ວັນທີ 23 ພະຈິກ 2026 ເວລາ 13:30 ຢູ່ໂຮງຮຽນການເມືອງ ແລະການປົກຄອງ ແຂວງໄຊຍະບູລີ ໄດ້ມີພິທີປິດຊຸດຮຽນທິດການເມືອງຂັ້ນຕົ້ນ ຮຸ່ນທີ VII ໂດຍໃຫ້ກຽດເປັນປະທານໃນພິທີ ຂອງ ທ່ານ ປອ ສີສອນພັນ ບຸນສີ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ແລະອົງການຈັດຕັ້ງມະຫາຊົນ, ໃນພິທີດັ່ງກ່າວ ທ່ານ ນາງ ນຸດຈິລາ ພົນຈາເລີນ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ ກໍໄດ້ຂຶ້ນຜ່ານບົດສະຫຼຸບປິດຊຸດຮຽນວ່າຕະຫຼອດໄລຍະເວລາ ຂອງການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນເປັນຊ່ວງໄລຍະທີ່ທົ່ວພັກ ທົ່ວລັດ ແລະປະຊາຊົນລາວບັນດາເຜົ່າ ກໍຄືຄະນະພັກອົງການປົກຄອງ ແລະ ປະຊາຊົນທົ່ວແຂວງໄຊຍະບູລີ ພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງສູນກາງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງໄຊຍະບູລີ ເຊິ່ງໄດ້ເພີມທະວີໃນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໃນໄລຍະໃໝ່. ການກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ໃຫ້ມີໝາກຜົນຕົວຈິງ ແລະສ້າງຂະບວນການ ເພື່ອຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 51 ປີ ແລະວັນເກີດຂອງ ປະທານໄກສອນ ພົມວິຫານ ຄົບຮອບ 106 ປີຢ່າງເປັນຂະບວນຝົດຝື້ນ.


ໂຮງຮຽນການເມືອງ ແລະການປົກຄອງ ແຂວງໄຊຍະບູລີ ໄດ້ຈັດຕັ້ງການຮຽນ-ການສອນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ VII ເລີ່ມແຕ່ວັນທີ 3 ກັນຍາ 2026 ຫາວັນທີ 7 ພະຈິກ 2026 ຊຸດຮຽນນີ້ມີຜູ້ເຂົ້າຮຽນທັງ ໝົດ 50 ສະຫາຍ, ຍິງ 17 ສະຫາຍ; ໃນນັ້ນ ມາຈາກພະແນກການ, ອົງການອ້ອມຂ້າງແຂວງ 28 ສະຫາຍ, ຍິງ 12 ສະຫາຍ, ມາຈາກປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 4 ສະຫາຍ, ຍິງ 1 ສະຫາຍ, ມາຈາກບັນດາເມືອງໃນທົ່ວແຂວງ 18 ສະຫາຍ, ຍິງ 4 ສະຫາຍ; ລະດັບວິຊາສະເພາະຕ່ຳສຸດ ຊັ້ນຕົ້ນ ສູງສຸດ ປະລິນຍາໂທ; ອາຍຸກະສຽນສູງສຸດ 49 ປີ ແລະອາຍຸກະສຽນຕ່ຳສຸດ 32 ປີ, ອາຍຸສະເລຍ 40 ປີ, ໂຮງຮຽນໄດ້ຈັດຕັ້ງການຮຽນການສອນຕາມໂຄງການຫຼັກສູດທີ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດໄດ້ກຳນົດອອກຢ່າງເປັນລະບົບຕໍ່ເນື່ອງ.
ການຈັດຕັ້ງປະຕິບັດຫຼັກສູດ ຂອງຊຸດຮຽນທິດສະດີການເມືອງຂັ້ນຕົ້ນໄດ້ໃຊ້ເວລາຮຽນ 2 ເດືອນ 9 ອາທິດ 45 ວັນມີວິຊາຮຽນທັງໝົດ 8 ວິຊາ, ແບ່ງອອກເປັນ 7 ກຸ່ມວິຊາ ຄື: ກຸ່ມວິຊາປັດຊະຍາມາກ-ເລນິນ, ກຸ່ມວິຊາ ເສດຖະສາດການເມືອງມາກ-ເລນິນ, ກຸ່ມວິຊາ ລັດທິສັງຄົມນິຍົມວິທະຍາສາດ ແລະການເມືອງວິທະຍາ, ສັງຄົມສາດ,ກຸ່ມວິຊາ ແນວຄິດໄກສອນ ພົມວິຫານ, ກຸ່ມວິຊາ ປະຫວັດສາດພັກ ແລະ ກໍ່ສ້າງພັກ, ກຸ່ມວິຊາ ຄຸ້ມຄອງບໍລິຫານ ລັດ, ເຊິ່ງໃຊ້ເວລາຮຽນຕົວຈີງ 289 ຊົວໂມງ, ຂຶ້ນຫ້ອງບັນຍາຍ 137 ຊົ່ວໂມງ, ກຽມສຳມະນາ 16 ຊົ່ວໂມງ, ສຳມະນາ 38 ຊົ່ວໂມງ, ແນະນຳການຂຽນບົດປະເມີນ 3 ຊົ່ວໂມງ, ສອບເສັງປາກເປົ່າ 6 ວິຊາ ມີ 42 ຊົ່ວໂມງ, ລາຍງານເພີມ 2 ຫົວຂໍ້ 8 ຊົ່ວໂມງ, ໄປທັດສະນະສຶກສາ 4 ຊົ່ວໂມງ, ລົງເກັບກຳຂໍ້ມູນ ແລະ ຂຽນບົດ 14 ຊົ່ວໂມງ, ຂຽນບົດລາຍງານ 6 ຊົ່ວໂມງ, ປ້ອງກັນບົດປະເມີນຄວາມຮັບຮູ້ 7 ຊົ່ວໂມງ.
ການສິດສອນ ແມ່ນໄດ້ນຳໃຊ້ຄູອາຈານທີ່ມີມາດຖານ ແລະ ເງື່ອນໄຂຕາມທີ່ໄດ້ກຳນົດໃນລະບຽບ; ໃນຊຸດຮຽນນີ້ມີຄູສອນທັງໝົດ 17 ສະຫາຍ, ຍິງ 5 ສະຫາຍ , ໃນນີ້ ໄດ້ເຊີນຄູທາງນອກມາຂຶ້ນຫ້ອງສອນຊ່ວຍ 2 ສະ ຫາຍ, ມີ 21 ຊົ່ວໂມງ ກວມເອົາ 8% ຂອງຈຳນວນຊົ່ວໂມງຮຽນ, ວິທີການສິດສອນໂດຍເອົາທິດສະດີສົມທຽບກັບພືດຕິກຳຕົວຈິງຢ່າງຕັ້ງໜ້ານຳໃຊ້ວິທີການສິດສອນແບບໃໝ່ ໂດຍເອົາຜູ້ຮຽນເປັນໃຈກາງເພີ່ມທະວີການຍົກບັນຫາເຈາະຈີ້ມ, ຍົກຕົວຢ່າງພຶດຕິກຳຕົວຈິງ ແລະກຳແໜ້ນທິດສະດີ ເພື່ອແກ້ໄຂວຽກງານຕ່າງໆ ຢູ່ກົມກອງທ້ອງຖິ່ນຕົນໃນການສິດສອນ ຂອງຄູແມ່ນນັບມື້ມີການຫັນປ່ຽນດີຂຶ້ນເປັນກ້າວໆ.
ການຮຽນ ແມ່ນດຳເນີນຜ່ານຫຼາຍຂອດຮຽນແຕ່ປັດໃຈສຳຄັນຕົ້ນຕໍ ຂອງການຮຽນ ແມ່ນການຂຶ້ນຫ້ອງຮັບຟັງການບັນຍາຍເນື້ອໃນບົດຮຽນຈາກຄູອາຈານເປັນຫຼັກຈັດຕັ້ງການຄົ້ນຄວ້າແລກປ່ຽນຄວາມຄິດເຫັນ ແລະສຳມະນາລວມຫ້ອງນັກສຶກສາ ຍັງເປັນເຈົ້າການຄົ້ນຄວ້າດ້ວຍຕົນເອງໄປທັດສະນະຢູ່ຕາແສງ ນາຫຼາ ທ່າເດືອ ເພື່ອຊອກຮູ້ບົດຮຽນພຶດຕິກຳການກໍ່ສ້າງພັກ, ການຈັດຕັັັ້ງ ແລະການເຄື່ອນໄຫວ ຂອງຕາແສງ ແລະຂຽນບົດປະເມີນຄວາມຮັບຮູ້ຈົບໃນທ້າຍຊຸດຮຽນ ສຳລັບຜູ້ທີ່ຮຽນບໍຄົບຖ້ວນຕາມຊົ່ວໂມງຮຽນ ທີ່ໄດ້ກຳນົດໄວ້ໃນໂຄງການຫຼັກສູດ ແມ່ນໄດ້ຈັດຕັ້ງການຮຽນຄືນໄໝ່ໃຫ້ຄົບຖ້ວນຕາມຊົ່ວໂມງຮຽນມີ 3 ວິຊາ ຄື: ວິຊາ ປັດຊະຍາ, ວິຊາ ເສດຖະສາດການເມືອງ ແລະ ວິຊາ ລັດທິສັງຄົມນິຍົມວິທະຍາສາດ ເຊິ່ງມີ 6 ສະຫາຍ, ຍິງ 1 ສະຫາຍ ລວມຊົ່ວໂມງຊຸດຮຽນ 83 ຊົ່ວໂມງ ລວມມີ 19 ຄັ້ງ ຍ້ອນໄດ້ຮັບແຈ້ງການເຂົ້າຮຽນຊັກຊ້າຄວາມຈຳເປັນທາງວຽກງານການຈັດຕັ້ງ ຂອງຜູ້ກ່ຽວ ແລະ ຄວາມຈຳເປັນຂອງຜູ້ກ່ຽວເອງ.




ຕະຫຼອດໄລຍະການສືກສາຮ່ຳຮຽນ ນັກສຶກສາໄດ້ເອົາໃຈໃສ່ເຂົ້າຮ່ວມທຸກຂອດຮຽນຢ່າງເປັນລະບົບ ແລະຕໍ່ເນື່ອງ ແລະຍາດໄດ້ຜົນສຳເລັດເປັນຢ່າງດີ ເຊິ່ງສະແດງອອກໃນການປະເມີນຜົນການຮຽນດ້ວຍຮູບແບບການສອບເສັງປາກເປົ່າຂຽນບົດລາຍງານ ແລະ ຂຽນບົດປະເມີນຄວາມຮັບຮູ້ຈົບຂັ້ນຕົ້ນໄດ້ 100% ລາຍລະອຽດ ຄື: ຄະແນນສອບເສັງ 8 ວິຊາສາມາດສະເລ່ຍ ແລະຈັດປະເພດ ເກຼດ A ມີ 38 ສະຫາຍ ເທົ່າກັບ 76 %, ເກຼດ B+ ມີ 12 ສະຫາຍ ເທົ່າກັບ 24 %.
ໄປພ້ອມກັບການສຶກສາຮ່ຳຮຽນ ເຊິ່ງເປັນໜ້າທີ່ຕົ້ນຕໍຂອງຕົນເອງແລ້ວ ນັກສຶກສາຍັງໄດ້ສູ້ຊົນປະກອບສ່ວນທາງດ້ານສະຕິປັນຍາ ທຶນຮອນ ເຫື່ອແຮງ ອຸປະກອນຮັບໃຊ້ການຮຽນ-ການສອນ ເປັນມູນຄ່າຈຳນວນທັງໝົດ 5.500.000 ເພື່ອພັດທະນາໂຮງຮຽນ ເຊັ່ນ: ຫ້ອງການ, ຫ້ອງຮຽນ, ຫໍພັກ ແລະສະຖານທີ່ຕ່າງໆ ໃຫ້ມີຄວາມສະອາດສວຍງາມ ແລະໜ້າຢູ່; ນອກຈາກນັ້ນ ຍັງໄດ້ປ້ອງກັນເວນຍາມປົກປັກຮັກສາຄວາມສະຫງົບຄວາມປັນລະບຽບຮຽບຮ້ອຍໃນໂຮງຮຽນບໍ່ໃຫ້ມີປະກົດການຫຍໍ້ທໍ້ໃດໆ ຕະຫຼອດໄລຍະຂອງຊຸດຮຽນ.
ດ້ານນະໂຍບາຍນັກສຶກສາທີ່ໄດ້ເຂົ້າມາສຶກສາຮ່ຳຮຽນທິດສະດີການເມືອງ ຈະໄດ້ຮັບນະໂຍບາຍທີ່ເປັນເບ້ຍລ້ຽງ 30.000 ກີບຕໍ່ຄົນຕໍ່ມື້ ແລະອຸດໜູນທ້າຍຊຸດຮຽນ ເພື່ອຮັບໃຊ້ການຂຽນບົດປະເມີນເປັນຈຳນວນເງິນ 1.200.000 ກີບ; ຕະຫຼອດໄລຍະການຄົ້ນຄວ້າຮ່ຳຮຽນ ມີນັກຮຽນດີມີວິໄນໄດ້ຕາມມາດຕະຖານທີ່ໂຮງຮຽນກຳນົດໄວ້ ແລະໄດ້ຮັບຍ້ອງຍໍຈຳນວນ 27 ສະຫາຍ, ຍິງ 9 ສະຫາຍ ແລະໃບຊົມເຊີຍ 11 ສະຫາຍ, ຍິງ 2 ສະຫາຍ, ດ້ານງົບປະມານຊຸດຮຽນນີ້ໄດ້ນຳໃຊ້ງົບປະມານ ຂອງລັດໃນສົກງົບປະມານປີ 2026 ເປັນຈຳນວນເງິນທັງໝົດ 161.065.000 ກີບ, ການໃຊ້ຈ່າຍຕົ້ນຕໍ ແມ່ນຈ່າຍຄ່າອັດຕາກິນໃຫ້ແກ່ນັກສຶກສາ, ຊົ່ວໂມງສອນ, ການສອບເສັງ ການປ້ອງກັນ ແລະອື່ນໆ ທີ່ຈຳເປັນສຳລັບຊຸດຮຽນ.
ໃນພິທີ ໄດ້ມີການມອບໃບຍ້ອງຍໍ ແລະ ໃບຊົມເຊີຍ ໃຫ້ແກ່ນັກສຶກສາຄັ້ງນີ້ ໂດຍໃຫ້ກຽດມອບ ໂດຍທ່ານ ນາງ ນຸດຈີລາ ພົນຈາເລີນ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງໄຊຍະບູລີ.
——————–
ຂ່າວ/ພາບ: ວັດທະນາ ພັນລັກ
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ
———————
