ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາເປີດຮຽນທິດສະດີການເມືອງຂັ້ນກາງຮຸ່ນທີIປະຈໍາປີ 2024
ໃນຕອນເຊົ້າ ວັນທີ 29 ມັງກອນ 2024 ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາ ໄດ້ເປີດຮຽນທິດສະດີການເມືອງຂັ້ນກາງ ຮຸ່ນທີ I ປະຈໍາປີ 2024 ຢູ່ທີ່ຫ້ອງປະຊຸມໂຮງຮຽນການເມືອງ ແລະການປົກຄອງແຂວງ, ໂດຍການເປັນປະທານຂອງສະຫາຍ ຄຳພັນ ເຈຍອາ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ; ເປັນກຽດເຂົ້າຮ່ວມຂອງຮສພູວົງ ອຸ່ນຄຳແສນ ກຳມະການສູນກາງພັກຫົວໜ້າສະຖາບັນການເມືອງແລະການປົກຄອງແຫ່ງຊາດ, ເປັນກຽດເຂົ້າຮ່ວມ ຂອງສະຫາຍ ຈັນທອງ ແກ້ວປະເສີດ ຮອງເລຂາພັກແຂວງ…
ໂຮງຮຽນການເມືອງ ແລະການປົກຄອງ ແຂວງຊຽງຂວາງ ຈັດພິທີປ້ອງກັນຈົບຂັ້ນກາງ ຮຸ່ນທີ I
ໂດຍປະຕິບັດຕາມມະຕິຂອງຄະນະປະຈຳພັກແຂວງ ເລກທີ 19/ຄປພຂ, ລົງວັນທີ 23 ມັງກອນ 2024 ວ່າດ້ວຍການແຕ່ງຕັ້ງປະທານ ແລະຄະນະກຳມະການປ້ອງກັນບົດຈົບຂັ້ນກາງ ທິດສະດີການເມືອງຮຸ່ນທີ I ຢູ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ. ໃນຕອນເຊົ້າຂອງ ວັນທີ 24 ມັງກອນ 2024 ຢູ່ທີ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ຈັດພິທີປ້ອງກັນຈົບຂັ້ນກາງ ທິດສະດີການເມືອງຮຸ່ນທີ I ຂຶ້ນ. ໃຫ້ກຽດເປັນປະທານໂດຍ: ທ່ານ ໜໍບີຫາ…
ພິທີປ້ອງກັນໂຄງຮ່າງບົດວິທະຍາສາດ ຫົວຂໍ້: ສ້າງການຫັນປ່ຽນຢ່າງແຂງແຮງໃຫ້ແກ່ພະນັກງານ-ສະມາຊິກພັກໃນເງື່ອນໄຂເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ຢູ່ 6 ແຂວງພາກເໜືອ
ໃນຕອນເຊົ້າ ຂອງວັນທີ 17 ມັງກອນ 2024 ຢູ່ທີຫ້ອງປະຊຸມໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງ ນໍ້າທາ ໂດຍການເປັນປະທານ ຂອງທ່ານ ປອ ດາວສະຫວັນ ເຄືອມີໄຊ ຮອງປະທານສະພາວິທະຍາສາດ,ຮອງຫົວໜ້າສະຖາການເມືອງ ແລະ ການການປົກຄອງແຫ່ງຊາດ, ເຂົ້າຮ່ວມ ຂອງທ່ານ ປອ ຄຳພັນ ເຈຍອາ ກຳມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາ, ມີບັນດາທ່ານ ຄະນະໂຮງຮຽນການເມືອງ ແລະ ການປົກຄອງ…
ພິທີປິດເຝິກອົບຮົມຄູການເມືອງ ແລະ ການປົກຄອງ ຊຸດທີ I
ຫ້ອງຮຽນຊຸດເຝິກອົບຮົມຄູການເມືອງ ແລະ ການປົກຄອງໄລຍະສັ້ນ 3 ເດືອນແມ່ນຫ້ອງຮຽນໜຶ່ງທີ່ຂຶ້ນກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະໜ້າທີ່ຂອງຕົນ, ເຄື່ອນໄຫວພາຍໃຕ້ການນໍາພາ-ຊີ້ນໍາ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເວົ້າລວມ; ເວົ້າສະເພາະແມ່ນການນຳພາ-ຊີ້ນຳ ຂອງຄູປະຈຳຫ້ອງ ແລະຄະນະຫ້ອງ. ມີນັກເຝິກອົບຮົມຕົວຈິງທັງໝົດ 55 ທ່ານ, ຍິງ 15 ທ່ານ. ສະນັ້ນ, ໃນຕອນເຊົ້າວັນທີ 12 ມັງກອນ 2024 ທີ່ຜ່ານມາ…
