ຂ່າວຫຼ້າສຸດ

ພິທິສະຫຼຸບວຽກງານຈັດຕັ້ງໄລຍະ 5ປີ (2021-2025) ແລະທິດທາງແຜນການວຽກງານຈັດຕັ້ງ 5ປີ (2026-2030) ປະກາດການຈັດຕັ້ງ ແລະທາບທາມບຸກຄະລາກອນເຂົ້າໃສ່ແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ສະພາແຫ່ງຊາດ ເຜີຍແຜ່ຜົນສຳເລັດການຄົ້ນຄວ້າວິທະຍາສາດ ກົມໂຄສະນາເຜີຍແຜ່ກົດໝາຍ, ກະຊວງຍຸຕິທຳ ມອບປຶ້ມກົດໝາຍໃຫ້ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ເຂົ້າພະແນກຫໍສະໝຸດ ເພື່ອເພີ່ມທະວີການສ້າງລັດແຫ່ງກົດໝາຍ ແລະຍົກສູງສະຕິເຄົາລົບລະບຽບກົດໝາຍ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງຈັດພິທີປ້ອງກັນບົດຈົບຂັ້ນ ໃຫ້ນັກສຶກສາທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ສະ​ຫາຍ ຫງວຽນ ມິງ ​ເຕິມ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ເຕັມແຫ່ງ ​ສ​ສ​ ຫວຽດ​ນາມ ພ້ອມ​ດ້ວຍ​ຄະ​ນະເດີນ​ທາງ​ມາ​ຢ້ຽມຢາມ​ ແລະ​ເຮັດ​ວຽກ​ຢູ່ໂຮງ​ຮຽນ​ການ​ເມືອງ ແລະ ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​​ບູ​ລີ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະຫຼຸບວຽກງານຄູປະຈຳຫ້ອງ

         ວຽກງານຄູປະຈຳຫ້ອງ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປັນວຽກງານໜຶ່ງທີ່ເປັນເສນາທິການໃຫ້ແກ່ກົມຄຸ້ມຄອງການຮຽນ-ການສອນ ກໍຄືການຈັດຕັ້ງທຸກພາກສ່ວນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໂດຍໄດ້ຮັບການນຳພາ-ຊີ້ນຳຢ່າງໃກ້ຊິດ ຈາກກົມຄຸ້ມຄອງການຮຽນ-ການສອນ, ໃນພິທີດັ່ງກ່າວ, ເປັນປະທານໃນກອງປະຊຸມໂດຍ: ທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈຳພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະມີຕາງໜ້າພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.          ທ່ານ ປທ ສີຈັນ ສູນດາລາ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ໃຫ້ຮູ້ວ່າ:…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດພິທີປະຖົມນິເທດ ນັກສຶກສາທິດສະດີການເມືອງຂັ້ນສູງ 9 ເດືອນ ຮຸ່ນທີ III

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປະຖົມນິເທດໃຫ້ນັກສຶກສາທິດສະດີການເມືອງ ຂັ້ນສູງ 9ເດືອນຮຸ່ນທີ III ມີຈໍານວນທັງໝົດ 60 ທ່ານ, ຍິງ 14 ທ່ານ ໃນວັນທີ 19 ພຶດສະພາ 2023 ເຊິ່ງເປັນນັກສຶກສາທີ່ເຂົ້າມາໃໝ່ ເພື່ອຄົ້ນຄ້ວາ-ຮໍ່າຮຽນທິດສະດີການເມືອງ. ດັ່ງນັ້ນ, ເພື່ອສ້າງຄວາມເຂົ້າໃຈໃນລະບຽບການຕ່າງໆ ທີ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ທີ່ໄດ້ກໍານົດໄວ້ຈຶ່ງໄດ້ຈັດພິທີປະຖົມນິເທດຂຶ້ນ ໂດຍມີພະນັກງານ, ຄູ-ອາຈານທີ່ກ່ຽວຂ້ອງຈາກຫ້ອງການ ສມປຊ, ກົມຈັດຕັ້ງ-ພະນັກງານ, ກົມຄຸ້ມຄອງການຮຽນ-ການສອນ ແລະສູນຂໍ້ມູນຂ່າວສານ…

ກອງປະຊຸມສະຫຼຸບການເຄື່ອນໄຫວນຳພາ-ຊີ້ນຳການຈັດຕັ້ງປະຕິບັດ ແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນ ຂອງໜ່ວຍພັກຮາກຖານນັກສຶກສາ ປະລິນຍາໂທ ຮຸ່ນທີ XVIII ຫ້ອງ ກ ແລະຫ້ອງ ຂ

         ໜ່ວຍພັກຮາກຖານ ນັກສຶກສາ ປະລິນຍາໂທ ຮຸ່ນທີ XVIII ຫ້ອງ ກ ແລະ ຫ້ອງ ຂ ໄດ້ສຳເລັດການເປີດກອງປະຊຸມໃຫຍ່ຄັ້ງທີ I ຂຶ້ນໃນເດືອນ 1 ປີ 2023 ທີ່ຜ່ານມາ ຊຶ່ງໃນນັ້ນໄດ້ຜ່ານການເລືອກຕັ້ງຄະນະພັກເປັນທີ່ຮຽບຮ້ອຍ ແລະໄດ້ເຄື່ອນໄຫວວຽກງານນຳພາ-ຊີ້ນຳຂອງຫ້ອງ ຊຶ່ງມີຜົນງານຫຼາຍໆດ້ານທີ່ພົ້ນເດັ່ນ, ສະນັ້ນ, ໃນວັນທີ 18 ພຶດສະພາ 2023 ໜ່ວຍພັກຮາກຖານນັກສຶກສາ ປະລິນຍາໂທ ຮຸ່ນທີ XVIII…

ພິທີເລື່ອນສະມາຊິກພັກສໍາຮອງ ຂຶ້ນເປັນສະມາຊິກພັກສົມບູນ ຂອງໜ່ວຍພັກຮາກຖານຫ້ອງການ

ພິທີເລື່ອນສະມາຊິກພັກສໍາຮອງ ຂຶ້ນເປັນສະມາຊິກພັກສົມບູນ ຂອງໜ່ວຍພັກຮາກຖານຫ້ອງການ ໄດ້​ຈັດ​ຂຶ້ນໃນຕອນເຊົ້າ ຂອງວັນ​ທີ 18 ພຶດສະພາ 2023, ​ໃຫ້​ກຽດ​ເປັນປະທານໂດຍ: ສະຫາຍ ປທ ນາງ ຄໍາຫຼ້າ ແກ້ວອຸ່ນຄໍາ, ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີແຂກ​ຖືກ​ເຊີນຈາກໜ່ວຍພັກບັນດາ ກົມ, ຄະນະຕ່າງໆ ແລະສູນຕ່າງໆພາຍໃນ ສມປຊ. ໃນກອງປະຊຸມ ສະຫາຍ ປທ ພອນແກ້ວ ແສງມະນີ ຮອງຫົວໜ້າພະແນກພັກ ແລະປ້ອງກັນພັກ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະພັກ…

ຂ່າວອື່ນໆ