ໃນທ່າມກາງບັນຍາກາດແຫ່ງການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ນັບມື້ນັບໄດ້ຮັບການເພີ່ມພູນຄູນສ້າງໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ; ພ້ອມທັງເປັນການຜັນຂະຫຍາຍແຜນການຮ່ວມມືຍຸດທະສາດດ້ານການກໍ່ສ້າງ ແລະ ບຳລຸງຍົກລະດັບຊັບພະຍາກອນມະນຸດ ເພື່ອສ້າງຖັນແຖວພະນັກງານ, ຄູ-ອາຈານ ໃຫ້ມີຄວາມໜັກແໜ້ນທາງດ້ານທິດສະດີການເມືອງ ແລະ ຊຳນານງານດ້ານວິຊາສະເພາະ ຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.


ສະນັ້ນ, ໃນຕອນເຊົ້າວັນທີ 26 ພະຈິກ 2026, ຢູ່ທີ່ຫ້ອງປະຊຸມສຳມະນາສາກົນ ຊັ້ນ 4 ຕຶກ A14 ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ (ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ) ໄດ້ຈັດພິທີເປີດຊຸດຝຶກອົບຮົມວິຊາສະເພາະ ວຽກງານຄຸ້ມຄອງການກໍ່ສ້າງ-ບຳລຸງ (ຄຸ້ມຄອງການຮຽນ-ການສອນ) ເພື່ອຍົກສູງຄຸນນະພາບໃຫ້ແກ່ຖັນແຖວພະນັກງານ, ຄູ-ອາຈານ ແລະ ຊ່ຽວຊານ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ (ສມປຊ) ແລະ ບັນດາໂຮງຮຽນການເມືອງ ແລະ ການປົກຄອງແຂວງ ຂອງ ສປປ ລາວ ພາຍໃຕ້ໂຄງການ 621. ໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວມີ ທ່ານ ປອ ບຸນພອນ ແກ້ວແພງລາ ເລຂາໂທ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ມີ ທ່ານ ຮສ ປອ ຫງວຽຍ ຊຸຍ ບັ໋ກ ຮອງຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ຮອງຫົວໜ້າໂຄງການ 621, ມີບັນດາຄູ-ອາຈານ, ນັກວິທະຍາກອນ ພ້ອມດ້ວຍຄະນະຜູ້ແທນຈາກ ສມປຊ ລາວ ຈຳນວນ 13 ສະຫາຍ ນຳໂດຍ ທ່ານ ປອ ພອນວິໄລ ພົມວົງໄຊ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ແລະ ຜູ້ແທນຈາກໂຮງຮຽນການເມືອງ ແລະ ການປົກຄອງແຂວງ ຂອງລາວ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ຕາງໜ້າຄະນະພັກ, ຄະນະອຳນວຍການ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໄດ້ກ່າວສູນທອນພົດຕ້ອນຮັບ ແລະ ເນັ້ນໜັກເຖິງຄວາມໝາຍສຳຄັນທາງການເມືອງ ຂອງຊຸດຝຶກອົບຮົມຄັ້ງນີ້ ທີ່ຈັດຂຶ້ນໃນທ່າມກາງບັນຍາກາດແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ. ພ້ອມກັນນັ້ນ, ຍັງໄດ້ຊີ້ໃຫ້ເຫັນວ່າ ໃນສະພາບການຂອງໂລກ ແລະ ພາກພື້ນທີ່ຜັນແປໄປຢ່າງສະຫຼັບຊັບຊ້ອນ, ການຍົກສູງຄຸນນະພາບການກໍ່ສ້າງ-ບຳລຸງຖັນແຖວພະນັກງານໃຫ້ຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ແມ່ນປັດໄຈຕັດສິນຕໍ່ພາລະກິດສ້າງສາ ແລະ ພັດທະນາປະເທດຊາດ; ໃນນັ້ນ, ວຽກງານຄຸ້ມຄອງການຮຽນ-ການສອນ ຖືເປັນຂອດສຳຄັນທີ່ຕັດສິນໂດຍກົງຕໍ່ຄຸນນະພາບ ແລະ ປະສິດທິຜົນຂອງການສ້າງຊັບພະຍາກອນມະນຸດ ນັບແຕ່ຂັ້ນຕອນການສຳຫຼວດຄວາມຕ້ອງການ, ການອອກແບບຫຼັກສູດ, ການຈັດຕັ້ງການຮຽນ-ການສອນ ຕະຫຼອດຮອດການປະເມີນຜົນ.
ຊຸດຝຶກອົບຮົມຄັ້ງນີ້ ດຳເນີນໄປເປັນເວລາ 10 ວັນ (ແຕ່ວັນທີ 25 ພະຈິກ ຫາ ວັນທີ 4 ທັນວາ 2026) ໂດຍມີຄະນະນຳ ແລະ ນັກວິທະຍາກອນຜູ້ຊົງຄຸນວຸດທິ ຂອງສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ເປັນຜູ້ບັນຍາຍ ແລະ ແລກປ່ຽນບົດຮຽນໃນຫຼາຍຫົວຂໍ້ທີ່ສຳຄັນ ເປັນຕົ້ນແມ່ນ: ການປ່ຽນແປງໃໝ່ເນື້ອໃນໂຄງການຫຼັກສູດກໍ່ສ້າງທິດສະດີການເມືອງ ແລະ ການຄຸ້ມຄອງລັດ ບັນຍາຍໂດຍ ທ່ານ ຮສ ປອ ຫງວຽນ ຢຸຍ ບັກ ຮອງຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ; ການອອກແບບຫຼັກສູດບຳລຸງສຳລັບຕຳແໜ່ງເລຂາຄະນະພັກແຕ່ລະຂັ້ນ ແລະ ພະນັກງານນຳພາ-ຄຸ້ມຄອງ; ຍຸດທະສາດການພັດທະນາຫຼັກສູດບຳລຸງໄລຍະສັ້ນ ແລະ ຫຼັກສູດກໍ່ສ້າງລະດັບປະລິນ ຍາຕີ, ໂທ ແລະ ເອກ; ຮູບແບບຄູ-ອາຈານ ແລະ ນັກສຶກສາຮ່ວມກັນສ້າງສັນຄວາມຮູ້ໃໝ່; ວິທີການເກັບກຳ ແລະ ວິເຄາະຂໍ້ມູນຄວາມຕ້ອງການ ຂອງການຈັດຕັ້ງພັກ-ລັດ; ການຫັນເປັນດີຈີຕອນ ແລະ ການນຳໃຊ້ປັນຍາປະດິດ (AI) ເຂົ້າໃນການສິດສອນ ລວມທັງວຽກງານຮັບປະກັນຄຸນນະພາບ ແລະ ການປະເມີນຜົນ. ນອກຈາກການຮຽນທິດສະດີແລ້ວ, ຄະນະຜູ້ແທນຍັງຈະໄດ້ລົງຄົ້ນຄວ້າພຶດຕິກຳຕົວຈິງຢູ່ທ້ອງຖິ່ນ ແລະ ພາຍໃນນະຄອນຫຼວງຮ່າໂນ້ຍ ຕື່ມອີກ.
ໃນໂອກາດດຽວກັນ, ຄະນະປະທານພິທີຍັງໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບ ແລະ ຖັນແຖວຄູ-ອາຈານ ຈົ່ງຈັດຕັ້ງການສິດສອນຢ່າງມີວິທະຍາສາດ, ສົມທົບແໜ້ນລະຫວ່າງທິດສະດີກັບພຶດຕິກຳຕົວຈິງ; ພ້ອມທັງສະເໜີໃຫ້ບັນດານັກສຳມະນາກອນລາວ ຈົ່ງເຊີດຊູຄວາມຮັບຜິດຊອບການເມືອງ, ມີສະຕິຕໍ່ການຈັດຕັ້ງລະບຽບວິໄນ, ເປັນເຈົ້າການຄົ້ນຄວ້າ ແລະ ແລກປ່ຽນບົດຮຽນຢ່າງຟົດຟື້ນ ເພື່ອນຳເອົາຄວາມຮູ້ ແລະ ປະສົບການທີ່ໄດ້ຮັບໄປໝູນໃຊ້ຢ່າງປະດິດສ້າງເຂົ້າໃນວຽກງານຄຸ້ມຄອງການຮຽນ-ການສອນ ຢູ່ ສມປຊ ແລະ ບັນດາໂຮງຮຽນການເມືອງ ແລະ ການປົກຄອງແຂວງໃຫ້ເກີດປະສິດທິຜົນສູງສຸດ.
ການຈັດຊຸດຝຶກອົບຮົມໃນຄັ້ງນີ້ ບໍ່ພຽງແຕ່ເປັນການຍົກລະດັບຂີດຄວາມສາມາດດ້ານວິຊາສະເພາະໃຫ້ແກ່ພະນັກງານຄຸ້ມຄອງ ແລະ ຄູ-ອາຈານ ຂອງ ສມປຊ ເທົ່ານັ້ນ, ແຕ່ຍັງເປັນການສືບຕໍ່ຜັນຂະຫຍາຍແຜນການຮ່ວມມືຍຸດທະສາດດ້ານການສ້າງຊັບພະຍາກອນມະນຸດ ລະຫວ່າງ ສອງສະຖາບັນການເມືອງແຫ່ງຊາດ ລາວ-ຫວຽດນາມ ໃຫ້ກ້າວສູ່ລວງເລິກ ແລະ ມີຄຸນນະພາບໃໝ່ຢ່າງບໍ່ຢຸດຢັ້ງ.
ຂ່າວ ຕາອັອດ ແສນທະວີສຸກ
ຮູບພາບ ຄຳໄຊ ມະນີລຸນ
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ
