ຂ່າວຫຼ້າສຸດ

ກອງ​ປະ​ຊຸມກວດ​ກາ​ໜ່ວຍພັກ ໂຮງ​ຮຽນ​ການ​ເມືອງ​ແລະ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​ບູ​ລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ວິທະຍຸໂທລະພາບສູນກາງຈີນ ປະຈຳລາວ ຈັດຕັ້ງການສາຍ ຮູບເງົາ  “ຂ້ອຍ ແລະ ບ້ານເກີດຂອງຂ້ອຍ” ພິທີປິດຊຸດຮຽນທິດສະດີການເມືອງ-ການປົກຄອງ ລະບົບຂັ້ນຕົ້ນ ຮຸ່ນ VII ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນ້ຳທາ ໝ່ວຍພັກ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ແລະແຕ່ງຕັ້ງຫົວໜ້າຂະແໜງ ແລະຮອງຫົວໜ້າຂະແໜງ. ພິທີ​ປິດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງ ລະບົບ 10 ວັນ ໃຫ້ຕາແສງ, ເລຂາພັກບ້ານ, ນາຍບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ.

ໂຮງຮຽນການເມືອງ ແລະການປົກຄອງແຂວງ ໄຊຍະບູລີ ໄດ້ຮັບເຄື່ອງອຸປະຖໍາ ຈາກນັກສຶກສາລະບົບຊັ້ນກາງ ຮຸ່ນທີ XVI

ເພື່ອເປັນຊຸກຍູ້ ແລະອໍານວຍຄວາມສະດວກທາງດ້ານການບໍລິຫານວຽກງານ ຂອງໂຮງຮຽນການເມືອງ ແລະການປົກຄອງແຂວງ,ໃນຕອນແລງ ຂອງວັນທີ 15 ກັນຍາ ທີ່ຫ້ອງປະຊຸມໂຮງຮຽນ ນັກສຶກສາທິດສະດີການເມືອງ ແລະການປົກຄອງ ຊັ້ນກາງ ຮຸ່ນທີ XVI ໄດ້ອຸປະຖໍາເສື້ອຈໍານວນ 24 ຜືນໃຫ້ພະນັກງານ, ຄູ-ອາຈານໂຮງຮຽນການເມືອງ ແລະການປົກຄອງແຂວງເຊິ່ງມີມູນຄ່າ 1.560.000 ກີບ ແລະໃນວັນທີ 17 ກັນຍາ 2020 ທ່ານ ສິງໄຊ ກອງມະນີ ນັກສຶກສາທິດສະດີການເມືອງ ແລະການປົກຄອງ ຊັ້ນກາງ…

ພິທີປິດຊຸດຝຶກອົບຮົມທິດສະດີການເມືອງ ແລະການປົກຄອງ ໃນຫົວຂໍ້ສະເພາະ ໃຫ້ຄະນະບໍລິຫານງານລັດວິສາຫະກິດ ຊຸດທີ II

ໃນວັນທີ 18 ກັນຍາທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ຈັດພິທີປີດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງໃນຫົວຂໍ້ສະເພາະໃຫ້ຄະນະບໍລິຫານງານລັດວິສາຫະກິດຊຸດທີ II ພາຍໃຕ້ການເປັນປະທານຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າ ສມປຊ, ມີຕາງໜ້າຫ້ອງການ, ກົມ, ຄະນະຕ່າງໆ, ສູນຂໍ້ມູນຂ່າວສານ, ສູນຄົ້ນຄວ້າແນວຄິດໄກສອນພົມວິຫານ ແລະ ນັກສໍາມະນາກອນເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ປທ ແສງແກ້ວ ວົງລຳພັນ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ສມປຊ…

ໂຮງຮຽນການເມືອງ ແລະການປົກຄອງແຂວງໄຊຍະບູລີ ເປີດກອງປະຊຸມຄົ້ນຄວ້າຫົວຂໍ້ບົດປ້ອງກັນຈົບຊັ້ນ ນັກສຶກສາ ທິດສະດີການເມືອງ ແລະການປົກຄອງ ລະບົບຊັ້ນກາງ ຮຸ່ນທີ XVI

ໂຮງຮຽນການເມືອງ ແລະການປົກຄອງແຂວງ ໄຊຍະບູລີເປີດກອງປະຊຸມຄົ້ນຄວ້າຫົວຂໍ້ບົດປ້ອງກັນຈົບຊັ້ນ ຂອງນັກສຶກສາທິດສະດີການເມືອງ ແລະການປົກຄອງ ລະບົບຊັ້ນກາງ ຮຸ່ນທີ XVI ຂຶ້ນໃນວັນທີ 16-17 ກັນຍາ 2020 ພາຍໃຕ້ການເປັນປະທານຂອງທ່ານ ປອ ສີສອນພັນ ບຸນສີ ກໍາມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ມີຄະນະອໍານວຍການໂຮງຮຽນ, ຫົວໜ້າ ແລະຮອງຂະແໜງ ພ້ອມດ້ວຍຄູ-ອາຈານ ເຂົ້າຮ່ວມ. ຫົວຂໍ້ທີ່ນໍາມາຄົ້ນຄວ້າທັງໝົດມີ 99 ຫົວຂໍ້. ໂດຍມີການສົມທຽບ ລະຫວ່າງ ຫົວຂໍ້ບົດປ້ອງກັນທີ່ໄດ້ເລືອກມາກັບໜ້າທີ່ວຽກງານທີ່ນັກສຶກສາຮັບຜິດຊອບຕົວຈິງຢູ່ກົມກອງ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະຫຼຸບການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ປະຈໍາສົກຮຽນ 2019-2020

ໃນຕອນເຊົ້າ ວັນທີ 09/09/2020 ທີ່ ສະໂມສອນໃຫຍ່ ສມປຊ, ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ຈັດພິທີ ສະຫຼຸບການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ປະ​ຈໍາ​ສົກຮຽນ 2019-2020 ຂຶ້້ນ ເປັນເວລາ 2 ວັນ (09-10/08/2020) ພາຍໃຕ້ການເປັນປະທານ ຂອງທ່ານ ຮສ ພູວົງ ອຸ່ນຄໍາແສນ ເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າ ສມປຊ, ມີຄະນະພັກ, ຄະນະນໍາ ສມປຊ, ມີຕາງໜ້າ ຫ້ອງການ,…

ຂ່າວອື່ນໆ