ຂ່າວຫຼ້າສຸດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບນັກສຶກສາທິດສະດີການເມືອງຂັ້ນຕົ້ນ ລົງທັດສະນະສຶກສາ ທີ່ຫ້ອງວາງສະແດງມູນເຊື້ອ ພິທີ​ເປີດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງລະບົບ 10 ວັນປະຈຳປີ 2026 ໃຫ້ເລຂາພັກບ້ານ, ອົງການປົກຄອງບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ ກອງປະຊຸມສະພາທິດສະດີສູນກາງພັກ ພິຈາລະນາ ແລະ ຮັບຮອງເອົາຫຼັກສູດທິດສະດີການເມືອງ 3 ຂັ້ນ (ສະບັບປັບປຸງ) ແນໃສ່ຍົກລະດັບຄຸນນະພາບການກໍ່ສ້າງພະນັກງານນໍາພາ-ຄຸ້ມຄອງ ຂາຍວາລະສານ ອອນໄລ ສົນໃຈ ສັ່ງຊື່ໃນລີ້ງລຸ່ມນີ້ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງເອກອັກຄະລັດຖະທູດ ສາທາລະນະລັດ ກຸຍບາ ປະຈຳ ສປປ ລາວ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ

ກອງປະຊຸມປະກອບຄໍາເຫັນໃສ່ເນື້ຶອໃນບົດຄົ້ນຄວ້າວິທະຍາສາດ ຫົວຂໍ້: “ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີປອງດອງຊາດ” ຮອບທີ 1

ໃນຕອນເຊົ້າວັນທີ 4ມິຖຸນາ 2024 ທີ່ຫ້ອງປະຊຸມຊັ້ນ 1ຫ້ອງ 110, ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມປະກອບຄໍາເຫັນໃສ່ເນື້ຶອໃນບົດຄົ້ນຄວ້າວິທະຍາສາດຫົວຂໍ້: “ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີປອງດອງຊາດ” ຮອບທີ 1 ພາຍໃຕ້ການເປັນປະທານໂດຍ: ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ມີສູນຄົ້ນຄວ້າແນວຄິດ ໄກສອນ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດຕັ້ງຂະບວນການປູກຕົ້ນໄມ້ ແລະມອບຂອງຂວັນໃຫ້ນ້ອງນ້ອຍນັກຮຽນ

ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ແລະວັນເດັກນ້ອຍສາກົນໄດ້ວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ໃນຕອນເຊົ້າຂອງວັນທີ 31.05.2024 ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດຕັ້ງຂະບວນການປູກຕົ້ນໄມ້ ແລະມອບຂອງຂວັນໃຫ້ນ້ອງນ້ອຍນັກຮຽນ ໃຫ້ກຽດເຂົ້າຮ່ວມຂະບວນການ ແລະເປັນປະທານໃນພິທີໂດຍ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີການນໍາຂັ້ນສູງຂອງພັກ-ລັດ, ພະນັກງານ, ຄູ-ອາຈານ ແລະນັກສຶກສາທົ່ວ ສມປຊ ເຂົ້າຮ່ວມ. ທ່ານ ຮສ ພູວົງ ອຸ່ນຄໍາແສນ…

ກອງປະຊຸມ ປາຖະກະຖາ ວັນປະຫວັດສາດສໍາຄັນຂອງຊາດ ຂອງພັກ ແລະສາກົນ

ໃນຕອນເຊົ້າວັນທີ 30 ພຶດສະພາ 2024 ທີ່ສະໂມສອນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມປາຖະກະຖາ ວັນປະຫວັດສາດສໍາຄັນຂອງຊາດ ຂອງພັກ ແລະສາກົນ, ພາຍໃຕ້ການເປັນປະທານໂດຍ: ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີພະນັກງານ, ຄູ-ອາຈານ, ນັກສຶກສາທຸກຮຸ່ນ-ທຸກລະບົບກໍ່ເຂົ້າຮ່ວມ. ເຊິ່ງມີຜູ້ເຂົ້າຮ່ວມທັງໜົດ 387 ທ່ານ, ຍິງ 132…

ສໍານັກພິມ ແລະຈໍາໜ່າຍປຶ້ມ ມອບປຶ້ມໃຫ້ແກ່ ສມປຊ

ໃນຕອນແລງວັນທີ 29 ພຶດສະພາ 2024ທີ່ຫ້ອງປະຊຸມທາງໄກຊັ້ນ 3ຫ້ອງ 411ຕຶກສູນຂໍ້ມູນຂ່າວສານການ ເມືອງ ແລະການປົກຄອງ. ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ສໍານັກພິມ ແລະຈໍາໜ່າຍປຶ້ມໄດ້ມອບປຶ້ມການຮ່ວມມືທີ່ມີຄຸນຄ່າສູງໃນແຕ່ລະຂົງເຂດ ໃຫ້ກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ເຊິ່ງມອບໂດຍ: ທ່ານ ໄຊຍະພອນ ອານຸລາດ ຜູ້ອໍານວຍການສໍານັກພິມ ແລະຈໍາໜ່າຍປຶ້ມແຫ່ງລັດ ທຽບເທົ່າຮອງກົມພ້ອມດ້ວຍຄະນະ ແລະຕາງໜ້າຮັບໂດຍ: ທ່ານ ປອ ນາງ ໄກສອນ ຈັນສີນາ ຫົວໜ້າຫ້ອງການ…