ວັນທີ 21 ມັງກອນ ເວລາ 14:00 ຄະນະບໍລິຫານງານຊາວໜຸ່ມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເຂົ້າຢ້ຽມຊົມອະນຸສອນ ສະຖານຄຸກກັກຂັງຜູ້ນໍາແນວລາວຮັກຊາດ 16 ທ່ານ ຂອງລັດຖະບານຫຸ່ນວຽງຈັນ ທີ່ຄ້າຍໂພນເຄັງ, ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ (1/1/1949-1/1/2021) ນໍາພາໂດຍ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ກຳມະການຄະນະບໍລິຫານງານພັກ, ຫົວໜ້າສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ກຳມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ສມປຊ ພ້ອມດ້ວຍຕາງໜ້າສະມາຊິກຊາວໜຸ່ມແຕ່ລະຮາກຖານເຂົ້າຮ່ວມ.

      ການເຂົ້າຢ້ຽມຊົມດັ່ງກ່າວ ເພື່ອຫວນຄືນວິລະກຳມະຫັດສະຈັນຂອງຜູ້ນໍາແນວລາວຮັກຊາດ 16 ທ່ານ ເຊິ່ງນຳໂດຍປະທານສຸພານຸວົງ ທີ່ຖືກພວກລັດຖະບານຫຸ່ນເຊີດຝ່າຍວຽງຈັນ ໄດ້ຈັບກຸມຄຸມຂັງໂດຍບໍ່ໄດ້ຕັັ້ງຂໍ້ຫາໃດໆ ຍ້ອນຜູ້ນໍາແນວລາວຮັກຊາດບໍ່ໄດ້ກະທໍາຜິດຕໍ່ລະບຽບກົດໝາຍບ້ານເມືອງ ແຕ່ຍ້ອນລັດຖະບານຫຸ່ນເຊີດວຽງຈັນ ໃນຂະນະນັ້ນ ຢ້ານກົວຕໍ່ການຂະຫຍາຍຕົວຂອງຂະບວນການປະຕິວັດ. ດັ່ງນັ້ນ, ລັດຖະບານຫຸ່ນເຊີດຝ່າຍວຽງຈັນ ຈຶ່ງໃຊ້ອໍານາດພິເສດ (ນໍານາດເຖື່ອນນອກລະບຽບກົດໝາຍ) ເພື່ອເປັນເຄື່ອງມືໃນການປາບປາມຈັບກຸມຄຸມຂັງຜູ້ນໍາການປະຕິວັດ.

      ດັ່ງນັ້ນ, ມາຮອດວັນທີ  28 ກໍລະກົດ 1959 ທ່ານຜູ້ນຳແນວລາວຮັກຊາດ ຈຳນວນ 16 ທ່ານ ກໍໄດ້ຖືກຈັບຕົວມາກັກຂັງ ຢູ່ຄຸກໂພນເຄັງ ຊຶ່ງແມ່ນຄຸກທີ່ດັດແປງມາຈາກຄອກມ້າເກົ່າຂອງທະຫານຝຣັ່ງ, ເຊິ່ງມີລວງຍາວ 75 ແມັດ ກວ້າງ 9 ແມັດ, ແບບເຮືອນມີຝາຂັ້ນກາງ ແບ່ງອອກເປັນ 30 ຫ້ອງ ປິ່ນອອກທັງສອງເບື້ອງ, ດ້ານໜ້າ ມີ 15 ຫ້ອງ ແລະ ດ້ານຫຼັງ ມີ 15 ຫ້ອງ, ແຕ່ລະຫ້ອງມີປະຕູສາຍຝົນ, ມີກະແຈເຂົາຄວາຍອັດແໜ້ນ, ມີປ່ອງຢ້ຽມອັດດ້ວຍເຫຼັກລູກກົງ ແລະແຕ່ລະຫ້ອງ ມີໂຕະນ້ອຍກວ້າງ 50 x 80 cm, ມີຕຽງເຫຼັກແບບຕຽງໂຮງໝໍທະຫານ, ມີເສື້ອ, ມຸ້ງ, ດອກໄຟປ້ອມໜຶ່ງດອກ, ພັດລົມໜຶ່ງໜ່ວຍ ແລະ ແຕ່ລະມື້ຈະມີສາລະວັດທະຫານຍໍພາເຂົ້າມາໃຫ້ກິນມື້ລະ 3 ຄາບ.

      ໃນໄລຍະເວລາທີ່ຖືກຄຸມຂັງນັ້ນ ຄະນະຜູ້ນໍາແນວລາວຮັກຊາດໄດ້ສ້າງຕັ້ງໜ່ວຍພັກໜຶ່ງຂຶ້ນພາຍໃນຄຸກ ໂດຍແມ່ນ ທ່ານ ໜູຮັກ ພູມສະຫວັນ ເປັນເລຂາໜ່ວຍພັກ ເພື່ອນໍາພາ-ຊີ້ນໍາອ້າຍນ້ອງພາຍໃນຄຸກ, ປຸກລະດົມຂົນຂວາຍເອົາສາລະວັດທະຫານທີ່ມີໜ້າທີ່ປ້ອງກັນເວນຍາມຄຸກ ແລະຕິດຕໍ່ປະສານງານກັບຄະນະຮັບຜິດຊອບທີ່ຖືກແຕ່ງຕັ້ງຈາກສູນກາງພັກເພື່ອຊອກຫາວິທີເອົາຜູ້ນໍາອອກຈາກຄຸກດ້ວຍຄວາມປອດໄພ, ຜ່ານການກະກຽມທີ່ມີແຜນການຢ່າງລະອຽດແລ້ວນັ້ນ ຈົນມາຮອດເວລາ 12:00 ໂມງກາງຄືນ ໃນວັນທີ 23 ຕໍ່ໃສ່ວັນທີ 24 ພຶດສະພາ 1960 ບັນດາທ່ານຜູ້ນໍາຈໍານວນ 16 ທ່ານ ພ້ອມດ້ວຍຄະນະຮັບຜິດຊອບທີ່ກ່ຽວຂ້ອງທັງໝົດ ໄດ້ເດີນທາງອອກຈາກຄຸກໂພນເຄັງ ຍ່າງລັດອອກທາງບ້ານໜອງສ້າງທໍ່ ຜ່ານເຂດບ້ານຮ່ອງໄກ່ແກ້ວ ຂຶ້ນໂພນຕ້ອງ ລັດໃສ່ໜອງທາ ພໍດີແຈ້ງເປັນມື້ໃໝ່ ພັກຢູ່ປ່າເຂດບ້ານໜອງທາ ຮອດຕອນຄໍ່າອອກເດີນທາງຈາກເຂດບ້ານໜອງທາ ລັດໃສ່ບ້ານໜອງພະຍາ ລັດໃສ່ບ້ານນາຄູນນ້ອຍ ຂ້າມທາງເລກທີ 13 ເໜືອ ເຂດບ້ານນາຊອນ (ໄລຍະທາງແຕ່ໂພນເຄັງຫາຈຸດນີ້ແຕ່ກ່ອນແມ່ນເປັນທົ່ງນາ ແລະປ່າດົງ) ຂຶ້ນພູຜານັງ ຈຶ່ງຢູ່ໃນເຂດທີ່ປອດໄພ ແລະສືບຕໍ່ເດີນທາງຮອດຖານທີ່ໝັ້ນການປະຕິວັດຢ່າງປອດໄພ.

      ດັ່ງນັ້ນ, ຄະນະບໍລິຫານງານຊາວໜຸ່ມ ສມປຊ ໄດ້ນໍາສະມາຊິກຊາວໜຸ່ມ ສມປຊ ເຂົ້າຢ້ຽມຊົມໃນຄັ້ງນີ້ແມ່ນເພື່ອຮັບຮູ້ວິລະກໍາອັນລໍ້າເລີດຂອງຜູ້ນໍາການປະຕິວັດທີ່ໄດ້ນໍາພາຕໍ່ສູ້ຍາດເອົາເອກະລາດ ແລະອິດສະຫຼະ ພາບມາສູ່ປະຊາຊົນ ເພື່ອໃຫ້ຊາວໜຸ່ມເຊິ່ງເປັນຜູ້ສືບຖອດພາລະກິດປະຕິວັດໃນອະນາຄົດ ຮູ້ຈັກຮັກຫອມໝາກຜົນຂອງການປະຕິວັດໃຫ້ຍືນຍົງຕະຫຼອດໄປ.

ຂ່າວ: ຕາອັອດ ແສນທະວີສຸກ
ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ