ວັນທີ 20 ມັງກອນ 2021 ໜ່ວຍຊາວໜຸ່ມຮາກຖານ ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ-ສູນຄົ້ນ ຄວ້າແນວຄິດໄກສອນ ພົມວິຫານ ໄດ້ຈັດຝຶກອົບຮົມວຽກງານສິ່ງແວດລ້ອມພາຍໃຕ້ຫົວຂໍ້: ການພັດທະນາສິ່ງແວດລ້ອມຕາມທິດສີຂຽວ ແລະຢືນຍົງ. ພາຍໃຕ້ການເປັນປະທານຂອງ ສະຫາຍ ປທ ສະນຸກສິນ ໂກສີພັນ ເລຂາຊາວໜຸ່ມຮາກຖານສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ-ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ມີສະມາຊິກຊາວໜຸ່ມພາຍໃນໜ່ວຍຮາກຖານ ສຂມປ-ສນຫ ແລະຕາງໜ້າຮາກຖານອື່ນລວມທັງໝົດ 42 ສະຫາຍ.

      ໃນພິທີໄດ້ຮຽນເຊີນວິທະຍາກອນພາຍໃນ ສມປຊ ຊຶ່ງເປັນຄູອາຈານສິ່ງແວດລ້ອມ ທີ່ມີພື້ນຖານດ້ານຄວາມຮູ້, ຄວາມສາມາດດ້ານສິ່ງແວດລ້ອມ 3 ສະຫາຍຄື:

      1). ສະຫາຍ ປທ ລຳທຽນ ຄຸດພິລາວົງ ໄດ້ບັນລະຍາຍໃນຫົວຂໍ້: I. ຄວາມຮູ້ພື້ນຖານກ່ຽວກັບສິ່ງແວດລ້ອມ; II. ສະພາບການປ່ຽນແປງຂອງສິ່ງແວດລ້ອມໃນປັດຈຸບັນ; III. ຫຼັກການ ແລະວິທີການອະນຸລັກທໍາມະຊາດ-ສິ່ງແວດລ້ອມໃນປັດຈຸບັນ.

      2). ສະຫາຍ ປທ ສົມເພັດ ອິນເຕັມ ໄດ້ບັນລະຍາຍໃນຫົວຂໍ້: I. ບັນຫາສິ່ງແວດລ້ອມຂອງໂລກ; II. ສາເຫດຕົ້ນຕໍທີ່ພາໃຫ້ເກີດບັນຫາສິ່ງແວດລ້ອມຂອງໂລກ; III. ຜົນກະທົບຂອງບັນຫາສິ່ງແວດລ້ອມໃນໂລກປັດຈຸບັນ.

      3). ສະຫາຍ ປທ ໄມຕີ ອິນທະວິຈິດ ໄດ້ບັນລະຍາຍໃນຫົວຂໍ້: I. ຄວາມໝາຍຂອງການອະນຸລັກຊັບພະຍາ ກອນທໍາມະຊາດ ແລະສິ່ງແວດລ້ອມ; II. ວິທີການອະນຸລັກຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ; III. ຈະລິຍະທໍາທາງສິ່ງແວດລ້ອມ.

      ຜ່ານການຝຶກອົບຮົມເປັນເວລາ 1 ວັນ ຈາກວິທະຍາກອນທັງ 3 ສະຫາຍ ໃນຫົວຂໍ້ຕ່າງໆເທິງນັ້ນເຫັນວ່າ: ສຳມະນາກອນ ໄດ້ຮຽນຮູ້ບັນດາຄວາມໝາຍຄວາມສຳຄັນຂອງສິ່ງແວດລ້ອມ ແລະໄດ້ສ້າງຈິດສໍານຶກໃຫ້ກັບຜູ້ເຂົ້າຮ່ວມຮັບຟັງໃນຄັ້ງນີ້ ເຊິ່ງເປັນໜ້າທີ່ຂອງໝົດທຸກຄົນໃນການປົກປັກຮັກສາສິ່ງແວດລ້ອມ ແລະປົກປັກຮັກສາປ່າໄມ້, ການຫຼີກລ້ຽງການຕັດໄມ້ທໍາລາຍປ່າເປັນການປະກອບສ່ວນຢ່າງສໍາຄັນ ໃຫ້ແກ່ການຫຼຸດຜ່ອນການປ່ຽນແປງຂອງດິນຟ້າອາກາດ.ສະນັ້ນ, ຕໍ່ກັບບົດບາດໃນການຝຶກອົບຮົມຄັ້ງນີ້ ວິທະຍາກອນໄດ້ສຸມໃສ່ເປົ້າໝາຍການພັດທະນາສິ່ງແວດລ້ອມຕາມທິດສີຂຽວ ແລະຢືນຍົງຄຽງຄູ່ກັບການແລກປ່ຽນປະສົບການດ້ວຍກັນ.

    ສະຫາຍ ປທ ສະນຸກສິນ ໂກສີພັນ ໄດ້ຕາງໜ້າໃຫ້ຮາກຖານ ໃນການຈັດຕັ້ງ ແລະ ການເຄື່ອນໄຫວຂອງການຝຶກອົບຮົມໃນຄັ້ງນີ້ວ່າ: ເປັນການສ້າງຄວາມເຂົ້າໃຈໃຫ້ແກ່ສະມາຊິກຊາວໜຸ່ມ ສມປຊ ຮັບຮູ້ ແລະນຳໄປຈັດຕັ້ງປະບັດດ້ວຍການຮັກສາສິ່ງແວດລ້ອມພາຍໃນ ສມປຊ ເວົ້າລວມ, ເວົ້າສະເພາະກໍ່ຄືຂອງໂລກທີ່ພວກເຮົາຕ້ອງເປັນເຈົ້າການມີພັນທະຕໍ່ກັບປະເທດຊາດ ຮັກສາສິ່ງແວດລ້ອມ ເພື່ອອະນາຄົດທີ່ສົດໃສຂອງໝົດທຸກຄົນ.

ຂ່າວ: ຕາອັອດ ແສນທະວີສຸກ
ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ