ຂ່າວຫຼ້າສຸດ

ກອງ​ປະ​ຊຸມກວດ​ກາ​ໜ່ວຍພັກ ໂຮງ​ຮຽນ​ການ​ເມືອງ​ແລະ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​ບູ​ລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ວິທະຍຸໂທລະພາບສູນກາງຈີນ ປະຈຳລາວ ຈັດຕັ້ງການສາຍ ຮູບເງົາ  “ຂ້ອຍ ແລະ ບ້ານເກີດຂອງຂ້ອຍ” ພິທີປິດຊຸດຮຽນທິດສະດີການເມືອງ-ການປົກຄອງ ລະບົບຂັ້ນຕົ້ນ ຮຸ່ນ VII ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນ້ຳທາ ໝ່ວຍພັກ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ແລະແຕ່ງຕັ້ງຫົວໜ້າຂະແໜງ ແລະຮອງຫົວໜ້າຂະແໜງ. ພິທີ​ປິດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງ ລະບົບ 10 ວັນ ໃຫ້ຕາແສງ, ເລຂາພັກບ້ານ, ນາຍບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ.

ກອງປະຊຸມໃຫຍ່ ຂອງໜ່ວຍພັກຮາກຖານ ຂອງນັກສຶກສາ ລະບົບປະລິນຍາໂທຮຸ່ນທີXIX

ກອງປະຊຸມໃຫຍ່ຂອງໜ່ວຍພັກນັກຄົ້ນຄ້ວາປະລິນຍາໂທຮຸ່ນທີ XIX ຫ້ອງຂໍ ໄດ້ໄຂຂຶ້ນຢ່າງເປັນທາງການຂອງວັນທີ 14 ກຸມພາ 2024 ທີ່ຫ້ອງປະຊຸມ 110, ຊັ້ນ 1 ຕຶກ 5 ຊັ້ນກົມຈັດຕັ້ງ-ພະນັກງານ ສມປຊ, ໂດຍການເປັນປະທານຮ່ວມໂດຍສະຫາຍ: ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານພັກຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີສະຫາຍ ອິດສະຫຼະ ພິມມະສອນ ເຂລາໜ່ວຍພັກ, ຫົວໜ້າຫ້ອງຮຽນນັກຄົ້ນຄວ້າປະລິນຍາໂທຮຸ່ນທີ XIX ຫ້ອງຂໍ…

ເປີດເຝິກອົບຮົມພາຍໃຕ້ ຫົວຂໍ້: “ຫັນທັກສະພື້ນຖານການເຮັດເຂົ້້າໜົມເຄັກກ້ວຍໃຫ້ກາຍເປັນລາຍໄດ້”

ຕອນແລງວັນທີ 14 ກຸມພາ 2024 ຮາກຖານກໍາມະບານສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ແລະສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄດ້ຈັດເຝິກອົບຮົມຂຶ້ນຢູ່ທີ່ຊັ້ນ 5 ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ພາຍໃຕ້ຫົວຂໍ້“ຫັນທັກສະພື້ນຖານການເຮັດຂະນົມເຄັກກ້ວຍໃຫ້ກາຍເປັນລາຍໄດ້” ພາຍໃຕ້ການເປັນປະທານໂດຍ: ທ່ານ ປທ ນາງ ວະໄລລັກ ອະໄພ ຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ແລະມີຕາງໜ້າ 2 ທ່ານ ຂອງແຕ່ລະຮາກຖານ ທົ່ວ ສມປຊ ເຂົ້າຮ່ວມການເຝິກອົບຮົມໃນຄັ້ງນີ້. ຈຸດປະສົງຕົ້ນຕໍໃນການເຝິກອົບຮົມໃນຄັ້ງນີ້ແມ່ນເພື່ອສ້າງກິດຈະກໍາ…

ພິທີປະກາດ ພະນັກງານຮັບອຸດໜູນບຳນານ ແລະແຕ່ງຕັ້ງຮອງຂະແໜງການ ຂອງໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ

ໃນຕອນເຊົ້າຂອງວັນທີ 14 ກຸມພາ 2024 ຢູ່ທີ່ຫ້ອງປະຊຸມຂອງ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ຈັດພິທີປະກາດ ພະນັກງານຮັບອຸດໜູນບຳນານ ແລະແຕ່ງຕັ້ງຮອງຂະແໜງການ ຂອງໂຮງຮຽນ ພາຍໃຕ້ການເປັນປະທານໂດຍ: ທ່ານ ສີວອນ ບຸດດາຈັນ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ມີພະນັກງານ, ຄູ-ອາຈານ, ພະນັກງານບຳນານ ແລະຄະນະພັກ, ຄະນະຫ້ອງ ຂັ້ນກາງຮຸ່ນທີ I ເຂົ້າຮ່ວມນຳ. ໃນພິທີ…

ການນໍາສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ນໍາພາຄະນະເຂົ້າອວຍພອນ ປະທານ ຄໍາໄຕ ສີພັນດອນ

ເນື່ອງໃນໂອກາດວັນຄ້າຍວັນເກີດ ຂອງປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ (8 ກຸມພາ 1924-8 ກຸມພາ 2024) ໃນແລງວັນທີ 8 ກຸມພາ 2024 ນີ້. ການນຳສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ນໍ​າໂດຍ: ສະຫາຍ ປທ ນ. ບຸນມີ ຈູນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ, ມີຕາງໜ້າໜ່ວຍງານຂັ້ນກົມ…

ຂ່າວອື່ນໆ