ຂ່າວຫຼ້າສຸດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບນັກສຶກສາທິດສະດີການເມືອງຂັ້ນຕົ້ນ ລົງທັດສະນະສຶກສາ ທີ່ຫ້ອງວາງສະແດງມູນເຊື້ອ ພິທີ​ເປີດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງລະບົບ 10 ວັນປະຈຳປີ 2026 ໃຫ້ເລຂາພັກບ້ານ, ອົງການປົກຄອງບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ ກອງປະຊຸມສະພາທິດສະດີສູນກາງພັກ ພິຈາລະນາ ແລະ ຮັບຮອງເອົາຫຼັກສູດທິດສະດີການເມືອງ 3 ຂັ້ນ (ສະບັບປັບປຸງ) ແນໃສ່ຍົກລະດັບຄຸນນະພາບການກໍ່ສ້າງພະນັກງານນໍາພາ-ຄຸ້ມຄອງ ຂາຍວາລະສານ ອອນໄລ ສົນໃຈ ສັ່ງຊື່ໃນລີ້ງລຸ່ມນີ້ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງເອກອັກຄະລັດຖະທູດ ສາທາລະນະລັດ ກຸຍບາ ປະຈຳ ສປປ ລາວ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ

ກອງປະຊຸມສາມັນ ສະຫຼຸບວຽກງານສະພາວິທະຍາສາດປະຈຳປີ 2023 ແລະ ທິດທາງແຜນການ 2024 ຂອງສະພາວິທະຍາສາດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຊຸດທີ V

ໃນຕອນເຊົ້້າວັນທີ 07 ກຸມພາ 2024 ທີ່ຕຶກສູນຂໍມູນຂ່າວສານ ຊັ້ນ 1 ຫ້ອງ 110, ສະພາວິທະຍາສາດ ສະຖາ​ບັນ​ການ​ເມືອງ ແລະ ການ​ປົກຄອງ​ແຫ່ງ​ຊາດ ຊຸດທີ V ໄດ້ຈັດກອງປະຊຸມສາມັນ ຂອງສະພາວິທະຍາສາດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຊຸດທີ V ພາຍໃຕ້ການເປັນປະທານໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ…

ກອງປະຊຸມພົບປະແລກປ່ຽນບົດຮຽນທາງດ້ານວິຊາການ ລະຫວ່າງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງບໍ່ແກ້ວ ແລະໂຮງຮຽນການເມືອງ ແລະ ການປົກຄອງແຂວງຫົວພັນ

ໂດຍອີງຕາມບົດບັນທຶກຊ່ວຍຈໍາ ລະຫວ່າງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫົວພັນ ແລະໂຮງຮຽນການເມືອງ ແລະ ການປົກຄອງແຂວງບໍ່ແກ້ວ ໃນວັນທີ 7.8.2017 ທີ່ແຂວງຫົວພັນ. ໃນຕອນເຊົ້າ ເວລາ 8:30 ຂອງວັນທີ 30 ມັງກອນ 2024 ໂຮງຮຽນການເມືອງ ແລະ ການປົກຄອງແຂວງບໍ່ແກ້ວ ກັບໂຮງຮຽນການເມືອງ ແລະ ການປົກຄອງແຂວງຫົວພັນ ໄດ້ເປີດກອງປະຊຸມແລກປ່ຽນບົດຮຽນທາງດ້ານວິຊາການຂຶ້ນພາຍໃຕ້ການເປັນປະທານຮ່ວມໂດຍ: ທ່ານ ສົມສັກ ປິ່ນແກ້ວ ກໍາມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ…

ກອງປະຊຸມສຳມະນາວິທະຍາສາດ ລະດັບຊາດ ຫົວຂໍ້: ທັດສະນະຊີ້ນຳ ຂອງປະທານ ຄຳໄຕ ສີພັນດອນ ພາຍຫຼັງພັກຜ່ອນບໍານານ

ໃນທາມກາງບັນຍາກາດທົ່ວພັກ, ທົ່ວລັດ ແລະທົ່ວປວງຊົນລາວທັງຊາດ ພວມອອກແຮງແຂ່ງຂັນກັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ແຫ່ງຊາດ ຄັ້ງທີ 9 ໃນທ້າຍສະໄໝ, ການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 48 ປີ, ວັນເກີດ ຂອງປະ ທານ ໄກສອນ ພົມວິຫານ ຄົບຮອບ 103 ປີ, ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ…

ພິທີປິດການເຝິກອົບຮົມພາຍໃຕ້ຫົວຂໍ້: “ຫຼັກການພື້ນຖານໃນການຈັດໝວດໝູ່ປ້ຶມ ຂອງຫ້ອງອ່ານສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ”

ໃນຕອນແລງວັນທີ 26 ມັງກອນ 2024, ທີ່ຊັ້ນ 5 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ຫ້ອງ 509 ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄດ້ຈັດພິທີປິດການເຝິກອົບຮົມພາຍໃຕ້ຫົວຂໍ້: “ຫຼັກການພື້ນຖານໃນການຈັດໝວດໝູ່ປ້ຶມ ຂອງຫ້ອງອ່ານສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານເຊິ່ງດໍາເນີນເປັນເວລາ 3 ວັນໃຫ້ກຽດເປັນປະທານໂດຍ: ທ່ານ ປອ ເດັງຢາງ ກົງຈີ ຮອງຫົວໜ້າສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ພ້ອມດ້ວຍ ຜູ້ບັນລະຍາຍນໍາພາເຮັດຕົວຈິງ, ພະນັກງານ ຄູ-ອາຈານ…