Month: September 2024

ຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກຮາກຖານຫ້ອງການ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ໃນຕອນເຊົ້າຂອງວັນທີ 16 ກັນຍາ 2024 ທີ່ຫ້ອງປະຊຸມຊັ້ນ 3 ຕຶກ H ສະຖາບັນການເມືອງ ແລະ ການ ປົກຄອງແຫ່ງຊາດ, ໜ່ວຍພັກຮາກຖານຫ້ອງການ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ IIຂອງຕົນຂຶ້ນຢ່າງເປັນທາງການໃຫ້ ກຽດເປັນປະທານໂດຍ: ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສະຖາບັນການເມືອງ ແລະ ການ ປົກຄອງແຫ່ງຊາດ, ມີສະຫາຍ ປອ ນາງ…

ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງຈັດພິທີປ້ອງກັນບົດຈົບຂັ້ນກາງ ທິດສະດີການເມືອງໃຫ້ນັກສຶກສາ ຮຸ່ນທີ II

ໂດຍປະຕິບັດຕາມມະຕິ ຂອງຄະນະປະຈໍາພັກແຂວງ ວ່າດ້ວຍການແຕ່ງຕັ້ງປະທານ, ຄະນະກຳມະການປ້ອງກັນບົດຈົບຂັ້ນກາງ ທິດສະດີການເມືອງ ຮຸ່ນ II ຢູ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ເລກທີ 173/ຄປພຂ, ຊຽງຂວາງ, ລົງວັນທີ 09 ກັນຍາ 2024. ໃນຕອນເຊົ້າວັນທີ 11 ກັນຍາ 2024 ຢູ່ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ໄດ້ຈັດພິທີປ້ອງກັນບົດຈົບຂັ້ນກາງ ທິດສະດີການເມືອງ ຮຸ່ນທີ II ໃຫ້ກຽດເປັນປະທານໂດຍ: ທ່ານ…

ພິທີເປິດຊຸດເຝິກອົບຮົມທິດສະດີການເມືອງ ແລະ ການປົກຄອງ ຫົວຂໍ້ສະເພາະ ໃຫ້ແກ່ເລຂາພັກເມືອງ ແລະຄະນະປະຈໍາພັກເມືອງ ຊຸດທີ VII

ໃນພິທີ ທ່ານ ປທ ແສງແກ້ວ ວົງລໍາພັນ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ຂຶ້ນຜ່ານແຜນການ ເຄື່ອນໄຫວ­ຈັດ­ຕັ້ງ​ປະ­ຕິ­ບັດ​ຊຸດເຝິກອົບຮົມ ແລະການເຝິກອົບຮົມດັ່ງກ່າວແມ່ນຈະໄດ້ດໍາເນີນເປັນເວລາ 15 ວັນ, ເຊິ່ງເລີ່ມແຕ່ວັນທີ 09-27 ກັນຍາ 2024 ຜູ້ເຂົ້າຮ່ວມເຝິກອົບອົບຄັ້ງນີ້ແມ່ນມາຈາກບັນດາເມືອງໃນຂອບເຂດທົ່ວປະເທດ, ເຊິ່ງຈຸດປະສົງໃນການເຝິກອົບຮົມຄື: ໜຶ່ງ: ສ້າງຄວາມຮັບຮູ້ຢ່າງເປັນລະບົບກ່ຽວກັບການໝູນ​ໃຊ້​ທິດ​ສະ​ດີ​ມາກ-​ເລ​ນິນ, ທິດ​ສະ​ດີກາ​ນ​ເມືອງ ແລະ ການບໍລິຫານຄຸ້ມຄອງລັດ, ການຈັດຕັ້ງປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກຄັ້ງທີ XI, ​​ແຜ​ນຍຸດ​ທະ​ສາດ ​ແລະ​ວຽກ​ງານ​ຈຸດ​ສຸມ​ທີ່​ໄດ້​ກຳນົດ​ໄວ້​ໃນແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດຄັ້ງທີ IX ທ້າຍສະໄໝ, ກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ 3…

ພິທີເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນຂອງໜ່ວຍພັກຮາກຖານຫ້ອງການ

ພິທີເລື່ອນສະມາຊິກພັກສໍາຮອງ ຂຶ້ນເປັນສະມາຊິກພັກສົມບູນ ຂອງໜ່ວຍພັກຮາກຖານຫ້ອງການໄດ້​ຈັດ​ຂຶ້ນຂອງຕອນເຊົ້າວັນ​ທີ 03 ກັນຍາ 2024 ທີ່ຫ້ອງປະຊຸມຊັ້ນ 3ຕຶກຫ້ອງການ ສມປຊ, ໃຫ້​ກຽດ​ເປັນປະທານໂດຍ: ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີ ສະຫາຍ ປອ ນາງ ຈັນທະໝອມ ບັນດາວົງ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ, ສະຫາຍ ປອ ນາງ ໄກສອນ…

ຂ່າວອື່ນໆ