ໃນຕອນເຊົ້າວັນທີ 26 ພະຈິກ 2026 ນີ້ ທ່ານ ຮສ ພູວົງ ອຸ່ນຄໍາແສນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຊຽງຂວາງ ໄດ້ຂຶ້ນຫ້ອງສິດສອນລາຍງານເພີ່ມວິຊາ ລັດທິສັງຄົມນິຍົມວິທະຍາສາດ ຫົວຂໍ້: “ຊົນຊາດ-ຊົນເຜົ່າ ແລະສາສະໜາ ໃນລະບອບປະຊາທິປະໄຕ”. ໃຫ້ນັກສຶກສາທິດສະດີການເມືອງ ຂັ້ນກາງ ຮຸ່ນທີ VI ຢູ່ທີ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ມີທ່ານ ບຸນຊູ ອິດທິພົນ ຮອງເລຂາໜ່ວຍພັກ, ຮັກສາການຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ມີຫົວໜ້າຂະແໜງ, ຮອງຂະແໜງ ແລະນັກສຶກສາ ເຂົ້າຮ່ວມທັງໝົດ 60 ທ່ານ, ຍິງ 14 ທ່ານ.

ໃນການຂຶ້ນຫ້ອງສິດສອນລາຍງານເພີ່ມ ເຊິ່ງທ່ານໄດ້ໃຫ້ຮູ້ຊົນຊາດ-ຊົນເຜົ່າໃນລະບອບປະຊາທິປະໄຕປະຊາຊົນ; ສາສະໜາ ໃນລະບອບປະຊາທິປະໄຕ ແລະຈຸດພິເສດ ຂອງສາສະໜາຕ່າງໆ ທີ່ເຄື່ອນໄຫວຢູ່ໃນ ສປປ ລາວ ໃນຕໍ່ໜ້າຢ່າງມີປະສິດທິຜົນ ແລະທ່ານຍັງໄດ້ຍົກບັນຫາພື້ນຖານສໍາຄັນ ທີ່ມີຕາມຫຼັກສູດທິດສະດີການເມືອງຂັ້ນກາງ ວິຊາ ລັດທິສັງຄົມນິຍົມວິທະຍາສາດ ເປັນຕົ້ນແມ່ນ ແນວຄິດສັງຄົມນິຍົມໄຝ່ຝັນ ແມ່ນຕົ້ນກໍາເນີດຂອງລັດທິສັງຄົມນິຍົມວິທະຍາສາດ; ພາລະກໍາປະຫວັດສາດ ຂອງຊົນຊັ້ນກໍາມະກອນໃນການຍາດເອົາອໍານາດການປົກຄອງ ແລະສ້າງສັງຄົມນິຍົມ; ລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມຢູ່ ສປປ ລາວ; ພັນທະພາບລະຫວ່າງຊົນຊັ້ນ-ຊັ້ນຄົນ ຢູ່ປະເທດເຮົາ ແລະເສີມຂະຫຍາຍໃນພາລະກິດປົກປັກຮັກສາ ແລະສ້າງສາປະເທດຊາດ. ພ້ອມນັ້ນນັກສຶກສາຍັງໄດ້ສົນທະນາແລກປ່ຽນບົດຮຽນຢ່າງເປັນຂະບວນຟົດຟື້ນ. ໂອກາດດຽວກັນນີ້ທ່ານ ຮສ ພູວົງ ອຸ່ນຄໍາແສນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຊຽງຂວາງ ໄດ້ອະທິບາຍ ແລະຊີ້ແຈງກ່ຽວກັບບັນຫາແລກປ່ຽນບົດຮຽນ ເພື່ອໃຫ້ນັກສຶກສາເຂົ້າໃຈຕໍ່ເນື້ອໃນຢ່າງເລິກເຊິ່ງ. ພ້ອມທັງເນັ້ນໃຫ້ນັກສຶກສາທຸກສະຫາຍ ນໍາເອົາຄວາມຮູ້ທີ່ໄດ້ຮຽນມາໄປຜັນຂະຫຍາຍເຂົ້າໃນການຈັດຕັ້ງປະ ຕິບັດໜ້າທີ່ວຽກງານ ຂອງຕົນ ໃນຕໍ່ໜ້າໃຫ້ມີປະສິດທິພາບ ແລະມີປະສິດທິຜົນໃຫ້ສູງຂຶ້ນກວ່າເກົ່າ.

ຂ່າວ/ພາບ: ນາງ ຄໍາເພັດ ບຸນນະຈັນ

ບັນນາທິການ: ວຽງສະຫວັນ ຈັນທະວິໄຊ

ຂ່າວອື່ນໆ

situs slottotoslotpkv gameslk21slot777slot777slottoto 4dslot thailandslotslot gacor hari inislot gacorslot gacorslot thailandzonawin777zonawin777zonawin777slot777link slot gacor hari inizonawin777zonawin777zonawin777toto 4dsitus totoslot gacorzonawin777zonawin777zonawin777zonawin777zonawin777zonawin777zonawin777zonawin777zonawin777zonawin777zonawin777zonawin777zonawin777zonawin777zonawin777Zonawin777Zonawin777Zonawin777zonawin777zonawin777Zonawin777Zonawin777Zonawin777Zonawin777Zonawin777Zonawin777tempur777slot gacorslot gacorslot gacorslot gacorslot gacoratatotoatatotototo 4dtoto 4dtoto 4dtoto 4dtoto 4dtoto 4dtoto 4dtoto 4dtoto 4dtogel 4dtogel 4datatotototo 4dtoto 4dtoto 4datatotototo 4dtoto 4dligabolapkv gamespkv gameshttps://uniqueagency.pl/kompozytka/