ວັນທີ 23 ຕຸລາ 2020 ກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ນໍາພາໂດຍ ທ່ານ ປອ ຄໍາມອນ ຈັນທະຈິດ ຮັກສາການຫົວໜ້າກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ, ພ້ອມດ້ວຍຄະນະກົມ, ຄະນະພະແນກ ແລະພະນັກງານພາຍໃນກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ສມປຊ, ໄດ້ນໍາເອົາປື້້ມຕຳລາການຮຽນ-ການສອນ ທີ່ເປັນຜົນງານການຄົ້ນຄວ້າວິທະຍາສາດຂອງ ສະຖາບັນ ມາມອບໃຫ້ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເພື່ອສະໜອງໃຫ້ແກ່ການຮຽນ-ການສອນໃນກຸ່ມວິຊາການເມືອງຢູ່ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ.

ກ່າວມອບໂດຍ ທ່ານ ປອ ຄຳມອນ ຈັນທະຈິດ ຮັກສາການຫົວໜ້າກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ສມປຊ, ໂດຍການກ່າວຮັບຂອງ ທ່ານ ພົຕ ຄຳຫຼ້າ ພັນໄຊຍະສຸກ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ,​ ຫົວໜ້າການເມືອງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ.

ຈາກນັ້ນ, ທ່ານພົນຕີ ຄໍາຫຼ້າ ພັນໄຊຍະສຸກ ໄດ້ກ່າວຂອບໃຈຕໍ່ກັບທ່ານ ປອ ຄໍາມອນ ຈັນທະຈິດ ຮັກສາການຫົວໜ້າກົມ ຄວສ ສມປຊ ທີ່ໄດ້ນໍາເອົາປຶ້ມຕໍາລາມາມອບໃຫ້ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເຊິ່ງປຶ້ມທີ່ມາມອບໃຫ້ໃນຄັ້ງນີ້ແມ່ນຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຕົວຈິງໃນວິທະຍາຄານ ແລະຈະເຮັດໃຫ້ ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານມີຂໍ້ມູນໃນການສິດສອນທີ່ອຸດົມສົມບູນຄົບຖ້ວນຍິ່ງຂຶ້ນ.

ຂ່າວ/ພາບ: ທ່ານ ບົວພອນນິກ ພົນອາສາ
ບັນນາທິການ: ທ່ານ ຄອນສະຫວັນ ແສນຍານຸພາບ