ໜ້າທີ່ຂອງ ສມປຊ

ໜ້າທີ່:

  1. “ຄົ້ນຄວ້າທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ມູນເຊື້ອ ແລະ ປະຫວັດສາດຂອງພັກ, ຂອງຊາດ ເຂົ້າໃນການວາງແນວທາງການເມືອງຂອງພັກ; ຄົ້ນຄວ້າວິທະຍາສາດການເມືອງ ແລະ ການປົກຄອງ, ວິທະຍາສາດການນຳພາ-ຄຸ້ມຄອງ; ສະຫຼຸບສັງລວມບົດຮຽນ ແລະ ພຶດຕິກຳ ໃນການນຳພາຂອງພັກ; ຄົ້ນຄວ້າລົງເລິກຫົວຂໍ້ສະເພາະ, ຝືກອົບຮົມແນວທາງ, ນະໂຍບາຍ, ບັນຫາໃໝ່ກ່ຽວກັບການໝູນໃຊ້ທິດສະດີມາກ-ເລນິນ, ຫົວຂໍ້ສະເພາະຕ່າງໆ ໃຫ້ພະນັກງານການນຳຂັ້ນຍຸດທະສາດ, ການນຳຂັ້ນສູງ, ພະນັກງານນຳພາ-ຄຸ້ມຄອງ ແຕ່ລະໄລຍະ.
  2. ສ້າງ ແລະ ພັດທະນາຫຼັກສູດທິດສະດີການເມືອງຂັ້ນຕົ້ນ, ຂັ້ນກາງ, ຂັ້ນສູງ ແລະ ນຳສະເໜີສະພາທິດສະດີສູນກາງພັກພິຈາລະນາຮັບຮອງ.
  3. ສ້າງ ແລະ ພັດທະນາປື້ມແບບຮຽນ, ປື້ມຄູຸມື ແລະ ເອກະສານຕ່າງໆ ຮັບໃຊ້ໃຫ້ແກ່ການຮຽນ-ການສອນທິດສະດີການເມືອງ, ວີຊາສະເພາະການເມືອງ ແລະ ການປົກຄອງຢູ່ໃນລະບົບໂຮງຮຽນພັກ ແລະ ສະຖາບັນການສຶກສາຕ່າງໆ.
  4. ບຳລຸງພະນັກງານນຳພາ-ຄຸ້ມຄອງຂັ້ນຍຸດທະສາດ ແລະ ການນຳຂັ້ນສູງ ທາງດ້ານທິດສະດີການ ເມືອງ, ລັດທິມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ມູນເຊື້ອ ແລະ ປະຫວັດສາດຂອງພັກ, ຂອງຊາດ, ທັດສະນະ, ແນວທາງຂອງພັກ, ນະໂຍບາຍ ແລະ ກົດໝາຍຂອງລັດ; ບັນດາທິດສະດີ ແລະ ພຶດຕິກຳທັງພາຍໃນ ແລະ ຕ່າງປະເທດ; ວິທະຍາສາດການເມືອງ ແລະ ການປົກຄອງ, ວິທະຍາສາດການນຳພາ-ຄຸ້ມຄອງ.
  5. ຍົກລະດັບພະນັກງານນຳພາ-ຄຸ້ມຄອງ, ນາຍທະຫານ ແລະ ນາຍຕຳຫຼວດ ທີ່ມີຕຳແໜ່ງບໍລິຫານປະເພດ 1-5 ທາງດ້ານທິດສະດີການເມືອງ ໃນລະດັບຂັ້ນກາງ, ຂັ້ນສູງ.
  6. ບຳລຸງທິດສະດີການເມືອງຂັ້ນສູງໃຫ້ຖັນແຖວຄູ-ອາຈານ ທີ່ສິດສອນທິດສະດີການເມືອງ ຢູ່ໃນລະບົບໂຮງຮຽນພັກ ແລະ ສະຖາບັນການສຶກສາຕ່າງໆ.
  7.  ສ້າງ, ພັດທະນາຫຼັກສູດ ແລະ ຈັດຕັ້ງການຮຽນ-ການສອນ ວິຊາສະເພາະການເມືອງ-ການປົກຄອງຊັ້ນປະລິນຍາໂທ, ປະລິນຍາເອກ. ສຳລັບການສ້າງ ແລະ ພັດທະນາຫຼັກສູດ ແມ່ນນຳສະເໜີກະຊວງສຶກສາທິການ ແລະ ກິລາພິຈາລະນາຮັບຮອງ.
  8.  ຊີ້ນຳທາງດ້ານວິຊາການ, ປະສານສົມທົບກັບແຂວງ, ນະຄອນຫຼວງໃນການຄຸ້ມຄອງການຮຽນ -ການສອນ; ຊ່ວຍເຫຼືອສະໜັບສະໜູນ, ສະໜອງຂໍ້ມູນຂ່າວສານໃຫ້ແກ່ລະບົບໂຮງຮຽນພັກ.
  9.  ປະສານສົມທົບກັບພາກສ່ວນຕ່າງໆ ທີ່ກ່ຽວຂ້ອງຮ່ວມກັນດຳເນີນການຍົກລະດັບ, ຝືກອົບຮົມ, ສຳມະນາ ກ່ຽວກັບທິດສະດີພື້ນຖານດ້ານການເມືອງ-ການປົກຄອງ, ທິດສະດີມາກ-ເລນິນ, ແນວຄິດໄກ ສອນ ພົມວິຫານ, ແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງຂອງພັກ-ລັດ ໃນລະບົບການເມືອງ.
  10. ຈັດຕັ້ງປະຕິບັດວຽກງານຕິດຕາມ, ກວດກາພັກ-ລັດ, ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ແລະ ຄົ້ນຄວ້າແກ້ໄຂຄຳຮ້ອງ, ຄຳສະເໜີໃນຂອບເຂດຄວາມຮັບຜິດຊອບນຳພາ-ຄຸ້ມຄອງ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.
  11. ນຳພາ-ຄຸ້ມຄອງບໍລິຫານວຽກງານພາຍໃນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຄື: ວຽກກໍ່ສ້າງ ແລະ ປັບປຸງພັກ-ພະນັກງານ, ວຽກງານວິຊາສະເພາະ, ການຄຸ້ມຄອງບໍລິຫານຮັບໃຊ້, ການຄຸ້ມຄອງ ແລະ ນຳໃຊ້ງົບປະມານ, ວຽກກໍ່ສ້າງພື້ນຖານວັດຖຸເຕັກນິກ, ການປະຕິບັດນະໂຍບາຍຕ່າງໆ.
  12. ພົວພັນກັບຕ່າງປະເທດ ໃນຂອບເຂດວຽກງານກໍ່ສ້າງ ແລະ ບຳລຸງຍົກລະດັບພະນັກງານນຳ ພາ-ຄຸ້ມຄອງ ແລະ ວຽກງານຄົ້ນຄວ້າວິທະຍາສາດ, ສະຫຼຸບພຶດຕິກຳໃນຫົວຂໍ້ຕ່າງໆທີ່ມີຄວາມສົນໃຈຮ່ວມກັນ.
  13. ສະຫຼຸບສັງລວມ, ລາຍງານສະພາບການເຄື່ອນໄຫວວຽກງານຮອບດ້ານ ຂອງສະຖາບັນການ ເມືອງ ແລະ ການປົກຄອງແຫ່ງຊາດ ຕໍ່ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ຮັບຊາບຢ່າງເປັນປົກກະຕິ.
  14.  ຄຸ້ມຄອງ, ນຳໃຊ້ງົບປະມານ, ທຶນຊ່ວຍເຫຼືອ ຂອງພາຍໃນ ແລະ ຕ່າງປະເທດ, ຊັບສົມບັດຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.
  15. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງກົມການເມືອງສູນກາງພັກ, ຄະນະເລຂາທິ ການສູນກາງພັກ ແລະລັດຖະບານ”.

(ມະຕິຕົກລົງຂອງກົມການເມືອງສູນກາງພັກ ເລກທີ 075/ກມສພ, ລົງວັນທີ 30/07/2019 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ສມປຊ)