ວັນທີ 18 ມິຖຸນາ 2020  ນັກສຶກສາປະລິນຍາຕີ ຮຸ່ນທີ XXV ຫ້ອງ ກໍ ກໍ່ໄດ້ສ້າງຂະບວນການອອກແຮງງານລວມ ຕັດຫຍ້າ ແລະ ປູກຕົ້ນໄມ້ ຕາມຂອບເຂດຄວາມຮັບຜິດຊອບ ເພື່ອເປັນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V, ການສ້າງຕັ້ງສະຖາບັນການເມືອງ ແລະ ການປົກຄອງ ແຫ່ງຊາດ ຄົບຮອບ 25 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ. ໃນການອອກແຮງງານຄັ້ງນີ້ ນຳພາໂດຍຄະນະພັກ-ຄະນະຫ້ອງ ພ້ອມດ້ວຍນັກສຶກສາພາຍໃນຫ້ອງ ເຂົ້າຮ່ວມຢ່າງພ້ອມພຽງ  ແລະ ເຕັມໄປດ້ວຍບັນຍາກາດອັນຟົດຟື້ນ, ເປັນການຜູກແໜ້ນຄວາມສາມັກຄີກັນ ແລະ ໄດ້ເຮັດວຽກຮ່ວມກັນ ຈົນເຮັດໃຫ້ການອອກແຮງງານໃນຄັ້ງນີ້ ປະສົບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

ຂຽນ ແລະ ພາບໂດຍ: ທ່ານ ນາງ ໄມວ່າງ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ