ໃນແຕ່ລະຕອນເຊົ້າຂອງທຸກໆວັນ ເລີ່ມແຕ່ເວລາ 6:30-7:00 ນາທີ ໜ່ວຍນັກສຶກສາຈາກສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ທີ່ລົງກໍ່ສ້າງຮາກຖານຢູ່ກຸ່ມບ້ານໝາກນາວເໜືອໄດ້ພ້ອມກັນຈັດລາຍການໂດຍຜ່ານໂທລະໂຄ່ງບ້ານ ບັນລະຍາຍໂດຍ: ທ້າວຄອນສະຫວັນ ເລືອງວັນ ແລະ ນາງ ແສງອາລຸນ ມະນີທວງ ພາຍໃຕ້ການຊີ້ນຳຂອງຄະນະບ້ານ ແລະ ທ່ານ ທອງຕາ ຫຼໍ່າມີໄຊ ຫົວໜ້າກຸ່ມນຳພານັກສຶກສາລົງກໍ່ສ້າງຮາກຖານ; ເນື້ອໃນທີ່ນຳມາສະເໜີເຜີຍແຜ່ໃນແຕ່ລະເຊົ້າແມ່ນໄດ້ເອົາເນື້ອໃນຂອງລັດຖະທຳມະນູນແຫ່ງ ສປປລາວ, ກົດໝາຍວ່າດ້ວຍລັດຖະບານ, ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ພ້ອມທັງໄດ້ໂຄສະນາວັນສຳຄັນຕ່າງໆ ເປັນຕົ້ນແມ່ນວັນຄ້າຍວັນເກີດຂອງທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ (ວັນທີ 13 ທັນວາ 1920-13 ທັນວາ 2020) ແລະ ວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແລະ ຜົນງານທີ່ພົ້ນເດັ່ນຂອງບ້ານໃນໄລຍະຜ່ານມາ ພ້ອມໄດ້ປຸກລະດົມໃຫ້ປະຊາຊົນໄດ້ຮູ້ຮັກສາສຸຂະພາບ, ຮູ້ຈັກອະນາໄມ 3 ສະອາດ. ເພື່ອຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆຂອງພັກ-ຂອງຊາດ ທີ່ຈະມາເຖິງໃນມໍ່ໆນີ້. ນອກນັ້ນ, ໄດ້ຖ່າຍທອດພາກຂ່າວທົ່ວໄປຈາກວິທະຍຸກະຈາຍສຽງແຫ່ງຊາດໂດຍຜ່ານລະບົບໂທລະໂຄງບ້ານໝາກນາວເໜືອໃຫ້ປະຊາຊົນໄດ້ຮັບຟັງ.

ເຊິ່ງຜ່ານການຈັດລາຍການໂທລະໂຄ່ງບ້ານແມ່ນໄດ້ສຽງຕອບຮັບຂອງປະຊາຊົນວ່າ: ເປັນລາຍການທີ່ມີສາລະໜ້າຮູ້ດ້ານແນວຄິດການເມືອງ, ດ້ານກົດໝາຍ, ດ້ານວັດທະນະທຳສັງຄົມ ແລະ ຮູ້ທັນເຫດການປະກົດການຫຍໍ້ທໍ້ສັງຄົມ, ເຮັດໃຫ້ພໍ່ແມ່ປະຊາຊົນໄດ້ມີຄວາມຮູ້ທັນເຫດການຂ່າວສານບ້ານເມືອງ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຄະນະບ້ານ ແລະ ກຸ່ມນັກສຶກສາລົງກໍ່ສ້າງຮາກຖານການເມືອງທີ່ມີແນວຄວາມຄິດສ້າງສັນ-ພັດທະນາ, ນຳຜົນປະໂຫຍດມາສູ່ປະຊາຊົນກໍ່ຄືບ້ານໝາກນາວເໜືອ.

ຂ່າວ/ພາບ: ທ່ານ ທອງຕາ ຫຼໍ່າມີໄຊ ນສ ປຕ ຮຸ່ນທີ 24
ບັນນາທິການ: ຄອນສະຫວັນ ແສນຍານຸພາບ