 5 ເດືອນ ຮຸ່ນທີ XXVIII ຈຳນວນ 55 ຄົນ, ຍິງ 13 ຄົນ, ນັກສຶກສາ ຊັ້ນອະນຸປະລິນຍາ ຮຸ່ນທີ 18 ຈໍານວນ 60 ຄົນ, ຍິງ 11 ຄົນ; ນັກສຶກສາລະບົບປະລິນຍາຕີ ຮຸ່ນທີ 23 ຈໍານວນ 116 ຄົນ, ຍິງ 35 ຄົນ; ນັກສຶກສາລະບົບປະລິນຍາຕີຕໍ່ເນື່ອງ ຮຸ່ນທີ 14 ຈໍານວນ 25 ຄົນ, ຍິງ 6 ຄົນ ແລະນັກສຶກສາລະບົບປະລິນຍາໂທ ຮຸ່ນທີ 14 ຈໍານວນ 60 ຄົນ, ຍິງ 15 ຄົນ ແລະນັກສຶກສາລະບົບປະລິນຍາໂທ ຮຸ່ນທີ 15 ຈໍານວນ 3 ຄົນ (3 ຄົນແມ່ນຜູ້ທີ່ຄົບເງື່ອນໄດ້ຮັບປະກາສະນີຍະບັດໃນສົກປີນີ້).

ໃນສົກຮຽນ 2020-2021 ການປະເມີນການຮຽນ ຂອງນັກສຶກສາປີສຸດທ້າຍ ​ມີທັງໝົດຈໍານວນ 371 ຄົນ, ຍິງ 97 ຄົນ (ໃນນີ້ບໍ່ລວມປະລິນຍາໂທ ຮຸ່ນທີ 15 ຈໍານວນ 3 ຄົນ, ຍິງ 0 ຄົນ) ເຫັນ​ໄດ້​ວ່າ​ຄະ​​ແນນ​ສະ​ສົມ​ສະ​ເລ່ຍ ຂອງ​ນັກ​ສຶກສາປີ​ສຸດ​ທ້າຍ ຄື: ຄະ​ແນນ​ເກດ A ມີ 80 ຄົນ, ​ເທົ່າ​ກັບ 21,56% ຂອງ​ຈໍານວນ​ນັກ​ສຶກສາ​ໃນ​ປີ​ສຸດ​ທ້າຍ; ຄະ​ແນນ​ເກດ B+ມີ 291 ຄົນ, ເທົ່າ​ກັບ 78,44% ຂອງ​ຈໍານວນ​ນັກ​ສຶກສາ​ໃນ​ປີ​ສຸດ​ທ້າຍ. ໃນນັ້ນມີ: ນັກສຶກສາລະບົບຊັ້ນສູງເລັ່ງລັດ 5 ເດືອນ ຮຸ່ນທີ XXVII ຄະ​ແນນ​ເກດ A ມີ 19 ຄົນ, ເທົ່າກັບ 34,54%; ຄະ​ແນນ​ເກດ B+ມີ 36ຄົນ, ເທົ່າກັບ 65,46% ແລະ ນັກສຶກສາ ລະບົບຊັ້ນສູງເລັ່ງລັດ 5 ເດືອນຮຸ່ນທີ XXVIII ຄະ​ແນນ​ເກດ A ມີ 20 ຄົນ, ເທົ່າກັບ 36,36%, ຄະ​ແນນ​ເກດB+ມີ 35 ຄົນ, ເທົ່າກັບ 63,64%; ນັກສຶກສາອະນຸປະລິນຍາ ຮຸ່ນທີ XVIII ຄະ​ແນນ​ເກດ A ມີ 12 ຄົນ, ເທົ່າກັບ20%; ຄະ​ແນນ​ເກດB+ມີ 48 ຄົນ ເທົ່າກັບ 80%; ນັກສຶກສາປະລິນຍາຕີ ຮຸ່ນທີ XXIII ແລະຕໍ່ເນື່ອງ ຮຸ່ນທີ 14 ຄະ​ແນນ​ເກດ A ມີ 13 ຄົນ, ເທົ່າກັບ 9,21%; ຄະ​ແນນ​ເກດ B+ມີ 128 ຄົນ, ເທົ່າກັບ 90,79% ແລະນັກສຶກສາປະລິນຍາໂທ ຮຸ່ນທີ 14 ຄະ​ແນນ​ເກດ A ມີ 16 ຄົນ, ເທົ່າກັບ 26,67%; ຄະ​ແນນ​ເກດB+ມີ 44 ຄົນ, ເທົ່າກັບ 73,33%.

ຜ່ານການປະເມີນຜົນງານຕະຫຼອດໄລຍະການສຶກສາຄົ້ນຄວ້າ ແລະກໍສາມາດສະຫຼຸບສັງລວມຜົນງານຂອງນັກ ສຶກສາ, ຄະນະພັກ-ຄະນະຫ້ອງ ແລະຫ້ອງຮຽນດີເດັ່ນມີດັ່ງນີ້:

– ລະບົບຊັ້ນສູງເລັ່ງລັດ 5 ເດືອນ ຮຸ່ນທີ XXVII ໄດ້ຮັບຍ້ອງຍໍ ຫ້ອງຮຽນດີເດັ່ນ ປະເພດ I, ຄະນະພັກ-ຄະນະຫ້ອງດີເດັ່ນໃນການນໍາພາ-ຊີ້ນໍາ ປະເພດ I ມີ  5 ຄົນ, ຍິງ 1 ຄົນ, ນັກສຶກສາຮຽນເກັ່ງ-ມີວິໄນ ປະເພດ I ມີ 17 ຄົນ, ຍິງ 5 ຄົນ, ປະເພດ II ມີ 22 ຄົນ, ຍິງ 6 ຄົນ (ສະເພາະຮຸ່ນທີ XXVIII ແມ່ນເນື່ອງຈາກສະພາບການຮຽນຜ່ານລະບົບອອນລາຍ ຈຶ່ງບໍ່ສາມາດປະເມີນຜົນໄດ້).

– ລະບົບອະນຸປະລິນຍາ ຮຸ່ນທີ XVIII ໄດ້ຮັບຍ້ອງຍໍ ຫ້ອງຮຽນດີເດັ່ນ ປະເພດ I, ຄະນະພັກ-ຄະນະຫ້ອງດີເດັ່ນໃນການນໍາພາ-ຊີ້ນໍາ ປະເພດ I ມີ 4 ຄົນ, ຍິງ 1 ຄົນ, ປະເພດ III ມີ 1 ຄົນ, ຍິງ 1 ຄົນ, ນັກສຶກສາຮຽນເກັ່ງ-ມີວິໄນ ປະເພດ I ມີ 9 ຄົນ, ຍິງ 6 ຄົນ, ປະເພດ II ມີ 26 ຄົນ, ຍິງ 5 ຄົນ, ປະເພດ III ມີ 17 ຄົນ, ຍິງ 0 ຄົນ.

– ລະບົບປະລິນຍາຕີ ຮຸ່ນທີ XXIII ກໍໍ ແລະເຊື່ອມຕໍ່ ຮຸ່ນທີ 14 ໄດ້ຮັບຍ້ອງຍໍ ຫ້ອງຮຽນດີເດັ່ນ ປະເພດ I, ຄະນະພັກ-ຄະນະຫ້ອງດີເດັ່ນໃນການນໍາພາ-ຊີ້ນໍາ ປະເພດ I ມີ 5 ຄົນ, ຍິງ 1 ຄົນ, ນັກສຶກສາຮຽນເກັ່ງ-ມີວິໄນ ປະເພດ Iມີ 3 ຄົນ, ຍິງ 1 ຄົນ, ປະເພດ II ມີ 26 ຄົນ, ຍິງ 12 ຄົນ, ປະເພດ III ມີ 18 ຄົນ, ຍິງ 2 ຄົນ.

– ລະບົບປະລິນຍາຕີຮຸ່ນທີ XXIII ຂໍ ແລະເຊື່ອມຕໍ່ຮຸ່ນທີ 14 ໄດ້ຮັບຍ້ອງຍໍຫ້ອງຮຽນດີເດັ່ນປະເພດ II, ຄະນະພັກ-ຄະນະຫ້ອງດີເດັ່ນໃນການນໍາພາ-ຊີ້ນໍາ ປະເພດ I ມີ 4 ຄົນ, ຍິງ 1 ຄົນ, ນັກສຶກສາຮຽນເກັ່ງ-ມີວິໄນປະເພດ I ມີ 7 ຄົນ, ຍິງ 3 ຄົນ, ປະເພດ II ມີ 13 ຄົນ, ຍິງ 3 ຄົນ, ປະເພດ III ມີ 21 ຄົນ, ຍິງ 5 ຄົນ.

ໃນວາລະທ້າຍກອງປະຊຸມ ທ່ານ ຮສ ພູວົງ ອຸ່ນຄຳແສນ ກໍໃຫ້ກຽດໂອ້ລົມ ເຊິ່ງທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຄູ-ອາຈານ ແລະນັກສຶກສາທີ່ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເຮັດໃຫ້ການຮຽນ-ການສອນ ຄັ້ງນີ້ໄດ້ຮັບຜົນສໍາເລັດເປັນຢ່າງດີ, ພ້ອມທັງແນະນຳໃຫ້ນັກສຶກສາທີ່ຮຽນຈົບໃນຄັ້ງນີ້, ຈົ່ງນໍາເອົາເນື້ອໃນຈິດໃຈ, ຄວາມຮູ້, ຄວາມສາມາດທີ່ຕົນເອງໄດ້ຮຽນມາ ນໍາໃຊ້ເຂົ້າໃນວຽກງານຕົວຈິງ ທີ່ຕົນເອງຮັບຜິດຊອບໃຫ້ເກີດດອກອອກຜົນ ຢ່າງຈົບງາມ, ພ້ອມກັນສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງໃນທຸກໆດ້ານ ເພື່ອກຽມພ້ອມເປັນພະນັກງານນໍາພາ-ຄຸ້ມຄອງທີ່ມີຄຸນນະພາບ ເພື່ອພ້ອມກັນສ້າງສາພັດທະນາບ້ານເມືອງໃຫ້ຈະເລີນກ້າວໜ້າຕະຫຼອດໄປ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ທ່ານ ປທ ບຸນປັນ ສຸມຸນທອງ