Month: October 2020

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດພິທີປະຖົມນິເທດ ນັກສຶກສາລະບົບປະລິນຍາໂທ ຮຸ່ນທີ XVI ແລະ ອະນຸປະລິນຍາ XIX

ໃນວັນທີ 1 ຕຸລາ 2020 ທີ່ສະໂມສອນໃຫຍ່, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປະຖົມນິເທດໃຫ້ນັກສຶກສາລະບົບປະລິນຍາໂທ ຮຸ່ນທີ XVI ແລະ ລະບົບອະນຸປະລິນຍາ ຮຸ່ນທີ XIX ເຊິ່ງນັກສຶກສາທັງ 2 ລະບົບນີ້ ມີຈໍານວນຄື ນັກສຶກສາລະບົບປະລິນຍາໂທ ຮຸ່ນທີ XVI 60 ທ່ານ, ຍິງ 14 ທ່ານ ແລະ ອະນຸປະລິນຍາ ຮຸ່ນທີ…

ກອງປະຊຸມພົບປະແລກປ່ຽນບົດຮຽນ ຄະນະບໍລິຫານສາດ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກັບ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ

ວັນທີ 29 ກັນຍາ 2020 ຄະນະບໍລິຫານສາດ, ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ເດີນທາງໄປແລກປ່ຽນບົດຮຽນນໍາ ຄະນະນິຕິສາດ ແລະລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ພາຍໃຕ້ການນໍາພາຂອງ ທ່ານ ປທ ໝອນແກ້ວ ຈິດຕະລາດ ຫົວໜ້າຄະນະບໍລິຫານສາດ, ສມປຊ, ໃຫ້ກຽດໃນການຕ້ອນຮັບຈາກທ່ານ  ຮສ ບຸນທ່ຽງ ພົມມະຈັນ ຮອງຄະນະບໍດີຄະນະນິຕິສາດ ແລະລັດຖະສາດ ມະຫາວິທະຍາໄລແຫ່ງຊາດ. ເຊິ່ງການພົບປະແລກປ່ຽນບົດຮຽນຄັ້ງນີ້ທັງສອງຝ່າຍມີ ຫົວໜ້າພາກວິຊາ, ຮອງພາກວິຊາ, ຫົວໜ້າພະແນກ, ຮອງພະແນກ…

ຊາວໜຸ່ມຮາກຖານຫ້ອງການ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄປທັດສະນະສຶກສາແລກປ່ຽນບົດຮຽນກັບ ຊາວໜຸ່ມເມືອງໄຊທານີ, ນະຄອນຫຼວງວຽງຈັນ

ວັນທີ 1 ຕຸລາ 2020 ຊາວໜຸ່ມຮາກຖານຫ້ອງການ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ໄປທັດສະນະສຶກສາແລກປ່ຽນບົດຮຽນນໍາ ຊາວໜຸ່ມເມືອງໄຊທານີ ນະຄອນຫຼວງວຽງຈັນ ພາຍໃຕ້ການນໍາພາຂອງສະຫາຍ ເຊັ່ງ ຢ່າງ  ຄະນະໜ່ວຍພັກຮາກຖານຫ້ອງການ, ຄະນະບໍລິຫານງານຊາວໜຸ່ມ ສມປຊ, ເລຂາຮາກຖານຊາວໜຸ່ມ ຫ້ອງການ, ມີຜູ້ຕາງໜ້າຈາກຄະນະຊາວໜຸ່ມແຕ່ລະຮາກຖານ ແລະສະມາຊິກຊາວໜຸ່ມ ພາຍໃນຮາກຖານຫ້ອງການ ເຂົ້າຮ່ວມໃນການໄປທັດສະນະໃນຄັ້ງນີ້, ເປັນກຽດຕອນຮັບຈາກສະຫາຍ  ສີສຸວັນ ພັນທະລັງສີ ກຳມະການພັກເມືອງ, ເລຂາຊາວໜຸ່ມເມືອງໄຊທານີ, ໃຫ້ກຽດເຂົ້າຮ່ວມໃນພິທີຂອງສະຫາຍ ໜູກີ ສີຫາລາດ…

ຂ່າວອື່ນໆ