ທີ່ຫ້ອງການແຜນການ-ການເງິນ ເມືອງວັງວຽງ, ແຂວງວຽງຈັນ, ກົມຄົ້ນຄວ້າວິທະຍາສາດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດຕັ້ງປະຕິບັດ ແລະ ອັດຊຸດຝຶກອົບຮົມວິທີວິທະຍາການວິໄຈແບບປະລິມານ ແລະ ຄຸນນະພາບ ເຂົ້າໃນການຂຽນບົດຄວາມ, ບົດຄົ້ນຄວ້າ ແລະ ບົດວິທະຍາສາດ ໃນລະ ຫວ່າງວັນທີ 25-26 ພະຈິກ 2026 . ພາຍໃຕ້ການເປັນປະທານຂອງ ທ່ານ ປອ ສຸພາວະດີ ຫຼ້າຄຳສາຍ ຄະນະບໍລິຫານງານພັກ, ຮອງຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ຊຸດຝຶກອົບຮົມຄັ້ງນີ້ ມີວິທະຍາກອນຮັບເຊີນຈາກມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍນັກສຳມະນາກອນທີ່ເປັນພະນັກງານ, ຄູ-ອາຈານ ແລະ ນັກຄົ້ນຄວ້າຈາກບັນດາຄະນະ, ກົມ, ຫ້ອງການ, ສູນຂໍ້ມູນຂ່າວສານ ແລະ ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ເຂົ້າຮ່ວມທັງໝົດ 21 ທ່ານ, ຍິງ 12 ທ່ານ, ເຊິ່ງເປັນການບຳລຸງສ້າງຖັນແຖວພະນັກງານວິຊາການໃຫ້ມີຄວາມໜັກແໜ້ນທາງດ້ານລະບຽບວິທີຄົ້ນຄວ້າວິທະຍາສາດ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.







ຕະຫຼອດໄລຍະ 2 ວັນ ຂອງການຝຶກອົບຮົມ, ຄະນະວິທະຍາກອນຜູ້ຊົງຄຸນວຸດທິຈາກມະຫາວິທະຍາໄລແຫ່ງຊາດ ໄດ້ຖ່າຍທອດບົດຮຽນທາງດ້ານທິດສະດີຄຽງຄູ່ກັບການຝຶກປະຕິບັດຕົວຈິງ (Workshop) ຢ່າງເປັນລະບົບ ແລະ ເລິກເຊິ່ງ ໂດຍສຸມໃສ່ 3 ຫົວຂໍ້ຫຼັກ ຄື: ດ້ານວິທີວິທະຍາການວິໄຈແບບປະລິມານ (Quantitative Research) ທີ່ເນັ້ນໃສ່ການກຳນົດຕົວປ່ຽນ, ການອອກແບບແບບສອບຖາມ, ການຄິດໄລ່ຂະໜາດກຸ່ມຕົວຢ່າງ ແລະ ການວິເຄາະຂໍ້ມູນທາງສະຖິຕິ ເພື່ອໃຫ້ໄດ້ຫຼັກຖານປະຈັກພະຍານທາງວິທະຍາສາດທີ່ຊັດເຈນ; ດ້ານວິທີວິທະ ຍາການວິໄຈແບບຄຸນນະພາບ (Qualitative Research) ກ່ຽວກັບການອອກແບບຄຳຖາມສຳພາດເຈາະເລິກ, ການສົນທະນາກຸ່ມ, ການສັງເກດການ ແລະ ການວິເຄາະສັງເຄາະຂໍ້ມູນເຊີງເນື້ອໃນ; ແລະ ດ້ານເຕັກນິກການຂຽນ ແລະ ການເຜີຍແຜ່ ໂດຍການສັງເຄາະຜົນການວິໄຈທັງສອງແບບ (Mixed Methods) ເຂົ້າໃນການຮຽບຮຽງບົດຄວາມວິຊາການ, ບົດລາຍງານການຄົ້ນຄວ້າ ແລະ ບົດວິທະຍາສາດ ໃຫ້ຖືກຕ້ອງຕາມມາດຕະຖານຂອງວາລະສານວິທະຍາສາດ.
ຜ່ານການດຳເນີນຊຸດຝຶກອົບຮົມ, ບັນດານັກສຳມະນາກອນໄດ້ຍົກສູງຄວາມຮັບຜິດຊອບການເມືອງ, ເອົາ ໃຈໃສ່ຄົ້ນຄວ້າຮ່ຳຮຽນ, ແລກປ່ຽນບົດຮຽນ ແລະ ຝຶກປະຕິບັດຕົວຈິງຢ່າງຫ້າວຫັນ ແລະ ກົງໄປກົງມາ. ຜົນການປະເມີນໄດ້ສະແດງໃຫ້ເຫັນວ່າ ນັກສຳມະນາກອນສາມາດກຳໄດ້ຫຼັກການພື້ນຖານ ແລະ ສາມາດນຳເອົາເຄື່ອງມືການວິໄຈໄປອອກແບບໂຄງຮ່າງບົດຄົ້ນຄວ້າຂອງຕົນເອງໄດ້ຢ່າງເປັນຮູບປະທຳ 100% ພ້ອມທັງມີເງື່ອນໄຂຄົບຖ້ວນໃນການຮັບໃບຢັ້ງຢືນທຸກທ່ານ. ພ້ອມດຽວກັນນັ້ນ, ຄະນະຮັບຜິດຊອບຍັງໄດ້ຕີລາຄາຖອດຖອນບົດຮຽນຢ່າງພາວະວິໄສຕໍ່ຂໍ້ຈຳກັດດ້ານເວລາ ເມື່ອທຽບໃສ່ຄວາມລະອຽດເລິກເຊິ່ງຂອງເນື້ອໃນວິຊາການ ເພື່ອເປັນບ່ອນອີງໃຫ້ແກ່ການສືບຕໍ່ຄົ້ນຄວ້າລົງເລິກກໍລະນີສຶກສາຕົວຈິງໃນຂັ້ນຕໍ່ໄປ.
ຜົນສຳເລັດຂອງຊຸດຝຶກອົບຮົມຄັ້ງນີ້ ມີຄວາມໝາຍສຳຄັນຍິ່ງທາງດ້ານການເມືອງ ແລະ ວິຊາການ ຕໍ່ພາລະບົດບາດ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນຖານະເປັນສູນກາງແຫ່ງການຄົ້ນຄວ້າທິດສະດີ ແລະ ພຶດຕິກຳຂອງພັກ. ໃນໂອກາດດັ່ງກ່າວ, ທ່ານປະທານ ແລະ ຄະນະຮັບຜິດຊອບ ໄດ້ເນັ້ນໜັກໃຫ້ນັກສຳມະນາກອນທຸກທ່ານ ຈົ່ງນຳເອົາຄວາມຮູ້ ແລະ ທັກສະທີ່ໄດ້ຮັບໄປຜັນຂະຫຍາຍເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງ, ສຸມໃສ່ການຂຽນບົດຄວາມວິທະຍາສາດທີ່ມີຄຸນນະພາບ ເພື່ອສົ່ງລົງພິມເຜີຍແຜ່ໃນວາລະສານຂອງສະຖາບັນ, ປະກອບສ່ວນຍົກສູງຄຸນນະພາບການຮຽນ-ການສອນ, ການຄົ້ນຄວ້າວິທະຍາສາດ ກໍຄືການເປັນເສນາທິການໃຫ້ແກ່ການນຳຂອງສະຖາບັນ ໃນການຮັບໃຊ້ໜ້າທີ່ການເມືອງຂອງພັກ ແລະ ລັດ ໃຫ້ນັບມື້ນັບມີປະສິດທິຜົນສູງຂຶ້ນ.
———————————–
ຂ່າວ ຕາອັອດ ແສນທະວີສຸກ
ຮູບພາບ ບົວພອນນິກ ພົນອາສາ
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ
