ໃນວັນທີ 11 ພະຈິກ 2026, ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ໃຫ້ກຽດຕ້ອນຮັບທ່ານນາງ ເບັນນິຕາ ຊໍາເມີວີວ ຮອງເອກອັກຄະລັດຖະທູດ ແລະ ຜູ້ຮັບຜິດຊອບວຽກງານດ້ານການພັດທະນາ ປະຈຳສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ພ້ອມຄະນະ ເຂົ້າຢ້ຽມຢາມ ຢູ່ທີ່ ສມປຊ ໃນໂອກາດດັ່ງກ່າວ ມີຄະນະຜູ້ແທນຈາກສອງຝ່າຍເຂົ້າຮ່ວມ.
ໃນການພົບປະ, ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ໄດ້ກ່າວຕ້ອນຮັບຄະນະຜູ້ແທນສະຖານທູດອົດສະຕຣາລີ ດ້ວຍຄວາມຍິນດີ ແລະ ຖືເປັນໂອກາດອັນດີໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ໂດຍສະເພາະການຮ່ວມມືໃນຂົງເຂດການສຶກສາ, ການຝຶກອົບຮົມ, ການຄົ້ນຄວ້າວິທະຍາສາດ ແລະ ການພັດທະນາຄຸນນະພາບບຸກຄະລາກອນ ເພື່ອປະກອບສ່ວນໃຫ້ແກ່ການສ້າງລັດຖະກອນທີ່ມີຄວາມຮູ້ ຄວາມສາມາດ ແລະ ມີຄວາມພ້ອມຮອງຮັບພາລະກິດການພັດທະນາປະເທດຊາດໃນໄລຍະໃໝ່. ພ້ອມນີ້, ຍັງໄດ້ລາຍງານສະພາບລວມ ແລະ ທິດທາງການດຳເນີນງານ ຂອງສະຖາບັນໃຫ້ຄະນະຜູ້ແທນຮັບຊາບ.

ຈາກນັ້ນ, ທ່ານນາງ ເບັນນິຕາ ຊໍາເມີວີວ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງຄະນະນຳສະຖາບັນ ແລະ ໄດ້ແຈ້ງຈຸດປະສົງກ່ຽວກັບແນວທາງການຮ່ວມມື ລະຫວ່າງສະຖານທູດອົດສະຕຣາລີ ແລະ ສມປຊ ຜ່ານວຽກງານສິດທິມະນຸດ (ໂຄງການ Lao-Australia Institute (LAI) ພາສາອັງກິດສໍາລັບພະນັກງານລັດ). ນອກນັ້ນ, ຍັງໄດ້ສະເໜີແນວຄິດການຈັດສຳມະນາຮ່ວມກັນ ເລີ່ມແຕ່ຕົ້ນປີ 2027 ເປັນຕົ້ນໄປ ຕະຫຼອດຮອດການຈັດປາຖະກະຖາ ໂດຍທ່ານເອກອັກຄະລັດຖະທູດຜູ້ໃໝ່ ຢູ່ ສມປຊ ເພື່ອເປັນເວທີແລກປ່ຽນຄວາມຮູ້, ປະສົບການ ແລະ ທັດສະນະກ່ຽວກັບບັນຫາສາກົນ ທີ່ມີຄວາມສຳຄັນຕໍ່ການພັດທະນາ.
ທັງສອງຝ່າຍໄດ້ຮ່ວມກັນແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ ໃນບັນຍາກາດທີ່ສ້າງສັນ ແລະ ເປັນມິດ ໂດຍເນັ້ນໃສ່ການຊອກຄົ້ນຫາໂອກາດ ແລະ ທ່າແຮງໃນການຮ່ວມມືທີ່ສາມາດດຳເນີນໄດ້ຢ່າງເປັນຮູບປະທຳ. ການພົບປະຄັ້ງນີ້ ນອກຈາກຈະເປັນການເສີມສ້າງຄວາມເຂົ້າໃຈອັນດີລະຫວ່າງສອງຝ່າຍແລ້ວ ຍັງເປັນການວາງພື້ນຖານສຳຄັນໃນການຂະຫຍາຍການຮ່ວມມືດ້ານວິຊາການ ແລະ ການພັດທະນາຊັບພະຍາກອນມະນຸດ ໃຫ້ເກີດຜົນປະໂຫຍດຕໍ່ທັງສອງຝ່າຍ ພ້ອມທັງປະກອບສ່ວນສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ໃຫ້ນັບມື້ແໜ້ນແຟ້ນ ແລະ ເລິກເຊິ່ງຍິ່ງຂຶ້ນ.
ຂ່າວ ຕາອັອດ ແສນທະວີສຸກ
ຮູບພາບ ລຳພູນ ຖຸນໄຊຍາ
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ
