ໃນຕອນເຊົ້າຂອງວັນທີ 25 ພະຈິກ 2026, ທີ່ແຂວງວຽງຈັນ, ຄະນະບໍລິຫານງານຊາວໜຸ່ມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດພິທີເປີດຊຸດຝຶກອົບຮົມວຽກງານຊາວໜຸ່ມ ພາຍໃຕ້ຫົວຂໍ້: “ສ້າງຄວາມເຂັ້ມແຂງໃຫ້ຊາວໜຸ່ມ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນຍຸກດິຈິຕອນ” ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ປອ ສາຍຄໍາ ມູນມະນີວົງ ຄະນະບໍລິຫານງານພັກ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ຫົວໜ້າຄະນະປັດຊະຍາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ; ເຂົ້າຮ່ວມມີ ສະຫາຍ ປອ ນາງ ດາວວອນ ບຸດທະນຸວົງ ຮອງຫົວໜ້າຄະນະລັດທິສັງຄົມນິຍົມວິທະຍາສາດ, ຄະນະບໍລິຫານງານສູນກາງຊາວໜຸ່ມ ປປ ລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ສມປຊ, ພ້ອມດ້ວຍຄະນະ ແລະຄະນະຊາວໜຸ່ມແຂວງວຽງຈັນ, ວິທະຍາກອນຮັບເຊີນຈາກສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ສຳມະນາກອນຊາວໜຸ່ມເຂົ້າຮ່ວມທັງໝົດ 50 ສະຫາຍ, ຍິງ 23 ສະຫາຍ.

ໃນພິທີ, ສະຫາຍ ປທ ຄຳໝັ້ນ ພົມມະຈັນ ຄະນະບໍລິຫານງານຊາວໜຸ່ມ ສມປຊ ໄດ້ຂຶ້ນຜ່ານຈຸດປະສົງ ແລະ ສະເໜີແຂກເຂົ້າຮ່ວມ, ໂດຍຊຸດຝຶກອົບຮົມຄັ້ງນີ້ຈະດຳເນີນໄປເປັນເວລາ 3 ວັນ (ແຕ່ວັນທີ 25 ຫາ 27 ພະຈິກ 2026). ການຝຶກອົບຮົມດັ່ງກ່າວຈັດຂຶ້ນ ເພື່ອຍົກລະດັບຄວາມຮັບຮູ້ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບບົດບາດ, ໜ້າທີ່ ແລະ ທິດທາງວຽກງານຊາວໜຸ່ມໃນໄລຍະໃໝ່ ໃຫ້ສອດຄ່ອງກັບກະແສການຫັນເປັນດິຈິຕອນ, ທັງເປັນການເສີມສ້າງທັກສະການນຳໃຊ້ເຄື່ອງມືເຕັກໂນໂລຊີທີ່ທັນສະໄໝຢ່າງມີປະສິດທິພາບ ແລະ ປອດໄພ. ພ້ອມກັນນັ້ນ, ຍັງເປັນການສ້າງເວທີແລກປ່ຽນບົດຮຽນ, ປະສົບການ ແລະ ເພີ່ມທະວີຄວາມສາມັກຄີລະຫວ່າງສະ ມາຊິກຊາວໜຸ່ມ, ຄູ-ອາຈານ ແລະ ວິທະຍາກອນ ເພື່ອນຳໄປໝູນໃຊ້ເຂົ້າໃນພຶດຕິກຳຕົວຈິງຂອງວຽກງານການ ເມືອງ-ແນວຄິດ, ການຮຽນ-ການສອນ ແລະ ການຄົ້ນຄວ້າວິທະຍາສາດໃຫ້ເກີດໝາກຜົນສູງສຸດ.

ໂອກາດກ່າວເປີດພິທີຢ່າງເປັນທາງການ, ສະຫາຍ ປອ ສາຍຄໍາ ມູນມະນີວົງ ໄດ້ເນັ້ນໜັກເຖິງຄວາມສຳຄັນທາງດ້ານການເມືອງ ຂອງວຽກງານຊາວໜຸ່ມໃນທ່າມກາງສະພາບແວດລ້ອມທີ່ໂລກພວມກ້າວເຂົ້າສູ່ຍຸກດິຈິຕອນຢ່າງວ່ອງໄວ, ສະຫາຍຊີ້ໃຫ້ເຫັນວ່າ ເຕັກໂນໂລຊີຂໍ້ມູນຂ່າວສານ, ປັນຍາປະດິດ (AI) ແລະ ສື່ສັງຄົມອອນລາຍ ໄດ້ກາຍເປັນປັດໄຈສຳຄັນຕໍ່ການຄົ້ນຄວ້າວິທະຍາສາດ, ການບໍລິຫານຄຸ້ມຄອງລັດ ແລະ ວຽກງານການເມືອງ-ແນວຄິດ ເຊິ່ງນຳມາທັງໂອກາດໃນການຍົກສູງປະສິດທິພາບວຽກງານ ຄວບຄູ່ກັບສິ່ງທ້າທາຍດ້ານຂ່າວປອມ, ການບິດເບືອນຂໍ້ມູນຂ່າວສານ, ການປ່ຽນແປງທາງດ້ານແນວຄິດ-ຈິດໃຈ ແລະ ຄວາມປອດໄພທາງໄຊເບີ. ໃນຖານະທີ່ ສມປຊ ເປັນສູນກາງບຳລຸງ-ກໍ່ສ້າງພະນັກງານນຳພາ-ຄຸ້ມຄອງຂອງພັກ-ລັດ ແລະ ຄົ້ນຄວ້າທິດສະດີການເມືອງ-ການປົກຄອງ, ຊາວໜຸ່ມ ຂອງສະຖາບັນ ຈຶ່ງເປັນກຳລັງປະຈັນບານ, ເປັນແຂນຂວາທີ່ໄວ້ວາງໃຈຂອງພັກ ແລະ ເປັນຜູ້ສືບທອດພາລະ ກິດປະຕິວັດໃນອະນາຄົດ ທີ່ຕ້ອງມີຄຸນທາດການເມືອງໜັກແໜ້ນ, ກຳແໜ້ນທິດສະດີການເມືອງ-ການປົກຄອງ ແລະ ແນວທາງນະໂຍບາຍຂອງພັກ ຄຽງຄູ່ກັບຄວາມທັນສະໄໝດ້ານວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອສາມາດວິເຄາະບັນຫາຢ່າງມີວິຈາລະນະຍານ ແລະ ໂຄສະນາເຜີຍແຜ່ແນວທາງຂອງພັກ-ລັດຜ່ານສື່ຍຸກໃໝ່ໄດ້ຢ່າງສ້າງສັນ ແລະ ຖືກຕ້ອງ.

ໃນຕອນທ້າຍພິທີ, ສະຫາຍປະທານ ໄດ້ຮຽກຮ້ອງໃຫ້ສຳມະນາກອນທຸກສະຫາຍຍົກສູງຄວາມຮັບຜິດ ຊອບທາງການເມືອງ, ຕັ້ງໃຈຄົ້ນຄວ້າຮ່ຳຮຽນ, ກ້າສະແດງຄວາມຄິດເຫັນແລກປ່ຽນຢ່າງກົງໄປກົງມາ ແລະ ປະຕິບັດລະບຽບວິໄນຢ່າງເຂັ້ມງວດ. ພ້ອມກັນນັ້ນ, ຍັງໄດ້ສະເໜີໃຫ້ວິທະຍາກອນຖ່າຍທອດບົດຮຽນ ແລະ ປະສົບການຕົວຈິງທີ່ສາມາດນຳໄປແກ້ໄຂບັນຫາໃນວຽກງານຕົວຈິງໄດ້ຢ່າງທັນການ ແລະ ໃຫ້ຄະນະຮັບຜິດຊອບທັງ 4 ອະນຸກຳມະການ ປະສານງານກັນຢ່າງກົມກຽວ, ຮັກສາຄວາມປອດໄພ ແລະ ຮັບປະກັນຄຸນນະພາບ ຂອງການຝຶກອົບຮົມໃຫ້ສຳເລັດຕາມກຳນົດເວລາ ເພື່ອສ້າງຖັນແຖວຊາວໜຸ່ມ ສມປຊ ໃຫ້ເຕີບໃຫຍ່ເຂັ້ມແຂງທັງດ້ານປະລິມານ ແລະ ຄຸນນະພາບ

——————–

ຂ່າວ ຕາອັອດ ແສນທະວີສຸກ

ຮູບພາບ: ວຽງພັນ ຈິດສະດີ

ບັນນາທິການ: ວຽງສະຫວັນ ຈັນທະວິໄຊ

———————-

ຂ່າວອື່ນໆ

situs slottotoslotpkv gameslk21slot777slot777slottoto 4dslot thailandslotslot gacor hari inislot gacorslot gacorslot thailandzonawin777zonawin777zonawin777slot777link slot gacor hari inizonawin777zonawin777zonawin777toto 4dsitus totoslot gacorzonawin777zonawin777zonawin777zonawin777zonawin777zonawin777zonawin777zonawin777zonawin777zonawin777zonawin777zonawin777zonawin777zonawin777zonawin777Zonawin777Zonawin777Zonawin777zonawin777zonawin777Zonawin777Zonawin777Zonawin777Zonawin777Zonawin777Zonawin777tempur777slot gacorslot gacorslot gacorslot gacorslot gacoratatotoatatotototo 4dtoto 4dtoto 4dtoto 4dtoto 4dtoto 4dtoto 4dtoto 4dtoto 4dtogel 4dtogel 4datatotototo 4dtoto 4dtoto 4datatotototo 4dtoto 4dligabolapkv gamespkv gameshttps://uniqueagency.pl/kompozytka/