ຂ່າວຫຼ້າສຸດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບນັກສຶກສາທິດສະດີການເມືອງຂັ້ນຕົ້ນ ລົງທັດສະນະສຶກສາ ທີ່ຫ້ອງວາງສະແດງມູນເຊື້ອ ພິທີ​ເປີດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງລະບົບ 10 ວັນປະຈຳປີ 2026 ໃຫ້ເລຂາພັກບ້ານ, ອົງການປົກຄອງບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ ກອງປະຊຸມສະພາທິດສະດີສູນກາງພັກ ພິຈາລະນາ ແລະ ຮັບຮອງເອົາຫຼັກສູດທິດສະດີການເມືອງ 3 ຂັ້ນ (ສະບັບປັບປຸງ) ແນໃສ່ຍົກລະດັບຄຸນນະພາບການກໍ່ສ້າງພະນັກງານນໍາພາ-ຄຸ້ມຄອງ ຂາຍວາລະສານ ອອນໄລ ສົນໃຈ ສັ່ງຊື່ໃນລີ້ງລຸ່ມນີ້ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງເອກອັກຄະລັດຖະທູດ ສາທາລະນະລັດ ກຸຍບາ ປະຈຳ ສປປ ລາວ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ

ສະຫະພັນກຳມະບານ ສມປຊ ເຂົ້າຮ່ວມກິດຈະກໍາຍ່າງເພື່ອສຸຂະພາບ ວັນກຳມະກອນສາກົນ ຄົບຮອບ 138 ປີ ທີ່ສວນປະຕູໄຊ

ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນກຳມະກອນ ຄົບຮອບ 138ປີ (1.5.1886-1.5.2024) ຄະນະບໍລິຫານງານສະຫະພັນກຳມະບານ ສມປຊ ຈຶ່ງໄດ້ນໍາພາບັນດາພະນັກງານ, ຄູ-ອາຈານ, ນັກສຶກສາທຸກຮຸ່ນທຸກລະບົບເຂົ້າຮ່ວມກິດຈະກໍາ ຍ່າງເພື່ອສຸຂະພາບຂຶ້ນ ໃນຕອນເຊົ້າວັນທີ 01 ພຶດສະພາ 2024ເວລາ 7ໂມງ00ນາທີ ຢູ່ທີ່ສວນປະຕູໄຊ ໃຫ້ກຽດນໍາພາເຂົ້າຮ່ວມໂດຍ: ທ່ານ ປອ ສາຍຄໍາ ມູນມະນີວົງ ກໍາມະການພັກ ຫົວໜ້າຄະນະປັດຊະຍາ ພ້ອມດ້ວຍ ທ່ານ ປອ ສຸພາວະດີ ຫຼ້າຄຳສາຍ ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ປະທານສະຫະພັນກຳມະບານ…

ພິທີປາຖະກະຖາເຜີຍແຜ່ມູນເຊື້ອວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 69ປີ(14 ເມສາ 1955-14 ເມສາ 2024) ແລະສະຫຼຸບຜົນງານປະຈໍາປີ 2023 ຂອງຄະນະບໍລິຫານງານຊາວໜຸມສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ໃນຕອນບ່າຍວັນທີ 30 ເມສາ 2024 ທີ່ສະໂມສອນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຄະນະບໍລິຫານງານຊາວໜຸມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດຈັດພິທີປາຖະກະຖາເຜີຍແຜ່ມູນເຊື້ອວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 69 ປີ(14 ເມສາ 1955-14 ເມສາ 2024) ແລະສະຫຼຸບຜົນງານປະຈໍາປີ 2023 ຂອງຄະນະບໍລິຫານງານຊາວໜຸມ ສມ ປຊ ພາຍໃຕ້ການເປັນປະທານໂດຍ: ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈຳພັກ,…

ສະຫະພັນກຳມະບານ ສມປຊ ຈັດກິດຈະກໍາຍ່າງເພື່ອສຸຂະພາບ ໃນວັນກຳມະກອນສາກົນ ຄົບຮອບ 138ປີ ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນກຳມະກອນ ຄົບຮອບ 138ປີ (1.5.1886-1.5.2024) ໃນຕອນເຊົ້າວັນທີ 29 ເມສາ2024 ເວລາ 6ໂມງ 00ນາທີ ຄະນະບໍລິຫານງານສະຫະພັນກຳມະບານ ສມປຊ ໄດ້ຈັດກິດຈະກໍາຍ່າງເພື່ອສຸຂະພາບ ເພື່ອສະເຫຼີມສະລອງວັນກຳມະກອນສາກົນ ຄົບຮອບ 138ປີ ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃຫ້ກຽດເປັນປະທານພ້ອມທັງນໍາພາຂະບວນການດັ່ງກ່າວໂດຍ: ທ່ານ ປອ ສາຍຄໍາ ມູນມະນີວົງ ກໍາມະການຄະນະພັກ ສມປຊ, ຫົວໜ້າຄະນະປັດຊະຍາ, ມີ ທ່ານ ປອ…

ກອງປະຊຸມໃຫຍ່ຄັ້ງທີ II ຂອງສະມາຊິກຊາວໜຸ່ມ ຮາກຖານຫ້ອງການ

ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງຜູ້ແທນຊາວໜຸ່ມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ການຈັດຕັ້ງຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນກົມກອງດີເດັ່ນ, ພະນັກງານດີເດັ່ນ, ຄູ-ອາຈານສອນດີ-ສອນເກັ່ງ, ນັກສຶກສາຮຽນເກັ່ງ-ມີວິໄນດີ ເຂົ້າສູ່ລວງເລິກໃນບັນດາກົມ, ຫ້ອງການ, ຄະນະວິຊາ, ສູນຂໍ້ມູນຂ່າວສານ ແລະບັນດາຫ້ອງຮຽນຂອງນັກສຶກສາຢ່າງເປັນຂະບວນຟົດຟື້ນ. ສະນັ້ນໃນຕອນເຊົ້າວັນທີ 29 ເມສາ 2024 ທີ່ຫ້ອງປະຊຸມຊັ້ນ 5 ຫ້ອງ 509 ຕຶກສູນຂໍ້ມູນຂ່າວສານການ ເມືອງ ແລະ ການປົກຄອງ ຊາວໜຸ່ມຮາກຖານຫ້ອງການ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ…