ຂ່າວຫຼ້າສຸດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບນັກສຶກສາທິດສະດີການເມືອງຂັ້ນຕົ້ນ ລົງທັດສະນະສຶກສາ ທີ່ຫ້ອງວາງສະແດງມູນເຊື້ອ ພິທີ​ເປີດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງລະບົບ 10 ວັນປະຈຳປີ 2026 ໃຫ້ເລຂາພັກບ້ານ, ອົງການປົກຄອງບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ ກອງປະຊຸມສະພາທິດສະດີສູນກາງພັກ ພິຈາລະນາ ແລະ ຮັບຮອງເອົາຫຼັກສູດທິດສະດີການເມືອງ 3 ຂັ້ນ (ສະບັບປັບປຸງ) ແນໃສ່ຍົກລະດັບຄຸນນະພາບການກໍ່ສ້າງພະນັກງານນໍາພາ-ຄຸ້ມຄອງ ຂາຍວາລະສານ ອອນໄລ ສົນໃຈ ສັ່ງຊື່ໃນລີ້ງລຸ່ມນີ້ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງເອກອັກຄະລັດຖະທູດ ສາທາລະນະລັດ ກຸຍບາ ປະຈຳ ສປປ ລາວ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ

ກອງປະຊຸມແລກປ່ຽນການຈັດຕັ້ງປະຕິບັດຫຼັກສູດປະລິນຍາຕີສາຂາປົກຄອງ ແລະປະລິນຍາຕີສາຂາປົກຄອງຕໍ່ເນື່ອງກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ໃນຕອນເຊົ້າວັນທີ 3 ພຶດສະພາ 2024 ທີ່ຫ້ອງປະຊຸມຊັ້ນ 1 ຫ້ອງ 110 ຕຶກສູນຂໍມູນຂ່າວສາ່ນການ ເມືອງ ແລະການປົກຄອງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຄະນະບໍລິຫານສາດ ແລະກົມຄຸ້ມຄອງການຮຽນ-ການສອນໄດ້ຈັດກອງປະຊຸມຕອ້ນຮັບຄະນະນິຕິສາດ ແລະລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍຄະນະທີ່ລົງມາແລກປ່ຽນ ການຈັດຕັ້ງປະຕິບັດຫຼັກສູດປະລິນຍາຕີສາຂາປົກຄອງ ແລະປະລິນຍາຕີສາຂາປົກຄອງຕໍ່ເນື່ອງກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ເຊິ່ງມີຜູເຂົ້າຮ່ວມທັງໝົດ 26 ທ່ານ, ຍິງ 14 ທ່ານ. ກອງປະຊຸມດັ່ງກ່າວໃຫ້ກຽດຕ້ອນຮັບ…

ກອງປະຊຸມໃຫຍ່ຄັ້ງທີ II ຂອງສະຫະພັນແມ່ຍິງຮາກຖານຫ້ອງການ ແລະ ຮາກຖານກົມຈັດຕັ້ງ-ພະນັກງານ ແລະກົມກວດກາ  

ໃນວັນທີ 3 ພຶດສະພາ 2024 ທີ່ຫ້ອງປະຊຸມຊັ້ນ 5 ຫ້ອງ 509 ຕຶກສູນຂໍມູນຂ່າວສານການເມືອງ ແລະການປົກຄອງ, ສະຫະພັນແມ່ຍິງຮາກຖານຫ້ອງການ ແລະກົມຈັດຕັ້ງ-ພະນັກງານ ແລະກົມກວດກາ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ II ຂອງສະຫະພັນແມ່ຍິງຮາກຖານຫ້ອງການ ແລະກົມຈັດຕັ້ງ-ພະນັກງານ ແລະກົມກວດກາ ພາຍໃຕ້ການເປັນປະທານໂດຍ: ທ່ານ ປອ ນາງ ລໍາພູນ ດວນສຸວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ສມປຊ, ຫົວໜ້າສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ…

ກອງປະຊຸມໃຫຍ່ຄັ້ງທີ II ຂອງຊາວໜຸ່ມຮາກຖານກົມຈັດຕັ້ງ-ພະນັກງານ ແລະກົມກວດກາ

ໃນຕອນເຊົ້າວັນທີ 3 ພຶດສະພາ 2024 ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງ 302 ຕຶກຫັດ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຊາວໜຸ່ມຮາກຖານກົມຈັດຕັ້ງ-ພະນັກງານ ແລະກົມກວດກາໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ II ຂອງຕົນຂຶ້ນ ພາຍໃຕ້ການເປັນປະທານໂດຍ ສະຫາຍ ປທ ສົມສີ ຈັນທະພົມ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ສມປຊ ປະທານກວດກາ ຮອງຫົວໜ້າກົມກວດກາ ມີບັນແຂກຮັບເຊີນຈາກບັນດາຮາກຖານຊາວໜຸ່ມພະນັກງານ, ຄູ-ອາຈານ, ຄະນະຊາວໜຸ່ມ ສມປຊ, ຄະນະໜ່ວຍພັກ,…

ທ່ານ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ລົງຊຸກຍູ້ວຽກງານ ຢູສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ໃນຕອນເຊົ້າວັນທີ 2 ພຶດສະພາ 2024 ຫຼັງຈາກທ່ານ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ເຂົ້າຢ້ຽມຂໍ່ານັບ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທີ່ຫ້ອງຮັບແຂກ ຊັ້ນ 5 ຕຶກ 5 ຊັ້ນ. ເວລາ 9 ໂມງ00ນາທີ ທີ່ຫ້ອງປະຊຸມຊັ້ນ…