Month: September 2021

ພິທີ ເປີດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ 10 ວັນໃຫ້ ຄະນະພັກບ້ານ, ນາຍບ້ານ ເມືອງປາກແບງ ແຂວງອຸດົມໄຊ

ເພື່ອສ້າງໃຫ້ເລຂາພັກບ້ານ, ນາຍບ້ານ ກາຍເປັນຜູ້ບໍລິຫານທີ່ມີຄວາມຮູ້, ຄວາມສາມາດຢ່າງເລິກເຊິ່ງກ່ຽວກັບ ທິດສະດີມາກ-ເລນິນທັດສະນະຂອງພັກ, ແນວຄິດໄກສອນ ພົມວິຫານ ຕໍ່ການຍົກສູງທິດສະດີການເມືອງ ແລະການປົກຄອງ ກົນໄກຄຸ້ມຄອງເສດຖະກິດ, ຄຸ້ມຄອງສັງຄົມ ແລະ ການປະຕິບັດກົດລະບຽບຕ່າງໆ ຂອງລັດໃນແຕ່ລະໄລຍະ. ໃນຕອນເຊົ້າ ຂອງວັນທີ 29 ກັນຍາ 2021 ນີ້, ຢູ່ທີ່ຫ້ອງປະຊຸມຂອງຫ້ອງການແຜນການເມືອງປາກແບງ ໄດ້ຈັດພິທີເປີດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງໄລຍະ 10 ວັນຂຶ້ນ ໂດຍການເປັນປະທານຮ່ວມ ຂອງທ່ານ ຄຳດີ ກຸນໄຊຍະທຳ…

ລາວ ໂທລະຄົມ ​ສໍາເລັດຫຼັກສູດການຝຶກອົບຮົມ ທິດສະດີການເມືອງ-ການປົກຄອງ ຊຸດທີ II

         ໃນວັນທີ 10 ກັນຍາ 2021 ທີ່ ຫ້ອງປະຊຸມ ສຳນັກງານ​ໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີ​ປິດ​ຝຶກອົບຮົມ ທິດສະດີການເມືອງ-ການປົກຄອງ ຊຸດທີ II ໃນຫົວຂໍ້ສະເພາະໃຫ້ ຜູ້ບໍລິຫານນໍາພາ-ຄຸ້ມຄອງ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ (ລລທ) ປະຈໍາປີ 2021 ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ທ່ານ ສຸ​ພົນ​ ຈັນທະ​ວີ​ໄຊ ​ເລ​ຂາ​ຄະນະ​ພັກຮາກ​ຖານ, ຜູ້ອໍານວຍການໃຫ່ຍ…

ພິທີຮັບສະມາຊິກພັກໃໝ່ ຂອງໜ່ວຍພັກຮາກຖານ ຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ-ຄະນະປັດຊະຍາ

          ພິທີຮັບມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວ ສະໄໝສໍາຮອງຂອງ ສະຫາຍ ນາງ ມະນີໃສ ວິລະຈິດ ຂອງໜ່ວຍພັກຮາກຖານ ຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ-ຄະນະປັດຊະຍາທີ່ໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 10 ກັນຍາ 2021 ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ປະທານກວດກາ, ຮອງຫົວໜ້າ ສມປຊ ແລະ ທ່ານ ປທ ແສງທອງ ພຸດທະວົງ…

ການນຳຂັ້ນສູງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລົງພົບປະ ນັກສຶກສາ ປະລິນຍາຕີ ຮຸ່ນທີ XXV ຫ້ອງ (ກ)

ໃນຕອນເຊົ້າ ຂອງວັນທີ 10 ກັນຍາ 2021  ທ່ານ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ ໄດ້ພົບປະໂອ້ລົມນັກສາສຶກ ປະລິນຍາຕີ ຮຸ່ນທີ XXV ຫ້ອງ (ກໍ) ເຊິ່ງມີນັກສຶກສາເຂົ້າຮ່ວມທັງໝົດ 54 ສະຫາຍ.  ໃນນັ້ນ, ເພິ່ນໄດ້ນຳເອົາຄວາມເປັນຫ່ວງເປັນໃຍມາຍັງນັກສຶກສາ ແລະ ເພິ່ນກໍໄດ້ເນັ້ນໃຫ້ນັກສຶກສາ ເປັນເຈົ້າການນຳກັນ, ໃຫ້ມີສະຕິສູງ ຕໍ່ກັບການດຳລົງຊີວິດແບບ​ໃໝ່ ເປັນຕົ້ນແມ່ນ:…