ໃນຕອນເຊົ້າຂອງວັນທີ 31/08/2020 ທີ່ ໂຮງຮຽນການເມືອງ ແລະການປົກຄອງແຂວງ ອຸດົມໄຊ, ໄດ້ເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນການບໍລິຫານ-ຄຸ້ມຄອງ ໂຮງຮຽນການເມືອງ ແລະ ການປົກຄອງທ້ອງຖິ່ນ ທົ່ວປະເທດຂຶ້ນ, ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ຮສ ພູວົງ ອຸ່ນຄໍາແສນ ເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມກອງປະຊຸມ ຂອງທ່ານ ປອ ຄໍາພັນ ເຜີຍຍະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ, ມີບັນດາຜູ້ຕາງໜ້າໜ່ວຍງານຂັ້ນກົມ ຈາກ ສມປຊ, ມີບັນດາຜູ້ຕາງໜ້າຈາກໂຮງຮຽນການເມືອງ ແລະການປົກຄອງແຂວງ, ນະຄອນຫຼວງວຽງຈັນ, ມີພາກສ່ວນກ່ຽວຂ້ອງທີ່ຖືກເຊີນ ແລະແຕ່ງຕັ້ງ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ປອ ນາງ ໄກສອນ ຈັນສີນາ ກໍາມະການຄະນະບໍລິຫານງານພັກ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ສມປຊ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນຢູ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງປະຈຳສົກຮຽນ 2019-2020 ແລະ ທິດທາງແຜນການປະຈຳສົກປີ 2020-2021; ເຊິ່ງໃນທົ່ວປະເທດມີໂຮງຮຽນການເມືອງ ແລະການປົກຄອງແຂວງ 17 ແຫ່ງ, ນະຄອນຫຼວງ 1 ແຫ່ງ, ໃນນີ້ເປີດສອນຫຼັກສູດລະບົບກໍ່ສ້າງອະນຸປະລິນຍາ 5 ແຫ່ງ, ລະບົບຊັັ້ນກາງ 16 ແຫ່ງ, ຍັງມີລະບົບຊັັ້ນຕົ້ນ, ລະບົບຝຶກອົບຮົມທິດສະດີການເມືອງ-ການປົກຄອງໄລຍະສັັ້ນ 45 ວັນ ແລະ ຝຶກອົບຮົມເລຂາພັກບ້ານ, ນາຍບ້ານ. ມີກົງຈັກການຈັດຕັັ້ງຊ່ວຍວຽກປະກອບມີ 04 ຂະແໜງການຄື: ຂະແໜງບໍລິຫານຄຸ້ມຄອງ, ຂະແໜງຄຸ້ມຄອງການຮຽນ-ການສອນ, ຂະແໜງວິຊາການ ແລະຂະແໜງຂໍ້ມູນຂ່າວສານ. ມີພະນັກງານຄູ-ອາຈານປະຈຳການທັງໝົດ 488 ຄົນ, ເປັນຍິງ 214 ຄົນ, ຖ້າທຽບໃສ່ສົກປີຜ່ານມາຈຳນວນພະນັກງານຫຼຸດລົງ 14 ຄົນ, ຍິງ 08 ຄົນ ຫຼື 2,78% (ສ່ວນໃຫຍ່ໄປກໍ່ສ້າງຢູ່ພາຍໃນ ແລະຕ່າງປະເທດ, ໄປຝຶກອົບຮົມໄລຍະສັັ້ນຈຳນວນໜຶ່ງ, ເຂົ້າຮັບບຳນານ ແລະຖືກຊັບຊ້ອນໄປປະຈຳການໃນອົງການຈັດຕັັ້ງອືຶ່ນຈຳນວນໜຶ່ງ).

ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດການຊີ້ນຳ-ນຳພາ ໂຮງຮຽນການເມືອງ ແລະການປົກຄອງແຂວງ, ນະຄອນຫຼວງທາງດ້ານວິຊາການຊຶ່ງສຸມໃສ່ວຽກງານສຳຄັນ 5 ວຽກງານເປັນຕົ້ນ: 1). ປັບປຸງຫຼັກສູດທີ່ມີແລ້ວ, ສ້າງໃໝ່ຫຼັກສູດທີ່ຢູ່ໃນແຜນຈຳນວນໜຶ່ງ; 2). ສະໜອງປື້ມໃຫ້ເປັນຄູ່ມືໃນການຄົັ້ນຄວ້າຮ່ຳຮຽນແຕ່ລະລະບົບຮຽນ; 3). ສະໜອງວາລະສານທິດສະດີການເມືອງ-ການປົກຄອງ; 4). ແຕ່ງຕັັ້ງຄູ-ອາຈານ ຈໍານວນໜຶ່ງໄປສິດສອນເປັນອາຈານຮັບເຊີນ; 5). ໄດ້ແຕ່ງຕັັ້ງຄູ-ອາຈານ ສມປຊ ໄປຮ່ວມປະເມີນຜົນສອບເສັງລະດັບ ສມປຊ; ປ້ອງກັນໂຄງຮ່າງບົດ ແລະ ປ້ອງກັນບົດຈົບຊັັ້ນ ຕາມການເຊື້ອເຊີນ; 6). ຊ່ວຍຈັດຕັັ້ງບຳລຸງຍົກລະດັບຄວາມຮູ້ດ້ານທິດສະດີການເມືອງ-ການປົກຄອງ, ກໍ່ຄືຍົກລະດັບວິຊາສະເພາະໃຫ້ຄູ-ອາຈານໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ.

ສ່ວນຄະນະປະຈຳພັກແຂວງ, ນະຄອນຫຼວງແມ່ນຊີ້ນຳ-ນໍາພາຮອບດ້ານຕໍ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ເປັນຕົ້ນແມ່ນສະໜອງງົບປະມານ, ພື້ນຖານໂຄງລ່າງ ແລະກໍ່ສ້າງບໍາລຸງ, ບັນຈຸ-ສັບຊ້ອນພະນັກງານເຂົ້າໃສ່ຕໍາແໜ່ງງານພາຍໃນໂຮງຮຽນ.

ໃນໄລຍະ 1 ປີ ຜ່ານມາ (ສົກປີ 2019-2020) ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງໄດ້ສືບຕໍ່ດຳເນີນການຮຽນ-ການສອນລະບົບອະນຸປະລິນຍາ, ລະບົບຊັັ້ນກາງ, ລະບົບຊັັ້ນຕົ້ນ, ລະບົບ 45 ວັນ ແລະລະບົບ 10 ວັນໃຫ້ເລຂາພັກບ້ານ ແລະ ຄະນະພັກບ້ານ ມີທັງໝົດ 73 ຊຸດຮຽນ ມີຜູ້ເຂົ້າຮຽນທັງໝົດ 4.411 ຄົນ, ຍິງ 1.011 ຄົນ. ສະເພາະການເຝິກອົບຮົມໄລຍະສັ້ນ 10 ວັນ ໃຫ້ເລຂາພັກບ້ານ ແລະຄະນະພັກບ້ານສໍາເລັດມີ 8 ແຂວງ ຄື 1. ໂຮງຮຽນການເມືອງແລະການປົກຄອງແຂວງຜົ້ງສາລີ; 2. ໂຮງຮຽນການເມືອງແລະການປົກຄອງແຂວງຫົວພັນ; 3.ໂຮງຮຽນການເມືອງແລະການປົກຄອງແຂວງອຸດົມໄຊ; 4. ໂຮງຮຽນການເມືອງແລະການປົກຄອງແຂວງໄຊສົມບູນ; 5. ໂຮງຮຽນການເມືອງແລະການປົກຄອງແຂວງວຽງຈັນ; 6. ໂຮງຮຽນການເມືອງແລະການປົກຄອງນະຄອນຫຼວງວຽງຈັນ; 7. ໂຮງຮຽນການເມືອງແລະການປົກຄອງແຂວງສະຫວັນນະເຂດ; 8. ໂຮງຮຽນການເມືອງ ແລະການປົກຄອງແຂວງສາລະວັນ.

ນອກຈາກນັ້ນ, ຍັງໄດ້ຜ່ານທິດທາງແຜນການ ເພື່ອສາມາດຈັດຕັັ້ງປະຕິບັດຫຼັກສູດການຮຽນ-ການສອນ ທິດສະດີການເມືອງ-ການປົກຄອງບັນລຸຕາມຈຸດປະສົງ ແລະລະດັບຄາດໝາຍ 5 ຈຸດສຸມ, 2 ຄາດໝາຍ ແລະ ວິທີການຈັດຕັັ້ງປະຕິບັດແຜນການຄຸ້ມຄອງການຮຽນ-ການສອນ 8 ວິທີການ.

ກອງປະຊຸມຄັ້ງນີ້ຈະດໍາເນີນໄປເປັນເວລາ 4 ວັນ ແຕ່ວັນທີ 31/08-03/09/2020 ຈຶ່ງຈະສໍາເລັດ, ໂດຍສຸມໃສ່ຄົ້ນຄວ້າບັນດາບັນຫາສໍາຄັນ ເປັນຕົ້ນແມ່ນ: 1). ສະຫຼຸບຖອດຖອນບົດຮຽນການຈັດຕັ້ງການເຄື່ອນໄຫວປະຕິບັດໜ້າທີ່ການເມືອງຂອງໂຮງຮຽນການເມືອງແລະການປົກຄອງແຂວງ, ນະຄອນຫຼວງໃນໄລຍະ1 ປີຜ່ານມາ. 2). ປັບປຸງ ແລະຍົກລະດັບຄຸນະພາບການບໍລິຫານ-ຄຸ້ມຄອງການຮຽນ-ການສອນຮຽນໃຫ້ສູງຂຶ້ນ, ສ້າງຄວາມເປັນເອກະພາບໃນການຊີ້ນຳ-ນຳພາໃຫ້ເຂົ້າສູ່ລະບົບ, ຮັບປະກັນໃຫ້ມີຄຸນນະພາບສູງກວ່າເກົ່າ. 3). ກວດກາຕີລາຄາຄືນການປະຕິບັດຫຼັກສູດທີ່ພົວພັນເຖິງ 4 ຫຼັກສູດທີ່ ສມປຊ ໄດ້ມອບໃຫ້ໂຮງຮຽນການເມືອງ ແລະການປົກຄອງແຂວງ, ນະຄອນຫຼວງໄດ້ຈັດຕັ້ງປະຕິບັດ.  4). ຈັດຕັ້ງການຖອດຖອນບົດຮຽນໃນການບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ-ການປົກຄອງແຂວງ, ນະຄອນຫຼວງ, ກໍ່ຄືການສະຫຼຸບການຊີ້ນຳ-ນໍາພາຮອບດ້ານຂອງຄະນະພັກ, ຄະນະປົກຄອງແຂວງ, ຕີລາຄາຂອງ ສມປຊ ຕໍ່ໂຮງຮຽນການເມືອງ-ການປົກຄອງໃນທົ່ວປະເທດເພື່ອເປັນບົດຮຽນໃຫ້ແຂວງອື່ນ.  5) ຖອດຖອນບົດຮຽນ, ກໍານົດທິດທາງ ແລະແຜນການໃນຕໍ່ໜ້າເພື່ອພາລະບົດບາດບໍລິຫານ-ຄຸ້ມຄອງໃຫ້ດີ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ