Month: October 2020

ໂຮງຮຽນການເມືອງ ແລະ ການປົກຄອງແຂວງອັດຕະປື ເປີດກອງປະຊຸມຄົ້ນຄວ້າຫົວຂໍ້ບົດປ້ອງກັນຈົບຊັ້ນ ລະບົບຊັ້ນກາງຮຸ່ນທີ XI

ວັນທີ 20-21 ຕຸລາ 2020 ໂຮງຮຽນການເມືອງ ແລະການປົກຄອງແຂວງອັດຕະປືເປີດກອງປະຊຸມຄົ້ນຄວ້າຫົວຂໍ້ບົດປ້ອງກັນຈົບຊັ້ນຂອງນັກສຶກສາທິດສະດີການເມືອງແລະການປົກຄອງລະບົບຊັ້ນກາງຮຸ່ນທີXIຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ປທ ບຸນປອນ ອ່ອນໄຊວຽງ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ມີຄະນະພັກ, ຄະນະໂຮງຮຽນ, ຫົວໜ້າຂະແໜງ ແລະຮອງຂະແໜງພ້ອມດ້ວຍຄູ-ອາຈານເຂົ້າຮ່ວມ.           ຫົວຂໍ້ທີ່ນໍາມາຄົ້ນຄວ້າທັງໝົດມີ 51ຫົວຂໍ້. ໂດຍມີການສົມທຽບ ລະຫວ່າງ ຫົວຂໍ້ບົດປ້ອງກັນທີ່ໄດ້ເລືອກມາກັບໜ້າທີ່ວຽກງານທີ່ນັກສຶກສາຮັບຜິດຊອບຕົວຈິງຢູ່ໃນກົມກອງ ແລະກັບຫົວຂໍ້ບົດປ້ອງກັນຈົບຊັ້ນຂອງນັກສຶກສາຮຸ່ນອື່ນໆທີ່ໄດ້ຂຽນຜ່ານຂັ້ນສຸດທ້າຍແລ້ວ. ການຄົ້ນຄວ້າໃນຄັ້ງນີ້, ຄູ-ອາຈານແຕ່ລະທ່ານໄດ້ປະກອບຄໍາຄິດຄໍາເຫັນໃສ່ແຕ່ລະຫົວຂໍ້ບົດປ້ອງກັນຢ່າງກົງໄປກົງມາ ແລະຕົກລົງເປັນເອກະພາບຮັບຮອງເອົາ 51 ຫົວຂໍ້ເພື່ອນໍາສະເໜີສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ…

ນັກສຶກສາ ປະລິນຍາຕີ ຮຸ່ນທີ XXIV ລົງກໍ່ສ້າງຮາກຖານການເມືອງ ຢູ່ ກຸ່ມບ້ານໝາກນາວເໜືອຈັດລາຍການໂທລະໂຄ່ງບ້ານ

ໃນແຕ່ລະຕອນເຊົ້າຂອງທຸກໆວັນ ເລີ່ມແຕ່ເວລາ 6:30-7:00 ນາທີ ໜ່ວຍນັກສຶກສາຈາກສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ທີ່ລົງກໍ່ສ້າງຮາກຖານຢູ່ກຸ່ມບ້ານໝາກນາວເໜືອໄດ້ພ້ອມກັນຈັດລາຍການໂດຍຜ່ານໂທລະໂຄ່ງບ້ານ ບັນລະຍາຍໂດຍ: ທ້າວຄອນສະຫວັນ ເລືອງວັນ ແລະ ນາງ ແສງອາລຸນ ມະນີທວງ ພາຍໃຕ້ການຊີ້ນຳຂອງຄະນະບ້ານ ແລະ ທ່ານ ທອງຕາ ຫຼໍ່າມີໄຊ ຫົວໜ້າກຸ່ມນຳພານັກສຶກສາລົງກໍ່ສ້າງຮາກຖານ; ເນື້ອໃນທີ່ນຳມາສະເໜີເຜີຍແຜ່ໃນແຕ່ລະເຊົ້າແມ່ນໄດ້ເອົາເນື້ອໃນຂອງລັດຖະທຳມະນູນແຫ່ງ ສປປລາວ, ກົດໝາຍວ່າດ້ວຍລັດຖະບານ, ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ພ້ອມທັງໄດ້ໂຄສະນາວັນສຳຄັນຕ່າງໆ ເປັນຕົ້ນແມ່ນວັນຄ້າຍວັນເກີດຂອງທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 100…

ຈັດປາຖະກະຖາໃນຫົວຂໍ້: ນະໂຍບາຍການຕ່າງປະເທດອົດສະຕຣາລີ

      ໃນວັນທີ 16 ຕຸລາ 2020 ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຄະນະພັນພົວຕ່າງປະເທດສູນກາງພັກ ສົມທົບກັບສະຖານທູດອົດສະຕຣາລີ ໄດ້ຈັດປາຖາກະຖາ ໃນຫົວຂໍ້: “ນະໂຍບາຍການຕ່າງປະເທດ ຂອງອົດສະຕຣາລີ ແລະສາຍພົວພັນສອງຝ່າຍ ລາວ-ອົດສະຕຣາລີ ຄົບຮອບ 68 ປີ” ເຊິ່ງເປັນຄັ້ງທຳອິດ ທີ່ສະຖານທູດໄດ້ມາບັນລະຍາຍ. ໃນໂອກາດດັ່ງກ່າວໃຫ້ກຽດການບັນລະຍາຍຂອງ ທ່ານ ຊ໋ອງ-ເບີນາດ ຄາຣາສະໂກ, ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ, ທ່ານ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດຝຶກອົບຮົມທິດສະດີການເມືອງ-ການປົກຄອງໃຫ້ ເລຂາພັກເມືອງ, ຄະນະປະຈຳພັກເມືອງ ຊຸດທີ 3

ໃນຕອນເຊົ້າ 8:00 ໂມງ ວັນທີ 19 ຕຸລາ 2020 ຢູ່ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງຕາມຫົວຂໍ້ສະເພາະໃຫ້ ເລຂາພັກເມືອງ, ຄະນະປະຈະພັກເມືອງ ພາຍໃຕ້ການເປັນເປັນປະທານ ແລະ ກ່າວເປີດຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າ ສມປຊ ມີ ຄະນະພັກ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ,​ ຜູ້ຕາງໜ້າບັນດາໜ່ວຍງານຂັ້ນກົມ ທົ່ວ ສມປຊ ແລະນັກສໍາມະນາກອນເຂົ້າຮ່ວມໂດຍພ້ອມພຽງ.…